ວິສາຫະກິດທົ່ວໄປຢາກຂຶ້ນທະບຽນເລກໝາຍໂທລະສັບຕ້ອງເຮັດແນວໃດ ແລະ ຕ້ອງກະກຽມຫຍັງແດ່?

155

ການຂຶ້ນທະບຽນເລກໝາຍໂທລະສັບໃນລາວ ແມ່ນຕ້ອງໄດ້ເຮັດກັນຢ່າງສະເໝີພາບທັງບຸກຄົນ ແລະ ນິຕິບຸກຄົນ ລວມທັງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດທີ່ຕັ້ງຢູ່ລາວ.

ໃນບົດຄວາມຜ່ານມາ ເຮົາກໍໄດ້ສະເໜີໃຫ້ຮູ້ໄປແລ້ວກ່ຽວກັບການຂຶ້ນທະບຽນເລກໝາຍໂທລະສັບ ຫຼື ເວົ້າກັນຢ່າງງ່າຍໆກໍແມ່ນຂຶ້ນທະບຽນຊິມສຳ ລັບຜູ້ໃຊ້ທີ່ເປັນບຸກຄົນທົ່ວໄປ, ໃນບົດ ຄວາມນີ້ເຮົາຈະມານຳສະເໜີວິທີການສຳລັບນິຕິບຸກຄົນ ( ບໍລິສັດ ແລະ ການຈັດຕັ້ງຕ່າງໆ ).

  • ຂຶ້ນທະບຽນໄດ້ຢູ່ໃສ?
    ສຳລັບນິຕິບຸກຄົນ ແລະ ອົງການການຈັດຕັ້ງ ສາມາດຂຶ້ນທະບຽນໄດ້ທີ່ສຳນັກງານໃຫຍ່ ຫຼື ສາຂາຂອງຜູ້ໃຫ້ບໍລິການເທົ່ານັ້ນ ແລະ ບໍ່ສາມາດໄປຂຶ້ນທະບຽນນຳຕົວແທນຈຳໜ່າຍຊິມ ຫຼື ຜ່ານແອັບພລິເຄເຊິນ LaoKYC ຄືກັບຜູ້ໃຊ້ແບບບຸກຄົນທົ່ວໄປ.

  • ເສຍຄ່າທຳນຽມ ຫຼື ຄ່າບໍລິການຫຍັງບໍ່?

ອີງຕາມຂໍ້ຕົກລົງຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ກຳນົດໄວ້ວ່າ: ການຂຶ້ນທະບຽນເລກໝາຍໂທລະສັບ ແມ່ນຮັບປະກັນບໍ່ເຮັດໃຫ້ເກີດລາຍຈ່າຍເພີ່ມຕື່ມໃດໆ ເຊິ່ງນີ້ໝາຍຄວາມວ່າບໍ່ໄດ້ເສຍເງິນຫຍັງ.

  • ເອກະສານການຂຶ້ນທະບຽນມີຫຍັງແດ່?

ນິຕິບຸກຄົນຕ້ອງປະກອບເອກະສານດັ່ງນີ້:

  • ໜັງສືມອບສິດຂຶ້ນທະບຽນໝາຍເລກໂທລະສັບຈາກຜູ້ອຳນວຍການບໍລິສັດ
  • ສຳເນົາໃບທະບຽນວິສາຫະກິດ ແລະ ໃບທະບຽນອາກອນ
  • ແຈ້ງລາຍການເລກໝາຍໂທລະສັບ ພ້ອມຂໍ້ມູນຜູ້ທີ່ຈະນຳໃຊ້ໃຫ້ຄົບຖ້ວນ ປະກອບມີ: ຊື່, ນາມສະກຸນ, ວັນເດືອນປີເກີດ, ທີ່ຢູ່ ແລະ ຮູບຖ່າຍຕົວຈິງ.
  • ເອກະສານໃດໜຶ່ງຂອງອຳນວຍການບໍລິສັດທີ່ມອບສິດຂຶ້ນທະບຽນເລກໝາຍໂທລະສັບ ເຊັ່ນ: ບັດປະຈຳຕົວ, ສຳມະໂນຄົວ, ໜັງສືຜ່ານແດນ, ພ້ອມຮູບຖ່າຍຂອງຜູ້ອຳນວຍການຂະໜາດ 3×4.
  • ເອກະສານອື່ນໆຕາມການກຳນົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
  • ອົງການຈັດຕັ້ງຕ້ອງປະກອບເອກະສານດັ່ງນີ້:
  • ໜັງສືສະເໜີຢ່າງເປັນທາງການຈາກອົງການຈັດຕັ້ງ
  • ແຈ້ງລາຍການເລກໝາຍໂທລະສັບ ພ້ອມຂໍ້ມູນຜູ້ທີ່ຈະນຳໃຊ້ໃຫ້ຄົບຖ້ວນ ປະກອບມີ: ຊື່, ນາມສະກຸນ, ວັນເດືອນປີເກີດ, ທີ່ຢູ່, ຮູບຖ່າຍຕົວຈິງ.
  • ເອກະສານໃດໜຶ່ງຂອງຫົວໜ້າອົງການຈັດຕັ້ງທີ່ມອບສິດຂຶ້ນທະບຽນເລກໝາຍໂທລະສັບ ເຊັ່ນ: ບັດປະຈຳຕົວ, ສຳມະໂນຄົວ, ໜັງສືຜ່ານແດນ, ພ້ອມຮູບຖ່າຍຂອງຜູ້ອຳນວຍການຂະໜາດ 3×4.
  • ເອກະສານອື່ນໆຕາມການກຳນົດຂອງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
  • ທັງນີ້, ໃນເວລາໄປຂຶ້ນທະບຽນໃຫ້ຖືເອກະສານສະບັບແທ້ໄປນຳເພື່ອຢັ້ງຢືນ ແລະ ເອົາກັບຄືນເມື່ອຂຶ້ນທະບຽນສຳເລັດແລ້ວ ປະໄວ້ພຽງແຕ່ເອກະສານສະບັບສຳເນົາ.
  • ຂຶ້ນທະບຽນໄດ້ຫຼາຍສໍ່າໃດ?

ສຳລັບນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດຂຶ້ນທະບຽນເລກໝາຍໂທລະສັບໄດ້ບໍ່ເກີນ 50 ເລກໝາຍ; ກໍລະນີຂຶ້ນທະບຽນໃຫ້ບຸກຄົນໃນອົງການຈັດຕັ້ງຂອງຕົນເອງໃຊ້. ກໍລະນີ ຂຶ້ນທະບຽນເລກໝາຍ ເພື່ອນຳໃຊ້ໃນອຸປະກອນຂອງອົງການຈັດຕັ້ງຕົນເອງແມ່ນບໍ່ເກີນ 100 ເລກໝາຍ. ຖ້າຕ້ອງການຂຶ້ນທະບຽນຫຼາຍກວ່ານີ້ແມ່ນຕ້ອງສະເໜີຕໍ່ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເພີ່ມຕື່ມເພື່ອພິຈາລະນາ.

( ທີ່ມາ: http://laoofficialgazette.gov.la )