ຜົນການຈັດຕັ້ງປະຕິບັດນໍາໃຊ້ທຶນ ເພື່ອປ່ອຍກູ້ໃຫ້ SME ຂອງ 4 ທະນາຄານທຸລະກິດ

284

ເມື່ອວັນທີ 20 ມີນາ 2020 ຜ່ານມາ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ເຊັນສັນຍາສະໜອງທຶນງວດທຳອິດ 100 ຕື້ກີບ ໃຫ້ແກ່ 4 ທະນາຄານທຸລະກິດ ເພື່ອປ່ອຍກູ້ໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ໃນອັດຕາດອກເບ້ຍຕ່ຳ. ໃນນີ້, ທະນາຄານພັດທະນາລາວໄດ້ຮັບທຶນ 27 ຕື້ກີບ, ທະນາຄານໄຊງ່ອນເທືອງຕິ່ນລາວ 30 ຕື້ກີບ, ທະນາຄານຮ່ວມທຸລະກິດລາວ – ຫວຽດ 30 ຕື້ກີບ ແລະ ທະນາຄານ ມາຣູຮານເຈແປນລາວ 13 ຕື້ກີບ.

ຈຸດປະສົງຫຼັກແມ່ນເພື່ອເປັນການສະໜອງແຫຼ່ງທຶນໄລຍະຍາວໃຫ້ທະນາຄານປ່ອຍເງິນກູ້ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME ທີ່ນອນຢູ່ໃນ 4 ຂົງເຂດບຸລິມະສິດ ໄດ້ ແກ່: ຂະແໜງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ; ຂະແໜງຫັດຖະກຳ; ຂະແໜງກະສິກຳປູກຝັງ – ລ້ຽງສັດ ແລະ ຂະແໜງທ່ອງທ່ຽວໃນອັດຕາດອກເບ້ຍ 3% ຕໍ່ປີ.

SME ທີ່ຈະໄດ້ຮັບສິນເຊື່ອຕ້ອງປະຕິບັດຕາມເງື່ອນໄຂທີ່ກຳນົດໄວ້ໃນດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ ລົງວັນທີ 4 ກັນຍາ 2019 ໂດຍມີເປົ້າໝາຍນໍາໃຊ້ເປັນທຶນໝູນວຽນ ເພື່ອຂະຫຍາຍການຜະລິດ ແລະ ເພີ່ມການຈ້າງງານ; ທຶນຄົງທີ່ເພື່ອປ່ຽນຖ່າຍເຄື່ອງຈັກ ຫຼື ປັບປຸງເຕັກໂນໂລຊີ; ການນຳໃຊ້ເຕັກໂນໂລຊີເພື່ອເພີ່ມຜະລິດຕະພາບການຜະລິດ ແລະ ການບໍລິການ ເຊັ່ນ: ການນໍາໃຊ້ ICT ຊ່ວຍການບໍລິຫານຈັດການ ຫຼື ບັນຊາຂະບວນການຜະລິດ, ການຂະຫຍາຍການຜະລິດ ແລະ ການເພີ່ມການຈ້າງງານ, ການສ້າງນະວັດຕະກໍາໃນການຜະລິດ ແລະ ການອອກແບບ.

ຫຼ້າສຸດ, ວັນທີ 10 ກັນຍາ 2020 ທສວ ກໍໄດ້ເຊັນສັນຍາສະໜອງທຶນງວດທີ II ຈໍານວນ 100 ຕື້ກີບ ໃຫ້ແກ່: ທະນາຄານພັດທະນາລາວ 23 ຕື້ກີບ, ທະນາຄານໄຊງ່ອນເທືອງຕິ່ນລາວ ( ຊາຄອມແບັງລາວ ) 20,5 ຕື້ກີບ, ທະນາຄານຮ່ວມທຸລະກິດລາວ – ຫວຽດ 20,5 ຕື້ກີບ ແລະ ທະນາຄານ ມາຣູຣານ ເຈແປນ ລາວ 13 ຕື້ກີບ.

ໂອກາດນີ້, ທ່ານ ນາງ ມອນວິໄລ ບໍລິບູນ ຮອງອໍານວຍການໃຫຍ່ທະນາຄານ ຊາຄອມແບັງ ລາວ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດການນໍາໃຊ້ທຶນເພື່ອປ່ອຍກູ້ໃຫ້ກັບບັນດາ SME ຄັ້ງທີ I ຜ່ານມາວ່າ: ການປ່ອຍເງິນກູ້ໃຫ້ແກ່ SME ໃນອັດຕາດອກເບ້ຍ 3% ປີ ທະນາຄານພວກເຮົາເຫັນວ່າມີ ຄວາມທ້າທາຍຫຼາຍດ້ານ ເນື່ອງຈາກບາງຫົວໜ່ວຍວິສາຫະກິດ SME ຍັງບໍ່ທັນມີຄວາມເຂົ້າໃຈເງື່ອນໄຂຂອງການເຂົ້າຫາແຫຼ່ງທຶນ ເປັນຕົ້ນແມ່ນ: ບໍ່ທັນມີການຈົດທະບຽນວິສາຫະກິດ, ການຖືບັນຊີທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ບັນຫາອື່ນໆ ເຊິ່ງບັນຫາດັ່ງກ່າວແມ່ນນອນໃນເງື່ອນໄຂ ແລະ ນະໂຍບາຍຕ່າງໆທີ່ທາງພາກລັດວາງອອກ ໂດຍການປ່ອຍທຶນຜ່ານທະນາຄານທຸລະກິດທີ່ພາຍໃຕ້ການຄຸ້ມຄອງຂອງ ທສວ.

ເຖິງແມ່ນວ່າຈະພົບຄວາມທ້າທາຍຫຼາຍດ້ານໃນການປ່ອຍກູ້, ແຕ່ທະນາຄານຊາຄອມແບັງລາວ ກໍໄດ້ຮັບການຊ່ວຍເຫຼືອຈາກກອງທຶນດ້ວຍການໃຫ້ຄໍາແນະນໍາ ແລະ ຕິດຕາມຢ່າງໃກ້ຊິດ ເພື່ອສາມາດເຮັດໃຫ້ SME ນໍາໃຊ້ທຶນໃຫ້ຖືກຕ້ອງຕາມຈຸດປະສົງຂອງການປ່ອຍກູ້ຂອງກອງທຶນ.

ສໍາລັບວຽກຕໍ່ໄປ ພາຍຫຼັງທີ່ໄດ້ຮັບບ້ວງທຶນ ຄັ້ງທີ II ຈໍານວນ 20,5 ຕື້ກີບ ທາງທະນາຄານຊາຄອມແບັງ ລາວ ກໍໄດ້ເປີດລົງທະບຽນ ເຊິ່ງປັດຈຸບັນກໍມີບັນດາຫົວໜ່ວຍ SME ໄດ້ໃຫ້ຄວາມສົນໃຈ ແລະ ລົງທະບຽນເປັນທີ່ຮຽບຮ້ອຍແລ້ວ. ຄຽງຄູ່ກັນນັ້ນ, ບັນດາ SME ທີ່ຕ້ອງການທຶນໄປໝູນວຽນທຸລະກິດ, ແຕ່ບໍ່ທັນສາມາດປະຕິບັດໄດ້ຕາມເງື່ອນໄຂຂອງກອງທຶນວາງອອກນັ້ນທະນາຄານກໍມີທາງເລືອກ ແລະ ມີຜະລິດຕະພັນຫຼາກຫຼາຍບໍ່ວ່າຈະເປັນ: ຜະລິດຕະພັນກູ້ຢືມ 3%, ຜະລິດຕະພັນສິນເຊື່ອເງິນກູ້ເພື່ອສູ້ໂຄວິດ – 19 ດ້ວຍອັດຕາດອກເບ້ຍຕໍ່າ 4,5% ຕໍ່ປີ ແລະ ຜະລິດຕະພັນກູ້ຢືມ 7% ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກຕື່ມອີກ.

ທ່ານ ນາລິນ ສີລະວົງສິດ ຮອງຜູ້ອໍານວຍການໃຫຍ່ທະນາຄານພັດທະນາລາວ ລາຍງານຕື່ມວ່າ: ພາຍຫຼັງທີ່ໄດ້ເຊັນສັນຍາຮັບເງິນງວດທີ 1 ມູນຄ່າ 27 ຕື້ກີບ ພວກເຮົາກໍໄດ້ອອກແຈ້ງການໄປຍັງສາຂາຕ່າງໆ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດທີ່ມີຄວາມສົນໃຈ ໂດຍເນັ້ນໜັກໃນ 4 ຂະແໜງການທີ່ກອງທຶນວາງອອກ. ຜ່ານການຈັດຕັ້ງປະຕິບັດກໍເຫັນມາມີຜົນຕອບຮັບດີສົມຄວນ, ແຕ່ສິ່ງທ້າທາຍແມ່ນຄວາມເຂົ້າໃຈຂອງຜູ້ປະກອບການກ່ຽວກັບການຖືບັນຊີ ເຮັດໃຫ້ການຈັດຕັ້ງປະຕິບັດມີ ຄວາມຫຍຸ້ງຍາກ. ຄຽງຄູ່ກັນນັ້ນ, ບັນດາເງື່ອນໄຂຕ່າງໆທີ່ຢູ່ໃນດໍາລັດ ເລກທີ 299/ລບ ກໍຍັງບໍ່ທັນລະອຽດ ໂດຍສະເພາະແມ່ນວິສາຫະກິດໜຶ່ງມີສອງທະບຽນ ( ທະບຽນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດໃຫຍ່ ) ເຊິ່ງກໍໄດ້ສົມທົບກັບຂະແໜງການກ່ຽວຂ້ອງ.

ມາຮອດປັດຈຸບັນ, ທະນາຄານພັດທະນາລາວ ກໍໄດ້ປ່ອຍເງິນກູ້ໃຫ້ແກ່ບັນດາວິສາຫະກິດຕ່າງໆແລ້ວ ມູນຄ່າທັງໝົດ 26 ຕື້ 740 ລ້ານກີບ ປະກອບມີ 13 ຫົວໜ່ວຍ ໄດ້ແກ່: ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ ແລະ ແຂວງຈໍາປາສັກ. ໃນນັ້ນ, 8 ຫົວໜ່ວຍໄດ້ເຊັນສັນຍາຮຽບຮ້ອຍແລ້ວ ແລະ ອີກ 5 ຫົວໜ່ວຍແມ່ນໄດ້ນໍາໃຊ້ເງິນເປັນໄປແລ້ວ. ສໍາລັບແຜນນໍາໃຊ້ທຶນງວດທີສອງນີ້ໄດ້ອະນຸມັດໄປແລ້ວ 2 ລາຍການ ມູນຄ່າ 3,5 ຕື້ກີບ ແລະ ຍັງອີກ 24 ລາຍການທີ່ລູກຄ້າສະເໜີມາ ຫາກຄິດເປັນເງິນມູນຄ່າ 50 ຕື້ກີບ ຖືວ່າເກີນວົງເງິນເລັກໜ້ອຍທີ່ທະນາຄານຈະໄດ້ຮັບຈາກ ທສວ.

ທ່ານ Nguyen Duc Vu ຮອງຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ – ຫວຽດ ກ່າວວ່າ: ພາຍຫຼັງທີ່ໄດ້ຮັບທຶນງວດທີ 1 ມູນຄ່າ 30 ຕື້ກີບ ພວກເຮົາກໍໄດ້ແຈ້ງໃຫ້ແຕ່ລະສາຂາທົ່ວປະເທດດໍາເນີນການທັນທີ, ໄດ້ມີການໂຄສະນາຜ່ານສື່ສັງຄົມອອນລາຍ, ສື່ສິ່ງພິມ, ປ້າຍໂຄສະນາອື່ນໆ ລວມທັງປະສານສົມທົບກັບຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດຕ່າງໆ ພ້ອມທັງມີການຕິດຕາມ, ກວດກາ, ລາຍງານ ແລະ ມີທິດຊີ້ນຳເປັນແຕ່ລະອາທິດ. ປັດຈຸບັນທະນາຄານໄດ້ມີລູກຄ້າ 21 ຫົວໜ່ວຍ  ຄິດເປັນເງິນ 20 ຕື້ກີບ. ໃນນີ້, ໄດ້ເຊັນສັນຍາແລ້ວ 10 ຫົວ ໜ່ວຍ ເປັນເງິນ 8 ຕື້ກີບ ແລະ ຍັງບໍ່ທັນໄດ້ອະນຸມັດ 10 ຕື້ກີບ.

ສໍາລັບທຶນທີ່ໄດ້ຮັບໃນງວດທີສອງມູນຄ່າ 20,5 ຕື້ກີບ ຈະສືບຕໍ່ໂຄສະນາຢ່າງກວ້າງຂວາງ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບທຶນດັ່ງກ່າວ, ສືບຕໍ່ເພີ່ມທະວີພົວພັນກັບຫົວໜ່ວຍທຸລະກິດຕ່າງໆໃນການຊອກຫາລູກຄ້າທີ່ມີທ່າແຮງ ແລະ ຄົບເງື່ອນໄຂ. ນອກນັ້ນ, ຈະສູ້ຊົນໃຫ້ໄດ້ປ່ອຍເງິນທີ່ໄດ້ຮັບໃນງວດທີໜຶ່ງ ແລະ ງວດທີສອງໃນປີ 2020 ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.

ທ່ານ ແອນໂທນີ ຊິນ ຜູ້ອໍານວຍການໃຫຍ່ທະນາຄານ ມາຣູຣານ ເຈແປນ ລາວ ກ່າວວ່າ: ພາຍຫຼັງທີ່ໄດ້ຮັບທຶນງວດທີໜຶ່ງກໍໄດ້ມີການໂຄສະນາຢ່າງກວ້າງຂວາງຜ່ານສື່ສັງຄົມອອນລາຍຕ່າງໆ ເພື່ອໃຫ້ຫົວ ໜ່ວຍທຸລະກິດທີ່ມີຄວາມສົນໃຈຕ້ອງການເງິນກູ້ດອກເບ້ຍຕໍ່າໃຫ້ເຂົ້າມາສອບຖາມນຳໄດ້. ໄລຍະຜ່ານມາເຫັນວ່າມີລູກຄ້າເຂົ້າໃຊ້ບໍລິການ ແລະ ໄດ້ເຊັນສັນຍາ ພ້ອມທັງອະນຸມັດເງິນກູ້ໄປແລ້ວຈໍານວນໜຶ່ງ. ຄຽງຄູ່ກັນນັ້ນ, ທະນາຄານໄດ້ເນັ້ນໃສ່ບໍລິການດິຈິຕອນໂດຍບໍ່ນຳໃຊ້ເຈ້ຍ, ການເປີດບັນຊີບໍ່ຕ້ອງຂຽນແບບຟອມທີ່ເປັນເຈ້ຍ, ລົງລາຍເຊັນດິຈິຕອນ, ການໂອນເງິນແບບດິຈິຕອນ, ການຖອນເງິນທີ່ບໍ່ຈຳເປັນຕ້ອງໃຊ້ບັດເອທີເອັມ ໂດຍສາມາດສັ່ງການໄດ້ໃນແອັບພລິເຄເຊິນ ເອັມເຈ ສະດວກ ( MJ Saduak ) ເຊິ່ງການຫັນເປັນທະນາຄານດິຈິຕອນນີ້ ຖືວ່າເປັນການສົ່ງເສີມການເຮັດທຸລະກໍາທາງການເງິນຢູ່ເທິງອອນລາຍ ທີ່ຊ່ວຍໃຫ້ລູກຄ້າມີຄວາມສະດວກສະບາຍຍິ່ງຂຶ້ນ.

ຂໍ້ມູນຂອງ ທສວ ຍັງໃຫ້ຮູ້ຕື່ມອີກວ່າ: ຜ່ານການຈັດຕັ້ງປະຕິບັດການປ່ອຍສິນເຊື່ອໃຫ້ແກ່ SME ຄັ້ງທີ I ຈໍານວນ 100 ຕື້ກີບ ຮອດ ທ້າຍເດືອນສິງຫາ 2020 ສາມາດອະນຸມັດເງິນກູ້ໃຫ້ SME ໄປແລ້ວ 42 ສັນຍາ, 35 ຫົວ ໜ່ວຍທີ່ນອນໃນຂະແໜງກະສິກໍາ 34 ສັນຍາ, ທ່ອງທ່ຽວ 3 ສັນຍາ, ອຸດສາຫະກໍາປຸງແຕ່ງກະສິກຳ 3 ສັນຍາ ແລະ ຂະແໜງຫັດຖະກໍາ 2 ສັນຍາ ທີ່ມາຈາກນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈໍາປາສັກ, ຄໍາມ່ວນ, ສາລະ ວັນ, ອຸດົມໄຊ, ວຽງຈັນ, ຊຽງຂວາງ ແລະ ຫຼວງພະບາງ ລວມເປັນເງິນທັງໝົດ 60,09 ຕື້ກີບ.