ມຽນມາ ຂະຫຍາຍເວລາລັອກດາວນະຄອນຢາງກຸ້ງ

101

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກມຽນມາເປີດເຜີຍວ່າກວດພົບຜູ້ຕິດເຊື້ອລາຍໃໝ່ເປັນສະຖິຕິໃໝ່ສູງເຖິງ 617 ຄົນ ເຊິ່ງສ່ວນໃຫຍ່ຢູ່ໃນນະຄອນຢາງກຸ້ງ.

ລັດຖະບານຈຶ່ງຈຳເປັນຕ້ອງໄດ້ຂະຫຍາຍເວລາລັອກດາວນັບແຕ່ວັນທີ 21 ກັນຍາເປັນຕົ້ນໄປ, ຂະນະທີ່ພະນັກງານທຸກຄົນຕ້ອງເຮັດວຽກຢູ່ເຮືອນ ຍົກເວັ້ນແຕ່ຜູ້ທີ່ໄດ້ຮັບອະນຸຍາດເທົ່ານັ້ນ, ສ່ວນສະຖາບັນການສຶກສາກໍຍັງສືບຕໍ່ປິດຈົນຮອດທ້າຍເດືອນກັນຍານີ້.

ມາຮອດວັນທີ 21 ກັນຍາຜ່ານມາ ມຽນມາພົບຜູ້ຕິດເຊື້ອແລ້ວ 5.541 ຄົນ, ເສຍຊີວິດ 92 ຄົນ, ການແຜ່ລະບາດຮອບໃໝ່ຢູ່ມຽນມາ ໂດຍມີຈຸດສູນກາງຢູ່ລັດຍະໄຂ່ ແລ້ວແຜ່ລະບາດໄປຫຼາຍເມືອງ ເຮັດໃຫ້ມີຜູ້ຕິດເຊື້ອຫຼາຍຮ້ອຍຄົນຕໍ່ມື້.