ຍອດສົ່ງອອກເດືອນສິງຫາ ບັນລຸ 377 ລ້ານໂດລາ

115

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2020 ບັນລຸໄດ້ປະມານ 762 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ໂດລາ ຂາດດຸນການຄ້າ ປະມານ 7 ລ້ານໂດລາ.

ສູນຂ່າວສານທາງດ້ານການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ ບັນລຸໄດ້ປະມານ 762 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 377 ລ້ານໂດລາ ແລະ ການນຳເຂົ້າມູນຄ່າ 384 ລ້ານໂດລາ.

ໝວດສິນຄ້າສົ່ງອອກຫຼັກມີ: ແຮ່ທອງ ມີມູນຄ່າປະມານ 30 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ປະມານ 15 ລ້ານໂດລາ, ໝາກກ້ວຍ ມູນຄ່າປະມານ 16 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ປະມານ 28 ລ້ານໂດລາ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ປະມານ 21 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ມູນຄ່າປະມານ 97 ລ້ານໂດລາ, ເຄື່ອງນຸ່ງຮົ່ມ ມູນຄ່າປະມານ 18 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມູນຄ່າປະມານ 9 ລ້ານໂດລາ, ກາເຟ ມີມູນຄ່າປະມານ 5 ລ້ານໂດລາ ແລະ ຢາງພາລາ ມູນຄ່າປະມານ 24 ລ້ານໂດລາ.

ໝວດສິນຄ້ານໍາເຂົ້າຫຼັກ ມີ: ພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 21 ລ້ານໂດລາ, ນ້ຳມັນກາຊວນ ມູນຄ່າປະມານ 25 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) ມູນຄ່າປະມານ 43 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມູນຄ່າປະມານ 22 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້… ) ມີມູນຄ່າປະມານ 9 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສ ຕິກ ມູນຄ່າປະມານ 13 ລ້ານໂດລາ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມູນຄ່າປະມານ 6 ລ້ານໂດລາ, ຝຸ່ນ ( ປຸ໋ຍ ) ມີມູນຄ່າປະມານ 7 ລ້ານໂດລາ ແລະ ກາສ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 8 ລ້ານໂດລາ.

 

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ ອັນດັບໜຶ່ງແມ່ນ ສປ ຈີນ ມູນຄ່າ 102 ລ້ານໂດລາ, ສສ ຫວຽດນາມ ມູນຄ່າ 75 ລ້ານໂດລາ, ໄທ 120 ລ້ານໂດລາ, ອິນເດຍ 14 ລ້ານໂດລາ ແລະ ເຢຍລະມັນ 6 ລ້ານໂດລາ.

5 ປະເທດທີ່ນໍາເຂົ້າຫຼັກ ອັນດັບໜຶ່ງແມ່ນ ໄທ ມູນຄ່າ 204 ລ້ານໂດລາ, ສປ ຈີນ ມູນຄ່າ 84 ລ້ານໂດລາ, ສສ ຫວຽດນາມ ມູນຄ່າ 44 ລ້ານໂດລາ, ຍີ່ປຸ່ນ 21 ລ້ານໂດລາ ແລະ ສະຫະລັດອາເມຣິກາ ມູນຄ່າ 10 ລ້ານໂດລາ.

ໃນນີ້, ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນສິງຫາ 2020 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.