ຫ້ອງການ PTX ຮ່ວມກັບ ກຸ່ມ BNI Lao ເຊັນບົດບັນທຶກຄວາມເຂົ້າໃຈ ແນໃສ່ຍົກລະດັບບຸກຄະລາກອນ

132

ໃນວັນທີ 18 ກັນຍາ 2020 ຜ່ານມາ ຫ້ອງການຝຶກອົບຮົມ ພີທີເອັກ PTX Professional Training ໄດ້ຮ່ວມມືກັບ ກຸ່ມຜູ້ປະກອບການ ບີເອັນໄອ BNI Professional chapter ເຊັນບົດບັນທຶກຄວາມເຂົ້າໃຈ MOU ຂຶ້ນ ທີ່ຮ້ານປະຕູໄຊ ຄາເຟ່, ໂດຍການເຂົ້າຮ່ວມຂອງທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມ ໂຮງແຮມ ແລະ ຮ້ານອາຫານລາວ; ທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາຜູ້ປະກອບການເຂົ້າຮ່ວມ.

ໃນພິທີ ທ່ານ ດາວເດືອນ ເຮືອງສະຫວັດ ຜູ້ອຳນວຍການຫ້ອງການຝຶກອົບຮົມ ພີທີເອັກ ໄດ້ກ່າວວ່າ: ຫ້ອງການຝຶກອົບຮົມ ພີທີເອັກ ໄດ້ສ້າງຕັ້ງຂຶ້ນໃນປີ 2016 ດຳເນີນກິດຈະການໃຫ້ບໍລິການດ້ານການຝືກອົບຮົມແກ່ບັນດາຜູ້ປະກອບການຮ້ານອາຫານ ແລະ ໂຮງແຮມ, ສ້າງເປັນສູນພັດທະນາພະນັກງານຝຶກພະນັກງານ, ນັກຮຽນນັກສຶກສາ ຜູ້ທີ່ສົນໃຈເປັນພະນັກງານດ້ານການບໍລິການ ຫຼື ບຸກຄົນທີ່ສົນໃຈເປັນຜູ້ປະກອບການທີ່ກ່ຽວພັນດ້ານຮ້ານອາຫານ ແລະ ຂະແໜງການທ່ອງທ່ຽວ, ຫ້ອງການ ຝຶກອົບຮົມພີທີເອັກ ເປັນສູນຝຶກວິຊາຊີບ ເພື່ອພັດທະນາຄູຜູ້ສອນ, ຝຶກຄູກາຍເປັນຈຸດປະກາຍເປັນຄູຍຸກໃໝ່ເພື່ອພັດທະນາໄວໜຸ່ມ ເພື່ອກ້າວໄປສູ່ຍຸກ 4,0 ໂດຍແນໃສ່ສ້າງຄູ, ສ້າງຜູ້ປະກອບການເພື່ອເປັນຕົ້ນແບບໃນພາກວິຊາການຂອງວຽກງານການພັດທະນາວຽກງານສຶກສາໃນລາວ.

ຫ້ອງການຝຶກອົບຮົມ ພີທີເອັກ ໃຫ້ບໍລິການລູກຄ້າ 5 ແບບດັ່ງນີ້: ໃຫ້ຄຳປຶກສາແກ່ຜູ້ປະກອບການດ້ານທຸລະກິດດ້ານການທ່ອງທ່ຽວ, ການໂຮງແຮມ, ຮ້ານອາຫານ; ເປັນສູນພັດທະນາຄູຍຸກໃໝ່ ເພື່ອກ້າວໄປສູ່ຍຸກ 4,0 ເພື່ອພັດທະນາເດັກນ້ອຍໃຫ້ມີຄວາມຮູ້ທັນໂລກທັນເຫດການ; ເປັນສູນຝຶກອົບຮົມໃຫ້ຄວາມຮູ້ຜູ້ປະກອບກິດຈະການທຸລະກິດຂະໜາດນ້ອຍ ແລະ ກາງໃນລາວ; ເປັນສູນພັດທະນາສ້າງທັກສະວິຊາຊີບໃຫ້ແກ່ໄວໜຸ່ມນັກຮຽນນັກສຶກສາ ດ້ານວິຊາຊີບການບໍລິການ ແລະ ເປັນສູນໃຫ້ການປະຊາສຳພັນ, ເປັນສື່ກາງດ້ານວິຊາຊີບລະຫວ່າງຜູ້ປະກອບການ ແລະ ຜູ້ສະໝັກວຽກ ຫຼື ຄົນທີ່ຊອກວຽກເຮັດງານທຳ ແລະ ການສ້າງບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ບີເອັນໄອ BNI Professional chapter ນີ້ຂຶ້ນມາ ເພື່ອຊ່ວຍເຊິ່ງກັນ ແລະ ກັນ ເປັນຜູ້ເສຍສະຫຼະ ເປັນຜູ້ໃຫ້ເພື່ອພັດທະນາສັງຄົມຮ່ວມກັນ.

ທ່ານ ອະນຸສິດ ຫຼວງລາດ ປະທານ ບີເອັນໄອ BNI Professional chapter ລາວ ໄດ້ກ່າວວ່າ: ໃນນາມປະທານ ບີເອັນໄອ BNI Lao ແມ່ນມີຄວາມຍິນດີທີ່ກຸ່ມພວກເຮົາ ແລະ ຫ້ອງການພີທີເອັກ ທີ່ມີຄວາມຄິດລິເລີ່ມໃນການນຳເອົາຄວາມຮູ້ມາສູ່ສັງຄົມ, ການສຶກສາພັດທະນາບຸກຄະລາກອນ ແມ່ນ 1 ໃນບູລິມະສິດ ຂອງ ບີເອັນໄອ BNI ສາກົນທີ່ເພິ່ນໄດ້ດຳເນີນງານມາ, ຜ່ານມາກຸ່ມສະມາຊິກ ບີເອັນໄອ BNI ເຮົາແມ່ນຈະມີການປະຊຸມສຳມະນາໃຫ້ແກ່ສະມາຊິກຕະຫຼອດ ເພື່ອຖ່າຍຖອດບົດຮຽນ ແລະ ແລກປ່ຽນບົດຮຽນໃຫ້ເຊິ່ງກັນ ແລະ ກັນ, ສະນັ້ນການຮ່ວມມືກັນໃນຄັ້ງນີ້ແມ່ນເປັນມິດໝາຍທີ່ດີໃນການສົ່ງເສີມນັກທຸລະກິດລາວໃຫ້ມີການຍົກລະດັບອີກຂັ້ນ ແລະ ເປັນການສົ່ງເສີມການເຊື່ອມໂຍງລະຫວ່າງນັກທຸລະກິດລາວ ແລະ ນັກທຸລະກິດໃນກຸ່ມ ບີເອັນໄອ BNI ສາກົນອີກດ້ວຍ.

ທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມ ໂຮງແຮມ ແລະ ຮ້ານອາຫານລາວ ໄດ້ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ສູນພີທີເອັກ ແລະ ບີເອັນໄອ ໃນຄັ້ງນີ້ເປັນການຮ່ວມມືທີ່ດີ ເພາະເຮັດໃຫ້ຝຶກອົບຮົມຂອງບັນດາພາກທຸລະກິດ ແລະ ພາກສ່ວນອື່ນໆ ໄດ້ກ້າວໄປອີກຂັ້ນໜຶ່ງ ເພາະກຸ່ມ ບີເອັນໄອ ແມ່ນມີສະມາຊິກໃນຫຼາຍປະເທດທົ່ວໂລກດັ່ງນັ້ນຈຶ່ງເປັນສິ່ງທີ່ດີທີ່ຈະມີການແລກປ່ຽນ ແລະ ກາຍເປັນຄູ່ຮ່ວມທຸລະກິດທີ່ດີຮ່ວມກັນໄດ້ ເພາະໃນອີກບໍ່ດົນໂຄງການທາງລົດໄຟລາວ-ຈີນ ກໍ່ຈະສຳເລັດແລ້ວ ແລະ ໃນນາມເຮົາເປັນຜູ້ປະກອບການເຮົາຈະມີຄວາມພ້ອມໃນການຮັບມືແນວໃດ, ຈະເຮັດຫຍັງເພື່ອສ້າງປະໂຫຍດຈາກໂຄງການດັ່ງກ່າວ, ດັ່ງນັ້ນວຽກງານການຝຶກອົບຮົມຍົກລະດັບ, ການແລກປ່ຽນຂໍ້ມູນມັນຈຶ່ງສຳຄັນຫຼາຍ ດັ່ງນັ້ນການຮ່ວມມືຂອງ 2 ພາກສ່ວນນີ້ແມ່ນຈະມີຄວາມສຳຄັນ ແລະ ສ້າງປະໂຫຍດໃຫ້ແກ່ຫຼາຍພາກສ່ວນ.