ຝຶກອົບຮົມການວາງແຜນທຸລະກິດ, ການເງິນ ແລະ ບັນຊີເງິນສົດ

195

ສະມາຄົມການເງິນຈຸລະພາກ ( ສມກຈ ) ຈັດຝຶກອົບຮົມໃນຫົວຂໍ້ “ ການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ ” ເພື່ອສ້າງ ຄວາມຮູ້ເພີ່ມຕື່ມໃຫ້ເຂົາເຈົ້າກ່ຽວກັບການຂຽນແຜນທຸລະກິດ, ເປັນເຄື່ອງມືວິເຄາະໃນທຸລະກິດ. ພ້ອມນັ້ນ, ຍັງຊ່ວຍໃຫ້ສາມາດສ້າງເຄືອຂ່າຍ ແລະ ການເຂົ້າຫາແຫຼ່ງທຶນນໍາອີກ.

ທ່ານ ສາ ສິລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ສໍາລັບຜູ້ປະກອບການທີ່ມີເງື່ອນໄຂເຂົ້າຮ່ວມໃນກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍອີງຕາມລະບຽບແລ້ວຈຳເປັນຕ້ອງໄດ້ຜ່ານການຝຶກອົບຮົມຈາກກະຊວງ ອຄ ຫຼື ສະຖາບັນອື່ນທີ່ຖືກຮັບຮອງ.

ການຝຶກອົບຮົມໃນຄັ້ງນີ້ຈະຊ່ວຍໃຫ້ທ່ານຂຽນແຜນທຸລະກິດໄດ້ງ່າຍຂຶ້ນ ແລະ ເປັນເຂັມທິດໃຫ້ເຮົາຮູ້ເລື່ອງການລົງທຶນໃນອະນາຄົດ ເຊັ່ນ: ກຸ່ມລູກຄ້າເປົ້າໝາຍ, ການສ້າງຜະລິດຕະພັນ, ຕະຫຼາດຈໍາໜ່າຍສິນຄ້າ, ການເຂົ້າຫາແຫຼ່ງທຶນ ແລະ ອື່ນໆ. ສະນັ້ນ, ໃນເວລາທີ່ເຮົາຄິດຈະລົງທຶນໃດຕື່ມຈະຕ້ອງໄດ້ພິຈາລະນາຢ່າງຮອບຄອບ ໂດຍສະເພາະການຂຽນແຜນທຸລະກິດ, ລະບົບບັນຊີ, ລະບົບການເງິນ ແລະ ອື່ນໆຕ້ອງຫັນເຂົ້າເປັນລະບົບຢ່າງຄັກແນ່.

ທ່ານ ນາງ ຂັນມະນີ ສຸທໍາມະວົງ ຮອງປະທານສະພາບໍລິຫານສະມາຄົມການເງິນຈຸລະພາກ ມີຄຳເຫັນຕື່ມວ່າ: ອີງຕາມປະສົບການທີ່ເຮັດທຸລະກິດການເງິນຈຸລະພາກໃນໄລຍະຜ່ານມາເຫັນວ່າຍັງມີ ຄວາມຈໍາເປັນໃນການສ້າງແຜນທຸລະກິດ, ແຜນການເງິນ ແລະ ການບັນຊີ ເນື່ອງຈາກເປັນຈຸດສໍາຄັນ ຫາກໄດ້ເງິນຈາກກອງທຶນສົ່ງເສີມ SME ກໍໃຫ້ເອົາໃຈໃສ່ ແລ້ວຕ້ອງມີ ຄວາມຮັບຜິດຊອບໃນການບໍລິຫານ – ຈັດການໃຫ້ດີ ເມື່ອຮອດຍາມກໍຕ້ອງໄດ້ສົ່ງຄືນ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 21 ກັນຍາ 2020 ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ເປັນປະທານຂອງ ທ່ານ ສາ ສິລິພົງ, ທ່ານ ນາງ ຂັນມະນີ ສຸທໍາມະວົງ ຮອງປະທານສະພາບໍລິຫານ ສມກຈ ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.