ດ່ານພາສີສາກົນລະໄລ ເກັບລາຍຮັບ 21 ຕື້ກວ່າກີບ

121

ປີ 2020 ດ່ານພາສີສາກົນລະໄລ ໄດ້ຮັບແຜນຕົວເລກຈັດເກັບລາຍຮັບ ເບື້ອງຕົ້ນ 57 ຕື້ກີບ ແລະ ໄດ້ຮັບຕົວເລກດັດແກ້ໃໝ່ 6 ເດືອນທ້າຍປີ 2020 ຈຳນວນ 32,5 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດ 8 ເດືອນ ສາມາດຈັດເກັບໄດ້ 21,5 ຕື້ກີບ ເທົ່າກັບ 37,61% ຂອງແຜນການປີ.
ຄະນະຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ນໍາໂດຍ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີກະຊວງການເງິນ, ທ່ານ ວົງວັນເພັງ ພູມສະຫວັນ ຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ, ມີທ່ານຫົວໜ້າກອງກວດກາພາສີປະຈໍາແຂວງ ແລະ ຫົວໜ້າດ່ານພາສີສາກົນ ໄດ້ເຄື່ອນໄຫວວຽກງານຊຸກຍູ້ – ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ດ່ານພາສີສາກົນລະໄລ ແຂວງສາລະວັນ.


ປີ 2020 ດ່ານພາສີສາກົນລະໄລ ແຂວງສາລະວັນ ໄດ້ຮັບແຜນຕົວເລກຈັດເກັບລາຍຮັບເຂົ້າງົບປະມານເບື້ອງຕົ້ນ 57 ຕື້ກີບ ແລະ ໄດ້ຮັບຕົວເລກດັດແກ້ໃໝ່ 6 ເດືອນທ້າຍປີ 2020 ຈຳນວນ 32,5 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດ 8 ເດືອນ ສາມາດຈັດເກັບໄດ້ 21,5 ຕື້ກີບ ເທົ່າກັບ 37,61% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະຕິບັດໄດ້ 31 ຕື້ກີບ ຫຼຸດລົງ 32,2% ເທົ່າກັບ 10,1 ຕື້ກີບ; ແຕ່ຖ້າທຽບໃສ່ແຜນດັດແກ້ໃໝ່ໃນ 6 ເດືອນທ້າຍປີ 32,5 ຕື້ກີບ ສາມາດປະຕິບັດໄດ້ 21,5 ຕື້ກີບ ເທົ່າກັບ 66,16% ຂອງແຜນດັດແກ້.
ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບບໍ່ບັນລຸຕາມແຜນການ ຍ້ອນການນຳ ເຂົ້າ – ສົ່ງອອກສິນຄ້າມີທ່າອ່ຽງຫຼຸດລົງ, ສິນຄ້າຈຳນວນໜຶ່ງໄດ້ຮັບການຍົກເວັ້ນພາສີອາກອນ ແລະ ການແຜ່ລະບາດຂອງພະຍາດໂຄວິດ – 19.

ເຖິງຢ່າງໃດກໍຕາມ, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍ ດ່ານພາສີສາກົນລະໄລ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ໃຫ້ນັກທຸລະກິດ, ຜູ້ປະກອບການແຈ້ງລາຄາສິນຄ້າ, ແຫຼ່ງກໍາເນີດໃຫ້ຖືກຕ້ອງຄົບຖ້ວນທາງດ້ານຈໍານວນ ເພື່ອເປັນບ່ອນອີງໃນການຄິດໄລ່ເສຍພາສີ – ອາກອນ, ປະສານສົມທົບກັບຂະແໜງສ່ວຍສາອາກອນຂະແໜງການກ່ຽວຂ້ອງລົງກວດກາສາງເກັບນໍ້າມັນເຊື້ອໄຟຂອງບັນດາໂຄງການ, ບໍລິສັດນໍ້າມັນເຊື້ອໄຟຕ່າງໆ ແລະ ສາງສິນຄ້າຂອງບໍລິສັດທີ່ດໍາເນີນທຸລະກິດນໍາເຂົ້າ – ສົ່ງອອກຢູ່ພາຍໃນ.
ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນໃນການກວດກາ, ການປາບປາມການລັກລອບສິນຄ້າໜີພາສີລຽບຕາມຊາຍແດນໃຫ້ຫຼຸດລົງເທື່ອລະກ້າວ, ປະຕິບັດນິຕິກຳກົມພາສີວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ພິເສດແມ່ນຄຳສັ່ງ 15/ນຍ ວ່າດ້ວຍການເພີ່ມທະວີ ແລະ ເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
ການລົງຊຸກຍູ້ການເກັບລາຍຮັບດັ່ງກ່າວມີຂຶ້ນໃນວັນທີ 15 ກັນຍາ 2020.
[ ຮູບ: ກົມພາສີ ]