ເປີດໃຈ ສາຍຊົນ ຫຼັງມອບປະຕູໄຊໃຫ້ກັບ ມາສເຕີ 7 ໄດ້ໄປຕາມນັດພົບ ແຊັມເກົ່າ ໃນບານເຕະຊີງຂັນ ສຕລ

117

ສາຍຊົນ ຂຸນສໍານານ ກາຍເປັນພະເອກທັນທີ ຫຼັງຈາກທີ່ຍິງປະຕູໄຊໃຫ້ກັບ ມາສເຕີ 7 ເອັຟຊີ ບຽດເອົາຊະນະ ກະຣູດາ ເອັຟຊີ ໄປຫວຸດຫວິດ 4-3 ໃນນາທີໆສຸດທ້າຍຂອງການຕໍ່ເວລາບາດເຈັບ ເຊິ່ງກາຍເປັນປະຕູສໍາຄັນພາ ມາສເຕີ 7 ເອັຟຊີ ໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍໃນການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2020 ໄປພົບກັບ ລາວໂຕໂຢຕ້າ ເອັຟຊີ ໃນວັນທີ 18 ຕຸລາ 2020.

ຫຼ້າສຸດ ສາຍຊົນ ໃຫ້ສໍາພາດວ່າ: ນັດນີ້ເປັນອີກນັດໜຶ່ງທີ່ຫຼິ້ນຍາກ ເພາະວ່າ ມາສເຕີ 7 ເອັຟຊີ ເອົາຕົວສໍາຮອງຫຼາຍ ແນ່ນອນວ່າຄວາມເຂົ້າໃຈ ແລະ ຮູບເກມປ່ຽນໄປ ຈົນພວກເຮົາຕ້ອງຕົກຕາມຫຼັງເຖິງ 2 ປະຕູ. ຢ່າງໃດກໍຕາມ ສຸດທ້າຍແລ້ວຄູຝຶກໄດ້ປັບເກມໃໝ່ເຮັດໃຫ້ພວກເຮົາຕາມຕີສະເໝີໄດ້ ກ່ອນທີ່ສຸດທ້າຍຕົວເອງຈະມີຍິງປະຕູໄຊໄດ້ທ້າຍເກມ ແນ່ນອນວ່າ ປະຕູດັ່ງກ່າວເຮັດໃຫ້ຕົວເອງດີໃຈຫຼາຍ ພ້ອມທັງເປັນປະຕູຕ້ອນຮັບ ລູກສາວ ທີ່ຫາກໍເກີດໃນວັນທີ 21 ກັນຍາ 2020 ທີ່ຜ່ານມາ.

“ ແນ່ນອນວ່າ ນັດຕໍ່ໄປພວກເຮົາຈະຕ້ອງພ້ອມ 100% ເຖິງວ່າ ນັກເຕະໃນທີມຂອງພວກເຮົາມີ້ໜ້ອຍ ເນື່ອງຈາກນັກເຕະຕ່າງປະເທດທີ່ລົງທະບຽນໄປນັ້ນແມ່ນບໍ່ສາມາດເດີນທາງເຂົ້າມາສົມທົບໄດ້ ເພາະຕິດສະພາບໂຄວິດ-19 ແລະ ພວກເຮົາຈະເຮັດເຕັມທີ່ ໃນນັດທີ່ຈະພົບກັບ ແຊັມເກົ່າ ລາວໂຕໂຢຕ້າ ເອັຟຊີ ເຊິ່ງພວກເຮົາບໍ່ສາມາດຄາດເດົາຫຍັງໄດ້ ແຕ່ພວກເຮົາຈະເຮັດໃຫ້ເຕັມທີ່ສົມກັບນັດບິກແມັດ ເພາະທີ່ຜ່ານມາໃນລາວລາວລີກ 1 ພວກເຮົາກໍພິສູດໃຫ້ເຫັນແລ້ວວ່າພວກເຮົາສູ້ກັບ ແຊັມເກົ່າໄດ້ ເພາະສະເໝີກັນທັງ 2 ນັດ ( ຮອບຂາໄປ 1-1 ແລະ ຂາກັບ 0-0 ) ” ສາຍຊົນ ກ່າວ.

ປະຕູດັ່ງກ່າວເປັນປະຕູທີ 2 ຂອງ ສາຍຊົນ ຍິງໃຫ້ກັບ ມາສເຕີ 7 ເອັຟຊີ ນັບຕັ້ງແຕ່ຍ້າຍຈາກ ລາວໂຕໂຢຕ້າ ເອັຟຊີ ປີ 2020 ໂດຍກ່ອນໜ້ານີ້ ສາຍຊົນ ຍິງປະຕູສຸດງາມໃນ ເປບຊີ ລາວລີກ 1 ລະດູການ 2020 ປະຈໍາອາທິດທີ 3 ໃນວັນທີ 25 ກໍລະກົດ 2020 ແລ້ວຍັງກາຍເປັນປະຕູທໍາອິດຈາກກອງຫຼັງ ແລະ ປະຕູທໍາອິດກັບຕົ້ນສັງກັດໃໝ່ຢ່າງ ມາສເຕີ 7 ເອັຟຊີ ເຊິ່ງປະຕູນັ້ນກໍຍິງປະຕູໄດ້ຈາກລູກຟຣີຄິກ ໄລຍະ 20 ກວ່າແມັດ ໃນນັດທີ່ພາທີມເອົາຊະນະ ຊ້າງນ້ອຍ ເອັຟຊີ 2-1 (ເບິ່ງຄລິບໄດ້ລຸ່ມນີ້)