ທະນາຄານທຸລະກິດຍັກໃຫຍ່ທົ່ວໂລກ ປ່ອຍໃຫ້ຟອກເງິນເກືອບ 20 ປີ

180

ສະມາຄົມນັກຂ່າວສືບສວນ – ສອບສວນນາໆຊາດ ( ICIJ ) ໄດ້ເຜີຍແຜ່ເອກະສານລັບຂອງເຄືອຂ່າຍສືບສວນອາດຊະຍາກຳທາງການເງິນຂອງສະຫະລັດອາເມຣິກາ ( FinCen ) ຜ່ານເວັບໄຊ www.icij.org ລະບຸວ່າ: ທະນາຄານທຸລະກິດຫຼາຍແຫ່ງທົ່ວໂລກໄດ້ປ່ອຍໃຫ້ມີການເຄື່ອນຍ້າຍເງິນ ( ໂອນເງິນ ) ຜິດກົດໝາຍເປັນເວລານານເກືອບ 20 ປີ ມູນຄ່າ 2.000 ຕື້ໂດລາສະຫະລັດໃນລະຫວ່າງປີ 1999 – 2017 ເຊິ່ງເງິນເຫຼົ່ານີ້ໄດ້ຮັບການອະນຸມັດການເຮັດທຸລະກຳໂດຍໜ່ວຍງານພາຍໃນຂອງສະຖາບັນການເງິນທີ່ຢູ່ໃນເຄືອຂ່າຍຕ້ອງສົງໄສ.

ເອກະສານລັບຂອງ FinCen ຄວບຄຸມເອກະສານທີ່ມີຊື່ວ່າ “ ລາຍງານກິດຈະກຳທີ່ໜ້າສົງໄສ ( SAR )” ເຊິ່ງເປັນເອກະສານທີ່ທະນາຄານທຸລະກິດ ແລະ ສະຖາບັນການເງິນປະເພດອື່ນໆ ໄດ້ຍື່ນຕໍ່ FinCen ເຊິ່ງເປັນໜ່ວຍງານຂອງກະຊວງການເງິນຂອງສະຫະລັດ.

ຫຼາຍຄັ້ງທີ່ທະນາຄານທຸລະກິດເຄື່ອນຍ້າຍເງິນຂອງບໍລິສັດຕ່າງໆທີ່ຈົດທະບຽນໃນແຫຼ່ງ ເຊິ່ງຖືກລະບຸວ່າເປັນສະຖານທີ່ພັກ ( ເກັບມ້ຽນເງິນ ) ເຊັ່ນ: ໝູ່ເກາະບຣີຕິສ ເບີຈິນ ແລະ ບໍ່ມີການລະບຸເຖິງເຈົ້າຂອງບັນຊີ.