ລັດຖະບານ ເນັ້ນບັນຈຸນັກສຶກສາຮຽນຂະແໜງວິຊາຊີບໃຫ້ເໝາະກັບຄວາມຕ້ອງການຕະຫຼາດແຮງງານ

189

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກັນຍາ 2020 ເຫັນດີລົງເລິກຄົ້ນຄວ້າບັນຈຸນັກສຶກສາເຂົ້າໃນສາຂາວິຊາຊີບ ແລະ ມະຫາວິທະຍາໄລ ໃຫ້ເໝາະສົມກັບຄວາມຕ້ອງການຂອງວຽກງານຕົວຈິງ, ສ່ວນໂກຕາລັດຖະກອນປີ 2021 ເນັ້ນຄູ ແລະ ພະຍາບານເປັນຫຼັກ.

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງວັນທີ 18 ກັນຍາ 2020 ທີ່ສຳນັກງານນາຍົກລັດຖະມົນ  ຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ, ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນຕໍ່ບັນດາເອກະສານສໍາຄັນ ດັ່ງນີ້:

  1. ກອງປະຊຸມໄດ້ຮັບຟັງການລາຍງານສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ສື່ມວນຊົນລາວຕ້ອງເປັນກະບອກສຽງທີ່ແຫຼມຄົມ ເພື່ອຕອບຕ້ານການອອກຂ່າວທີ່ບໍ່ມີມູນຄວາມຈິງ.
  2. ກອງປະຊຸມເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານ ກ່ຽວກັບການຊຸກຍູ້ການຈັດເກັບລາຍຮັບ ແລະ ການຈັດຕັ້ງປະຕິບັດແຜນງົບປະມານໃນໄລຍະທ້າຍປີ 2020. ມອບໃຫ້ກະຊວງການເງິນເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ສືບຕໍ່ສູ້ຊົນເກັບລາຍຮັບໃຫ້ບັນລຸຕາມຕົວເລກທີ່ສະພາແຫ່ງຊາດໄດ້ຮັບຮອງ.
  3. ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ, ຄາດຄະເນ 9 ເດືອນ ແລະ ໝົດປີ, ວຽກຈຸດສຸມ 3 ເດືອນທ້າຍປີ ແລະ ຮ່າງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ປະຈໍາປີ 2021.
  4. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາແຜນແມ່ບົດເສດຖະກິດດິຈິຕອນແຫ່ງຊາດ 5 ປີ ( 2021 – 2025 ) ເຊິ່ງເສດຖະກິດດິຈິຕອນແມ່ນເສດຖະກິດຮູບແບບໃໝ່ ສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດ, ການຄ້າ ແລະ ການບໍລິການຕ່າງໆ.

  1. ກອງປະຊຸມເຫັນດີດ້ານຫຼັກການຮັບເອົາຕົວເລກລັດຖະກອນໃໝ່ ( ໂກຕາ ) ປີ 2021 ຄົ້ນຄວ້າສ້າງກອງທຶນ ເພື່ອຊຸກຍູ້ຄູອາສາສະໝັກ ແລະ ແພດຝຶກຫັດ ໂດຍບໍ່ມີພັນທະ ຫຼື ຄໍາໝັ້ນສັນຍາຮັບເຂົ້າເປັນລັດຖະກອນ ເຊິ່ງຈະຊ່ວຍແກ້ໄຂຄວາມຕ້ອງການພະນັກງານໄດ້ໃນລະດັບທີ່ແນ່ນອນ.

  2. ຮ່າງຍຸດທະສາດແຫ່ງຊາດ ເພື່ອການສົ່ງເສີມວຽກເຮັດງານທໍາໃນຊົນນະບົດ: ເພື່ອສົ່ງເສີມການສ້າງວຽກເຮັດງານທໍາ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຫຼຸດຜ່ອນຄວາມທຸກຍາກ.

ສໍາລັບວຽກຈຸດສຸມປະຈໍາເດືອນຕຸລາ ປີ 2020, ກອງປະຊຸມໄດ້ຊີ້ນຳໃຫ້ບັນດາຂະແໜງການກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

  1. ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບການເມືອງ ໃນການປົກປັກຮັກສາຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍຍົກສູງຄວາມເປັນເຈົ້າການໃນການສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ.
  • ສືບຕໍ່ເພີ່ມທະວີການປະສານສົມທົບ ລະຫວ່າງ ຂະແໜງການກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນ ເພື່ອຮັບປະກັນຄວາມເຂັ້ມງວດໃນການເຂົ້າ – ອອກ ແນໃສ່ປ້ອງກັນການລະບາດຂອງພະຍາດໂຄວິດ – 19.
  1. ສືບຕໍ່ຕິດຕາມສະພາບການຜັນແປຂອງພາກພື້ນ ແລະ ສາກົນໃຫ້ທັນການ ໂດຍມີການວິເຄາະວິໄຈຢ່າງລະອຽດ, ເລິກເຊິ່ງຕໍ່ກັບທ່າອ່ຽງທີ່ມີຄວາມສ່ຽງ ແລະ ອາດມີຜົນກະທົບຕໍ່ສະຖຽນລະພາບດ້ານການເມືອງຕໍ່ເສດຖະກິດ – ສັງຄົມຂອງປະເທດເຮົາ.

  1. ສືບຕໍ່ຕິດຕາມການຈັດເກັບລາຍຮັບໃຫ້ຄົບຖ້ວນ ແລະ ທັນເວລາ ໂດຍສະເພາະ ເຊັ່ນ: ລາຍຮັບຈາກພາສີທີ່ດິນ, ຄ່າທໍານຽມທາງການເຊົ່າສໍາປະທານ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານການຊອກຄົ້ນ, ສໍາຫຼວດ ຫຼື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫຼວງໄຟຟ້າ, ສືບຕໍ່ປັບປຸງບັນດາລັດວິສາຫະກິດ ແລະ ການຫັນບັນດາຫົວໜ່ວຍວິຊາການຈໍານວນໜຶ່ງທີ່ມີລາຍຮັບໃຫ້ກຸ້ມຕົນເອງດ້ານງົບປະມານ.

  2. ສືບຕໍ່ລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ.

  3. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ.

  4. ສືບຕໍ່ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ຂະບວນຍຸຕິທໍາ.

  5. ຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກຳໃຫ້ພຽງພໍກັບ ຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສົ່ງອອກ ເປັນຕົ້ນ: ຊີ້ນໝູ, ງົວ, ຄວາຍ, ພືດຜັກ ແລະ ການສົ່ງອອກງົວໄປ ສປ ຈີນ ທັນຕາມກຳນົດເວລາ. ພ້ອມນີ້, ໃຫ້ຮີບຮ້ອນກະກຽມຊຸກຍູ້ການຜະລິດລະດູແລ້ງໃນຕໍ່ໜ້າໃຫ້ຄົ້ນຄວ້າການຜະລິດເຂົ້າໃຫ້ໄດ້ ປີໜຶ່ງ 3 ລະດູ.

  6. ລົງເລິກຄົ້ນຄວ້າບັນຈຸນັກຮຽນທີ່ສຳເລັດການສຶກສາມັດທະຍົມຕອນປາຍ ເຂົ້າໃນສາຂາວິຊາຊີບ ແລະ ມະຫາວິທະຍາໄລ ໃຫ້ເໝາະສົມກັບຄວາມຕ້ອງການຂອງວຽກງານຕົວຈິງ.

  7. ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19 ໃນໄລຍະວັນທີ 01 – 30 ກັນຍາ 2020.

  8. ໃຫ້ສືບຕໍ່ຈັດສົ່ງບຸກຄະລາກອນໄປຝຶກອົບຮົມ ປະກອບເຂົ້າໃນການບໍລິການລົດໄຟທີ່ຈະເປີດນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2021 ແລະ ການອໍານວຍຄວາມສະດວກໃຫ້ແກ່ແຮງງານທີ່ຈະເຂົ້າມາກໍ່ສ້າງທາງລົດໄຟ ລາວ – ຈີນ ເພື່ອຮັບປະກັນໃຫ້ໂຄງການສໍາເລັດຕາມແຜນທີ່ກໍານົດໄວ້.

  9. ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອແຈ້ງໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນ – ຂ່າວສານ ເພື່ອກະກຽມຮັບມືໃຫ້ທັນສະພາບການ.

  10. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງອະທິບາຍຊີ້ແຈງຕໍ່ບັນຫາທີ່ສັງຄົມມີຄວາມສົນໃຈ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກຂອງລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ.

  • ສືບຕໍ່ຊຸກຍູ້ໂຄງການລົງທຶນພັດທະນາພະລັງງານໄຟຟ້າ, ສາຍສົ່ງ ແລະ ບໍ່ແຮ່ ໃຫ້ດໍາເນີນໄປຕາມແຜນທີ່ກໍານົດໄວ້ ແລະ ໃຫ້ທັນສົ່ງກະແສໄຟຟ້າໃຫ້ປະເທດເພື່ອນບ້ານຕາມສັນຍາທີ່ໄດ້ກໍານົດໄວ້.
  1. ສືບຕໍ່ຄົ້ນຄວ້າແກ້ໄຂວຽກເຮັດງານທໍາໃຫ້ແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ – 19.
  2. ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບນະຄອນຫຼວງວຽງຈັນ ປຶກສາຫາລືກ່ຽວກັບຄວາມເໝາະສົມໃນການຈັດງານບຸນອອກພັນສາ ແລະ ງານບຸນມະນັດສະການພະທາດຫຼວງວຽງຈັນ.
  3. ສືບຕໍ່ອອກຂ່າວ, ຖະແຫຼງການ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ – 19 ໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ.

( ແຫຼ່ງຂໍ້ມູນ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ )