ຝຶກອົບຮົມການເຄື່ອນຍ້າຍແຮງງານປອດໄພ

224

ກົມພັດທະນາສີມືແຮງງານ ແລະ ຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ໄດ້ຈັດຊຸດອົບຮົມກ່ຽວກັບການກະກຽມລົງໂຄສະນາເຜີຍແຜ່ຂໍ້ມູນ – ຂ່າວສານການເຄື່ອນຍ້າຍແຮງງານທີ່ປອດໄພ ຂຶ້ນໃນລະຫວ່າງວັນທີ 16 – 17 ກັນຍາ 2020 ທີ່ຢູ່ແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ແລະ ທ່ານ ຄໍາສະຫວາດ ອຸດທະຈັກ ຮອງຫົວໜ້າພະແນກ ຮສສ ແຂວງບໍລິຄໍາໄຊ.

ຊຸດອົບຮົມຄັ້ງນີ້ສຳມະນາກອນຈະໄດ້ເຊື່ອມຊຶມບັນດາເນື້ອໃນເອກະສານທີ່ສຳຄັນ ຄື: ການເຄື່ອນຍ້າຍແຮງງານ, ທາງເລືອກໃນການເຄື່ອນຍ້າຍທີ່ປອດໄພ, ຂະບວນການຈັດຫາງານ, ຕານ່າງການບໍລິການຈັດຫາງານ, ເງື່ອນໄຂການໄປເຮັດວຽກ, ໄລຍະເວລາຂອງການອະນຸຍາດເຮັດວຽກ ຫຼື ການຈ້າງງານ, ການຈັດຫາງານພາຍໃນປະເທດ, ການປະຖົມນິເທດ ຫຼັງຈາກເດີນທາງຮອດປະເທດປາຍທາງ, ເງື່ອນໄຂຈາກໜ່ວຍງານກວດຄົນເຂົ້າ – ອອກເມືອງ, ຄວາມເຂົ້າໃຈກ່ຽວກັບວີຊ່າ, ການເດີນທາງຮອດທີ່ໝາຍ, ວິທີການໃນການພັກອາໄສ, ໄລຍະຂອງການພັກອາໄສ, ການນໍາສະເໜີກ່ຽວກັບວັດທະນະທໍາ, ການສື່ສານທາງຄໍາເວົ້າ ແລະ ອື່ນໆອີກ.

ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບສະພາບການຄ້າມະນຸດໃນໂລກ ແລະ ພາກພື້ນ, ສົນທິສັນຍາສາກົນ ສາເຫດທີ່ພາໃຫ້ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ເລ່ຫຼ່ຽມຂອງການຄ້າມະນຸດ, ຜົນກະທົບຂອງການຄ້າມະນຸດ, ວິທີການດໍາເນີນຄະດີ ແລະ ການປ້ອງກັນຈາກການຄ້າມະນຸດ.

ຕອນທ້າຍ ທ່ານ ຄໍາສະຫວາດ ອຸດທະຈັກ ໄດ້ມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນ, ພ້ອມທັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມ ຈົ່ງນໍາເອົາຄວາມຮູ້ບົດຮຽນທີ່ຖອດຖອນໄດ້ຈາກການຝຶກອົບຮົມໃນຄັ້ງນີ້ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນສູງສຸດ.