ສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນວັນທີ 18 ກັນຍາ 2020 ໂດຍການເປັນປະທານຂອງ ທ່ານ ບຸນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳໄຫຼ ສີປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີເຈົ້າເມືອງ 5 ເມືອງ, ພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ນັກທຸລະກິດພາຍໃນແຂວງເຂົ້າຮ່ວມ.
ທ່ານ ບຸນສົງ ແກ້ວມະນີວົງ ກ່າວວ່າແຕ່ປີ 2017 – 2019 ສະພາການຄ້າ ແລະ ອຸດສາຫະກໍາແຂວງມີພາລະບົດບາດເປັນຕົວແທນໃຫ້ແກ່ຜູ້ໃຊ້ແຮງງານສະມາຄົມເສດຖະກິດກຸ່ມທຸລະກິດ, ສະຫະກອນ, ກຸ່ມຜູ້ປະກອບການອິດສະຫຼະທີ່ເຮັດໜ້າທີ່ເຊື່ອມຕໍ່ລະຫວ່າງອົງການຈັດຕັ້ງຂອງລັດ ແລະ ພາກເອກະຊົນ. ຕະຫຼອດໄລຍະຜ່ານມາໄດ້ເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດຂອບເຂດສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ການເຕີບໂຕຂອງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
ເຊິ່ງສະແດງອອກໃນອັດຕາການຂະຫຍາຍຕົວ ລວມຍອດຜະລິດຕະພັນພາຍໃນປີ 2019 ຂະຫຍາຍຕົວ 8,83%, ໃນນີ້ຂະແໜງກະສິກຳ – ປ່າໄມ້ ຂະຫຍາຍຕົວ 9,55%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 7,82%, ຂະແໜງການບໍລິການຂະຫຍາຍຕົວ 7,94% ພາສີ – ອາກອນຂະຫຍາຍຕົວ 11,16% ຜ່ານການຈັດຕັ້ງປະຕິບັດລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 2.876 ຕື້ ກວ່າກີບ ເທົ່າກັບ 94% ຂອງແຜນການປີ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 6,34% ສະເລ່ຍໃສ່ຫົວຄົນໄດ້ 1.732 ໂດລາສະຫະລັດຕໍ່ຄົນຕໍ່ປີ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 272 ວິສາຫະກິດ ມູນຄ່າ 1.743 ຕື້ ກວ່າກີບ, ການລົງທຶນສຳປະທານ 10 ໂຄງການ ມູນຄ່າ 111,8 ຕື້ກີບ, ກິດຈະການທົ່ວໄປ 202 ວິສາຫະກິດ ມູນຄ່າ 1.516 ຕື້ກວ່າກີບ ແລະ ການລົງທຶນເຂດເສດຖະກິດພິເສດ 60 ວິສາຫະກິດ ມູນຄ່າ 114,7 ຕື້ກວ່າກີບ.
ຈາກນັ້ນ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຂວງຊຸດໃໝ່ ເຊິ່ງມີຜູ້ສະໝັກ 20 ທ່ານ ເລືອກເອົາ 15 ທ່ານ, ກອງປະຊຸມໄດ້ເຫັນດີເປັນເອກະພາບກັນເລືອກເອົາ ທ່ານ ບຸນສົງ ແກ້ວມະນີວົງ ເປັນປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຊຸດໃໝ່ ພ້ອມດ້ວຍຄະນະອີກ 14 ທ່ານ ເພື່ອຊີ້ນຳໆພາວຽກງານໃນຕໍ່ໜ້າ.
[ ຂ່າວ: ອຸ້ມ ]