ດ່ວນ! ຊຽງຮ່ອນປະກາດ ພະຍາດອະຫິວາໝູອາຟຣິກາລະບາດໄປທົ່ວເມືອງແລ້ວ

244

ວັນທີ 21 ກັນຍາ 2020 ຫ້ອງວ່າການປົກຄອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ອອກແຈ້ງການ ສະບັບເລກທີ 1074/ຈມ.ຊຮ ໄດ້ອອກຄຳສັ່ງວ່າດ້ວຍການປະກາດເຂດໂລກລະບາດພະຍາດອະຫິວາໝູອາຟຣິກາໃນຂອບເຂດທົ່ວເມືອງ.

ເຊິ່ງໃນທ້າຍເດືອນສິງຫາ 2020 ຜ່ານມາເມືອງຊຽງຮ່ອນໄດ້ເກີດມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ເຂດບ້ານນໍ້າກອກ, ບ້ານສາມັກຄີໄຊ, ບ້ານຫົວນາ, ບ້ານນາອອນ, ລາວສະໂນ, ດອນເຟືອງ, ບ້ານແກ່ນ, ບ້ານຂີ່ງ, ບ້ານດົງ, ບ້ານນໍ້າຄ່ອມ ແລະ ບ້ານຫ້ວຍຮາກ ພະຍາດອະຫິວາໝູອາຟຣິກາ ແມ່ນພະຍາດທີ່ຮ້າຍແຮງ ແລະ ແຜ່ລາມໄວ ສຳລັບໝູທຸກຊະນິດ ທຸກປະເພດ, ແລະ ປະຈຸບັນຍັງບໍ່ທັນມີຢາປິ່ນປົວ ແລະ ບໍ່ທັນມີວັກຊິນປ້ອງກັນພະຍາດນີ້ເທື່ອ.

ດັ່ງນັ້ນເຈົ້າເມືອງໆຊຽງຮ່ອງຈຶ່ງອອກຄຳສັ່ງ ດັ່ງນີ້:

1 ປະກາດທົ່ວເມືອງຊຽງຮ່ອນ ເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາ;

2 ບ້ານໃດທີ່ມີໝູເຈັບ ຫຼື ຕາຍ ອົງການປົກຄອງບ້ານຕ້ອງແຈ້ງໃຫ້ຫ້ອງການກະສິິກຳ ແລະ ປ່າໄມ້ ໂດຍດ່ວນ ເພື່ອລົງຕິດຕາມກວດກາ ແລະ ກຳຈັດທຳລາຍຢ່າງຖືກວິທີ.

3 ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບອຳນາດການປົກຄອງບ້ານລົງນຳພາປະຊາຊົນທຳການອະນາໄມຄອກສັດດ້ວຍວິທີການຂ້າເຊື້ອດ້ວຍຢາຂ້າເຊື້ອ ຫຼື ໂຮຍປູນຂາວໃນບ່ອນທີ່ຢູ່ຂອງສັດທີ່ຕິດເຊື້ອ ຫຼື ສັດຕາຍຢ່າງທົ່ວເຖິງ.

ພາບປະກອບຂ່າວເທົ່ານັ້ນ

4 ຫ້າມບໍ່ໃຫ້ມີການເຄື່ອນຍ້າຍໝູ, ສີ້ນສ່ວນໝູ ແລະ ຜະລິດຕະພັນໝູທຸກຊະນິດ ເຂົ້າ-ອອກເຂດທີ່ເກີດພະຍາດຈົນກວ່າຈະໄດ້ຮັບການຢັ້ນຢືນວ່າເປັນເຂດປອດພະຍາດ.

5 ຫ້າມທຸກພາກສ່ວນນຳເອົາໝູທີ່ເຈັບ, ຕິດເຊື້ອ ຫຼື ຕາຍຍ້ອນພະຍາດໄປຂ້າໄປຄົວ ເພື່ອບໍລິໂພກ ແລະ ຈຳໜ່າຍຕາມສະຖານທີ່ຕ່າງໆຢ່າງເດັດຂາດ.

6 ຫ້າມຄອບຄົວຜູ້ລ້ຽງໝູນຳເອາສັດຕາຍຖີ້ມລົງໜອງນໍ້າ, ຫ້ວຍຮ່າງຄອງບຶງ ຢ່າງເດັດຂາດ ເມື່ອມີສັດຕາຍຕ້ອງຂໍຄຳແນະນຳຈາກເຈົ້າໜ້າທີ່ສັດຕະວະແພດເມືອງເພື່ອກຳຈັດ ແລະ ທຳລາຍໂດຍການຂຸດຂຸມຝັງໃຫ້ເລິກປະມານ 1-2 ແມັດແລ້ວໃຊ້ປູນຂາວ ຫຼື ຢາຂ້າເຊື້ອໃຫ້ຖືກຕ້ອງຕາມຫຼັກວິຊາດການ.

7 ໃຫ້ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດພໍ່ຄ້າຊາຍຂາຍຈົ່ງໃຫ້ການຮ່ວມມືກັບທີມງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ລົງຄວບຄຸມພະຍາດຕິດຕໍ່ຂອງໝູໃນຄັ້ງນີ້ເປັນຢ່າງດີ ເພື່ອພ້ອມກັນສະກັດກັ້ນ ແລະ ແກ້ໄຂໃຫ້ທັນການ.

8 ມອບໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງສຶກສສາອົບຮົມໂຄສະນາເຜີຍແຜ່ພາຍໃນບ້ານທີ່ເຫັນວ່າມີຄວາມສ່ຽງໃຫ້ຮັບຮູ້ ແລະ ເຂົ້າໃນເຖິງຜົນຮ້າຍຂອງພະຍາດອະຫິວາໝູ ອາຟຣິກາ ດ້ວຍການເອົາໃຈໃສ່ດູແລຢ່າງໃກ້ຊິດ.

9 ເມື່ອໄດ້ຮັບຄວາມສັ່ງສະບັບນີ້ແລ້ວໃຫ້ຮີບຮ້ານນຳໄປເຜີຍແຜ່ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ພ້ອມທັງລາຍງານການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບເປັນປົກກະຕິ.

10 ຄຳສັ່ງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.