ເພື່ອຮັບປະກັນໃຫ້ແກ່ການບໍລິຫານວຽກງານຂອງແຂວງ ໄດ້ດໍາເນີນໄປເປັນລະບົບຄົບຊຸດ, ມີປະສິດທິຜົນດີ, ຖືກຕ້ອງສອດຄ່ອງກັບລັດຖະທໍາມະນູນ ແລະກົດໝາຍ ; ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ສະເໜີ ຍົກຍ້າຍ ແລະແຕ່ງຕັ້ງບຸກຄະລະກອນຂອງແຂວງ ໃນກອງປະຊຸມວິສາມັນຂອງສະພາປະຊາຊົນ (ສພຂ) ແຂວງເຊກອງຊຸດທີ I ທີ່ໄດ້ໄຂຂຶ້ນ ແລະອັດລົງຢ່າງເປັນທາງການໃນວັນທີ 22 ກັນຍາ 2020 ຢູ່ສະໂມສອນສະພາປະຊາຊົນແຂວງ.
ເຊິ່ງກອງປະຊຸມວິສາມັນຂອງສະພາປະຊາຊົນ ຊຸດທີ I ໄດ້ຮັບຮອງເອົາ ການຍົກຍ້າຍ ທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງໆລະມາມເປັນຮອງເຈົ້າແຂວງ; ຍົກຍ້າຍ ທ່ານ ຄໍສອນ ກອນເຍີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ເປັນຮອງເຈົ້າແຂວງ; ແຕ່ງຕັ້ງ ທ່ານ ພັອ ສົມໄຊ ພູລະຄໍາມະນີ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ; ແຕ່ງຕັ້ງ ທ່ານ ປອ ສົມນິດ ສີລິບຸນລ້ຽງ ເປັນປະທານອົງການກວດກາລັດຂັ້ນແຂວງ; ແຕ່ງຕັ້ງ ທ່ານ ພັອ ທອງສີ ກຸນສະນະ ເປັນຫົວໜ້າການທະຫານ ກອງບັນຊາການທະຫານແຂວງ.
ແຕ່ງຕັ້ງ ທ່ານ ສີສຸພັນ ມະຫາວົງ ເປັນຫົວໜ້າຫ້ອງວ່າການແຂວງ; ແຕ່ງຕັ້ງ ທ່ານ ສົມຫວັງ ຂໍາມະວົງ ເປັນຫົວໜ້າພະແນກກະສິກໍາ ແລະປ່າໄມ້; ແຕ່ງຕັ້ງ ທ່ານ ສາກົນ ພອນປະເສີດ ເປັນຫົວໜ້າພະແນກແຜນການ ແລະການລົງທຶນ; ຍົກຍ້າຍ ທ່ານ ສຸດສະນະ ສີຫາວົງ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ໄປຮັບໜ້າທີ່ຢູ່ບ່ອນໃໝ່ ແລະແຕ່ງຕັ້ງ ທ່ານ ບຸນທະວີ ນະຄອນສິດ ເປັນຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ; ແຕ່ງຕັ້ງ ທ່ານ ຄໍາຮູ້ ອ່ອນມະນີ ເປັນຫົວໜ້າພະແນກການເງິນ; ແຕ່ງຕັ້ງ ທ່ານ ສຸພັນ ສາຍເຊກອງ ເປັນຫົວໜ້າພະແນກໄປສະນີ, ໂທລະຄົມ ແລະການສື່ສານ.
ແຕ່ງຕັ້ງ ທ່ານ ສຸລະພົນ ໝື່ນວິເສດ ເປັນຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີ; ແຕ່ງຕັ້ງ ທ່ານ ພັນສອນ ແສນສົ່ງເສີມ ເປັນຫົວໜ້າພະແນກພາຍໃນ; ແຕ່ງຕັ້ງ ທ່ານ ຄໍາເວີ ວາດສະຫງ່າ ເປັນຫົວໜ້າພະແນກການຕ່າງປະເທດ; ຍົກຍ້າຍ ທ່ານ ຄໍາບາງ ພະສະແຫວງ ຫົວໜ້າພະແນກຍຸຕິທໍາ ໄປຮັບໜ້າທີ່ຢູ່ບ່ອນໃໝ່; ແຕ່ງຕັ້ງ ທ່ານ ບຸນຕຸ້ມ ແກ້ວກິ່ງກົມ ເປັນຫົວໜ້າພະແນກຍຸຕິທໍາ; ແຕ່ງຕັ້ງ ທ່ານ ບູ່ໄຊ ໄຊຍະເສນ ເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ແຕ່ງຕັ້ງ ທ່ານ ຄໍາໄພ ສິມມາວັດ ເປັນຫົວໜ້າພະແນກສຶກສາທິການ ແລະກິລາ; ແຕ່ງຕັ້ງ ທ່ານ ແກດ ດາລາແພງ ເປັນຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ.
ບັນດາທ່ານທີ່ໄດ້ຮັບການຍົກຍ້າຍ ແລະແຕ່ງຕັ້ງ ລ້ວນແລ້ວແຕ່ໄດ້ຮັບການຝຶກຝົນຫຼໍ່ຫຼອມ ແລະທົດສອບວຽກງານຕົວຈິງ; ເປັນບຸກຄົນທີ່ມີລະດັບຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງນໍາໜ້າໃນການປະຕິບັດວຽກງານທີ່ໄດ້ຮັບການມອບໝາຍໃນໄລຍະຜ່ານມາ.