ບໍລິສັດໄທໂຮ່ການຢາ ຊ່ວຍໂຮງໝໍແຂວງຄຳມ່ວນ 50.000 ໂດລາ ຕໍ່ເຕີມອາຄານຟື້ນຟູຊີບເດັກເກີດໃໝ່

142

ບໍລິສັດໄທໂຮ່ການຢາ ໃຫ້ການຊ່ວຍເຫຼືອລ້າ 50.000 ໂດລາ ຕໍ່ເຕີມອາຄານຟື້ນຟູຊີບເດັກເກີດໃໝ່ໃນແຂວງຄຳມ່ວນ ພິທີເຊັນສັນຍາໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມໂຮງໝໍແຂວງຄຳມ່ວນລະຫວ່າງ ໂຮງໝໍແຂວງຄຳມ່ວນ ແລະ ບໍລິສັດໄທໂຮ່ການຢາ.

ໃຫ້ກຽດລົງນາມ ໂດຍ ທ່ານ ດຣ ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນແລະ ຕາງໜ້າບໍລິສັດໂດຍ ທ່ານ ນາງ ສາຍສະໜອນ ຟຼີຈິດຕະວົງ ຫົວໜ້າຝ່າຍການຕະຫລາດບໍລິສັດໄທໂຮ່ການຢາ, ເປັນກຽດເຂົ້າຮ່ວມມີ ທ່ານ ດຣ ແກ່ນຈັນ ທອງສະຫວັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຫົວໜ້າພະແນກການຕ່າງປະເທດ, ຕາງໜ້າພະແນກແຜນການ ແລະ ການລົງທຶນແຂວງ ພ້ອມພະຍານທັງສອງຝ່າຍເຂົ້າຮ່ວມ.


ໂຄງການກໍ່ສ້າງຕໍ່ເຕີມອາຄານໄທໂຮ່ຟຶ້ນຟູຊີບເດັກເກີດໃໝ່ແມ່ນຕັ້ງຢູ່ລະຫວ່າງຕຶກເດັກ ແລະ ຕຶກພາຍໃນມີຂະໜາດ 12 X 16 ແມັດ, ໃນການກໍ່ສ້າງຕໍ່ເຕີມຄັ້ງນີ້ປະກອບດ້ວຍຫ້ອງເຊີດຊູເດັກເກີດໃໝ່ມາປິ່ນປົວ 1 ຫ້ອງ, ຫ້ອງ ICU ເດັກໃຫຍ່ 1 ຫ້ອງ, ຫ້ອງ ICU ເດັກເກີດໃໝ່ 1 ຫ້ອງ, ຫ້ອງທ່ານໝໍ 1 ຫ້ອງ, ຫ້ອງພະຍາບານ 1 ຫ້ອງ ແລະ ຫ້ອງນໍ້າ 4 ຫ້ອງ, ໃນນີ້ຫ້ອງນໍ້າສຳລັບພະຍາບານ 2 ຫ້ອງ ແລະ ຄົນເຈັບ 2 ຫ້ອງ, ລວມມູນຄ່າການຊ່ວຍເຫລືອ 50.000 ໂດລາສະຫະລັດ ( ເຊິ່ງເປັນການຊ່ວຍເຫລືອລ້າຈາກບໍລິສັດໄທໂຮ່ການຢາ ປະເທດສິງກະໂປ ).

ຄາດວ່າໂຄງການດັ່ງກ່າວຈະເລີ່ມລົງມືກໍ່ສ້າງໃນທ້າຍເດືອນຕຸລາ ແລະ ຈະສໍາເລັດໃນອີກ 4 ເດືອນຕໍ່ໜ້ານີ້. ໂດຍລວມແລ້ວຖ້າການກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການກໍ່ຈະສາມາດສ້າງໃຫ້ວິຊາການສຳລັບສາຍເດັກມີຄວາມສະດວກ, ສະບາຍໃນການບໍລິການຄົນເຈັບ, ເຮັດໃຫ້ສັງຄົມ, ຄົນທີ່ເຂົ້າມາໃຊ້ບໍລິການມີຄວາມເພິ່ງພໍໃຈ, ອັນສຳຄັນກໍ່ຄືການຈັດລະບົບການປິ່ນປົວໃຫ້ຖຶກຕ້ອງຕາມເຕັກນິກວິທະຍາສາດໃນປະຈຸບັນ ເພື່ອໃຫ້ໃກ້ຄຽງກັບສາກົນຂຶ້ນໄປເລຶ້ອຍໆ.

sourse: Khammouane News