ລົງມືກໍ່ສ້າງກຸ່ມເຄືອຂ່າຍໄຟຟ້າແຮງລົມ ທີ່ຫວຽດນາມ

185

ວັນທີ 20 ກັນຍາ ຢູ່ແຂວງ ກວາງບິ່ງ ສສ ຫວຽດນາມ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງກຸ່ມເຄືອຂ່າຍໄຟຟ້າແຮງລົມ B&T ດ້ວຍເງິນລົງທຶນກວ່າ 384 ລ້ານໂດລາ ເຊິ່ງເປັນໂຄງການລົງທຶນຈາກຕ່າງປະເທດບົນໜ້າດິນທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່.

ໂຄງການມີເນື້ອທີ່ກວ້າງກວ່າ 2.240 ເຮັກຕາ ກວມເອົາບໍລິເວນຂອງເມືອງກວາງນິງ ແລະ ເລ້ຖຸຍ ລວມມີເຄືອຂ່າຍໄຟຟ້າແຮງລົມ B&T1 ດ້ວຍກຳລັງຜະລິດໄຟຟ້າ 100,8 MW ຄາດວ່າຈະເລີ່ມຜະລິດໄຟຟ້າໄດ້ໃນເດືອນທັນວາ 2020 ແລະ ເຄືອຂ່າຍໄຟຟ້າແຮງລົມ B&T 2 ດ້ວຍກຳລັງຜະລິດໄຟຟ້າ 151,2 MW ຄາດວ່າຈະເລີ່ມຜະລິດໄຟຟ້າໄດ້ໃນເດືອນມິຖຸນາ 2021.

ຕາມທ່ານປະທານຄະນະກຳມະການປະຊາຊົນແຂວງກວາງບິ່ງ ເຈິ່ນກົງທ້ວນ ແລ້ວ, ໂຄງການດັ່ງກ່າວໄດ້ຮັບຄວາມຫວັງວ່າຈະເພີ່ມແຫຼ່ງໄຟຟ້າໃຫ້ທາງແຂວງ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ປະກອບສ່ວນສ້າງກຳລັງໜູນເພື່ອພັດທະນາເສດຖະກິດ – ສັງຄົມໃຫ້ແກ່ແຂວງ.