ຮັບຮອງປີ້ງໄກ່ນາປົ່ງ ເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ

182

ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງຄົງເຊໂດນ ແຂວງສາລະວັນ ຈັດກອງປະຊຸມປຶກສາຫາລື ເພື່ອຄັດເລືອກເອົາສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ຂຶ້ນໃນວັນທີ 16 ກັນຍາ 2020 ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງ

ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງຄົງເຊໂດນ ຜູ້ຊີ້ນຳວຽກງານເສດຖະກິດ, ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຫົວໜ້າ – ຮອງຫົວໜ້າຫ້ອງການ, ພະນັກງານວິຊາການຂອງຫ້ອງການທີ່ກ່ຽວຂ້ອງ, ຕະຫຼອດຮອດສະມາຄົມກຸ່ມປີ້ງໄກ່ບ້ານນາປົ່ງເຂົ້າຮ່ວມ.

ທ່ານ ພອນສະຫວັດ ວົງນາດີ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຄົງເຊໂດນ ສະບັບເລກທີ 330/ຈມ.ຄດ ລົງວັນທີ 15 ກັນຍາ 2020 ການແຕ່ງຕັ້ງຄະນະກໍາມະການຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງເມືອງຄົງເຊໂດນ, ພ້ອມທັງຮັບຟັງຂັ້ນຕອນ ແລະ ເງື່ອນໄຂໃນການຄັດເລືອກເອົາສິນຄ້າໂອດ໊ອບ, ຈາກນັ້ນໃນທີ່ປະຊຸມຜູ້ແທນກອງປະຊຸມກໍໄດ້ມີການປຶກສາຫາລື ເພື່ອຮັບຮອງເອົາ ປີ້ງໄກ່ບ້ານນາປົ່ງ ເປັນສິນຄ້າໂອດ໊ອບ ຂອງເມືອງ ແລະ ແຂວງ, ພ້ອມທັງຮັບຮອງເອົາ 3 ຜະລິດຕະພັນຂອງປີ້ງໄກ່ນາປົ່ງ ຄື: ປີ້ງໄກ່ເປັນໂຕ, ປີ້ງປີກໄກ່ – ຂາໄກ່ ແລະ ປີ້ງເຄື່ອງໃນໄກ່ ເຂົ້າໃນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງເມືອງ ແລະ ແຂວງ.