ໄຟຟ້າລາວ ພວມສຸມໃສ່ແກ້ໄຂຂໍ້ຫຍຸ້ງຍາກ ເຮັດໃຫ້ການດຳເນີນທຸລະກິດມີປະສິດທິຜົນ

241

ໄຟຟ້າລາວ ພວມສຸມໃສ່ແກ້ໄຂຂໍ້ຫຍຸ້ງຍາກ ທີ່ກຳລັງປະເຊີນຢູ່ເພື່ອກ້າວຜ່ານວິກິດກາຍເປັນລັດວິສາຫະກິດທີ່ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ປະຕິບັດໄດ້ໜ້າທີ່ການເມືອງທີ່ພັກ ແລະ ລັດຖະບານມອບໝາຍໃຫ້.

ໃນວັນທີ 22 ກັນຍາ 2020 ທີ່ລັດວິສາຫະກິດໄຟຟ້າລາວ ໄດ້ມີກອງປະຊຸມພົບປະປຶກສາຫາລືລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ບັນດາຫົວໜ້າອົງການສື່ມວນຊົນ ເຊິ່ງນຳໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ເພື່ອສົນທະນາແລກປ່ຽນບົດຮຽນ ແລະ ສ້າງຄວາມຮັບຮູ້ເພີ່ມຕື່ມກ່ຽວກັບຫາຫຍຸ້ງຍາກ ແລະ ທິດທາງແກ້ໄຂຜ່ານຜ່າຂໍ້ຫຍຸ້ງຍາກທີ່ກຳລັງປະເຊີນຢູ່ ເພື່ອພັດທະນາລັດວິສາຫະກິດໄຟຟ້າລາວໃຫ້ເຂັ້ມແຂງ ດຳເນີນທຸລະກິດຢ່່າງມີປະສິດທິຜົນ ທັງສາມາດຮັບໃຊ້ໜ້າທີ່ການເມືອງທີ່ພັກ ແລະ ລັດຖະບານມອບໝາຍໃຫ້.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ລັດວິສາຫະກິດໄຟຟ້າລາວແມ່ນຫົວໜ່ວຍທຸລະກິດຂອງລັດທີ່ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິການ ແລະ ພັດທະນາພະລັງງານໄຟຟ້າຕາມແນວທາງຂອງພັກ ແລະ ກົດໝາຍຂອງລັດ ເພື່ອສະໜອງກະແສໄຟຟ້າໃຫ້ແກ່ຜູ້ຊົມໃຊ້ໄຟຟ້າຢ່າງພຽງພໍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມທີ່ພັກ – ລັດວາງອອກ; ພ້ອມທັງສົ່ງກະແສໄຟຟ້າອອກນອກປະເທດ ເພື່ອສ້າງລາຍຮັບເປັນເງິນຕາໃຫ້ແກ່ປະເທດຊາດ.

ໃນຊຸມປີຜ່ານມາພັກ ແລະ ລັດຖະບານໄດ້ລົງທຶນມະຫາສານໃນການພັດທະນາພື້ນຖານໂຄງລ່າງດ້ານພະລັງງານໄຟຟ້າ ເຮັດໃຫ້ມາຮອດປັດຈຸບັນອັດຕາການຊົມໃຊ້ໄຟຟ້າກວມເອົາ 95% ຂອງຄອບຄົວທົ່ວປະເທດ ເຊິ່ງເປັນຜົນສຳເລັດສູງຫາກທຽບໃສ່ບັນດາປະເທດດ້ອຍພັດທະນາຕ່າງໆໃນໂລກ. ຢ່າງໃດກໍຕາມ, ດ້ວຍຈຳນວນການລົງທຶນມະຫາສານ ໂດຍສະເພາະໃນລະບົບສະຖານີ ແລະ ສາຍສົ່ງໄຟຟ້າ, ຄ່າບໍລິຫານ – ສ້ອມແປງ, ບວກກັບການຊື້ພະລັງງານໄຟຟ້າຈາກຜູ້ຜະລິດແລ້ວມາຂາຍໃຫ້ຜູ້ຊົມໃຊ້ໃນລາຄາຕໍ່າກວ່າຕົ້ນທຶນ ເຮັດໃຫ້ລັດວິສາຫະກິດໄຟຟ້າລາວຕ້ອງຂາດທຶນມາຫຼາຍປີ.

ຕໍ່ສະພາບດັ່ງກ່າວ ໄຟຟ້າລາວພວມສຸມໃສ່ການປັບປຸງການດຳເນີນທຸລະກິດໃຫ້ມີປະສິດທິຜົນ ໂດຍການປັບໂຄງສ້າງໜີ້ດ້ວຍການຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ( EDL – T ); ຫຼຸດລາຍຈ່າຍບໍລິຫານ, ສ້າງລາຍຮັບເພີ່ມຈາກທ່າແຮງທີ່ມີໂດຍສະເພາະລະບົບສາຍໄຍແກ້ວ. ພ້ອມດຽວກັນນັ້ນ, ກໍຄົ້ນຄວ້າປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ໃຫ້ມີຄວາມເໝາະສົມ, ທ່ານ ຈັນທະບູນ ສຸກອາລຸນ ກ່າວ.

ນອກນັ້ນ, ກໍຈະເລັ່ງແກ້ໄຂບັນຫາການຜະລິດໄຟຟ້າໄດ້ຫຼາຍໃນໄລຍະລະດູຝົນ, ແຕ່ໃນລະດູແລ້ງການຜະລິດບໍ່ພຽງພໍການຊົມໃຊ້. ທັງນີ້, ກໍເພື່ອເຮັດໃຫ້ລະບົບໄຟຟ້າມີຄວາມສະຖຽນຕະຫຼອດປີ, ຊອກຫາຕະຫຼາດຈຳໜ່າຍໄຟຟ້າເພີ່ມຕື່ມອີກ ໂດຍສະເພາະການສົ່ງອອກໄປກຳປູເຈຍ.

ພ້ອມນັ້ນທ່ານຜູ້ອຳນວຍການຍັງຍົກໃຫ້ເຫັນອະນາຄົດອັນສົດໃສຂອງໄຟຟ້າລາວໃນຕໍ່ໜ້າ ໂດຍສະເພາະພາຍຫຼັງທີ່ບັນດາເຂື່ອນຕ່າງໆທີ່ຈະເລີ່ມທະຍອຍສົ່ງມອບໃຫ້ລັດຖະບານ ນັບແຕ່ປີ 2029 ເປັນຕົ້ນໄປ.