4 ເຕັກນິກຂາຍສິນຄ້າຕາມກະແສໃຫ້ລວຍ

191

ຄວາມຈິງແລ້ວການຂາຍສິນຄ້າ ຫຼື ເຮັດທຸລະກິດຕາມກະແສ ໂດຍມີຄົນອື່ນເຮັດແລ້ວດີ ກໍຈະມີຄົນອື່ນມາເຮັດຕາມ ຈະບໍ່ມີຄວາມຍືນຍົງ ເພາະເປັນການຂາຍສິນຄ້າທີ່ຄົນອື່ນໆເຮັດໄດ້, ຮຽນແບບໄດ້ງ່າຍ ແຕ່ຫາກເບິ່ງໃນມຸມກັບກັນກໍຈະເຫັນວ່າການຂາຍສິນຄ້າຕາມກະແສ ກໍສາມາດສ້າງເງິນໄດ້ໄວ ລູກຄ້າເຫັນກໍຕັດສິນໃຈຊື້ໄດ້ທັນທີ ເພາະເປັນສິນຄ້າຢູ່ໃນກະແສ ຫຼື ຈັງຫວະທີ່ຄົນຢາກ  ໄດ້. ມື້ນີ້ຄໍລຳຊື້ໄດ້ຂາຍໝານ ຈະມານຳສະເໜີວິທີການຂາຍສິນຄ້າຕາມກະແສໃຫ້ປະສົບຄວາມສຳເລັດ ໂດຍພໍ່ຄ້າແມ່ຄ້າຈະຕ້ອງຮູ້ໃນເລື່ອງລຸ່ມນີ້ ຄື:

1 ມີຄວາມພ້ອມໃນເງິນທຶນ: ການຂາຍສິນຄ້າຕາມກະແສ ທ່ານຈະຕ້ອງມີເງິນທຶນສຳລັບການໄປຫາຊື້ເຄື່ອງທີ່ຄົນຕ້ອງການໃນເວລານັ້ນມາຂາຍ, ຢ່າງທີ່ບອກສິນຄ້າຕາມກະແສຈະມາໄວໄປໄວ ຄົນທີ່ເປັນພໍ່ຄ້າແມ່ຄ້າຕ້ອງໄວໃນການສວຍໂອກາດໃນແຕ່ລະໄລຍະເວລາໃນການຫາສິນຄ້າມາຂາຍ ຖ້າບໍ່ມີເງິນທຶນພຽງພໍກໍຊື້ສິນຄ້າມາຂາຍຕໍ່ບໍ່ໄດ້ ໂອກາດທີ່ທ່ານຈະໄດ້ເງິນໃນໄລຍະເວລານັ້ນຈະຫາຍໄປ ທີ່ສຳຄັນການຊື້ສິນຄ້າຕາມກະແສມາຂາຍແຕ່ລະໄລຍເວລາ ອາດຈະເຮັດໃຫ້ຕົ້ນທຶນສູງຕ່ຳບໍ່ເທົ່າກັນ.

2 ຄິດໄວ ເຮັດໄວ: ການຂາຍສິນຄ້າຕາມກະແສຈະມີການປ່ຽນແປງຕະຫຼອດເວລາຕາມຄວາມຕ້ອງການຂອງຜູ້ບໍລິໂພກ ຫຼື ຕາມການອອກຂ່າວຂອງສື່ຕ່າງໆ ພໍ່ຄ້າແມ່ຄ້າທີ່ຄິດຈະຂາຍສິນຄ້າຕາມກະແສຕ້ອງເປັນຄົນທີ່ຄິດໄວ ເຮັດໄວ ຫຼື ເຂົ້າ – ອອກໄວ ເອີ້ນວ່າກະແສນັ້ນກຳລັງມາ ກໍກຽມຫາສິນຄ້າສິນຄ້າມາຖ້າໄດ້ເລີຍ ເມື່ອຮູ້ວ່າຈະຊ້າບໍ່ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກແລ້ວກໍຕ້ອງຮີບອອກຈາກບ່ອນນັ້ນໃຫ້ໄວ ເພື່ອຊອກຫາສິນຄ້າຕາມກະແສອື່ນໆມາຂາຍຕໍ່ໄປ ເອີ້ນໄດ້ວ່າຖ້າຂາຍສິນຄ້າກະແສກ່ອນຄົນອື່ນຈະໄດ້ປຽບແນ່ນອນ.

3 ບໍ່ຊື້ສິນຄ້າມາສະຕ໊ອກໄວ້: ການຂາຍສິນຄ້າໃນກະແສນັ້ນ ສິ່ງໜຶ່ງທີ່ພໍ່ຄ້າແມ່ຄ້າຄວນຄຳນຶງຄື ເມື່ອຊື້ສິນຄ້າມາແລ້ວຕ້ອງເຮັດການຂາຍຢ່າງວ່ອງໄວ ຢ່າໃຫ້ສິນຄ້າເຫຼືອເດັດຂາດ ເພາະຖ້າສິນຄ້າເຫຼືອເກີດຜູ້ບໍລິໂພກບໍ່ນິຍົມ ຫຼື ບໍ່ໃຊ້ສິນຄ້ານັ້ນໆໄປພໍດີໄລຍະນັ້ນທ່ານກໍຕ້ອງຂາດທຶນເພາະສິນຄ້າຍັງຄົງຄ້າງສະຕ໊ອກຂາຍຍັງບໍ່ໝົດ ພໍ່ຄ້າແມ່ຄ້າຢ່າລົງທຶນຊື້ຂອງມາຫຼາຍໆ, ຢ່າຄິດກັກຕຸນ ເພາະອາດຈະຫຼຸບທຶນໄດ້.

4 ຕິດຕາມສະແສ ຫຼື ເທຣນຕະຫຼອດເວລາ: ຢ່າງທຳອິດຄົນທີ່ຈະເປັນພໍ່ຄ້າແມ່ຄ້າຂາຍສິນຄ້າຕາມກະແສ ຈະຕ້ອງຫາຄວາມຮູ້ຕິດຕາມຂ່າວການເຄື່ອນໄຫວທາງເສດຖະກິດ ແລະ ສັງຄົມຢູ່ຕະຫຼອດ ເບິ່ງວ່າຂ່າວທາງເສດຖະກິດ ຫຼື ທຸລະກິດໃດພໍຈະສ້າງກະແສ ເຮັດໃຫ້ສັງຄົມຕິດຕາມ ເຮັດໃຫ້ສັງຄົມຕ້ອງເຮັດຕາມ ຫຼື ຊີ້ນຳສັງຄົມໄດ້ ທ່ານກໍໄປຫາສິນຄ້າທີ່ຄິດວ່າສັງຄົມຕ້ອງໃຊ້ມາຂາຍ ແລະ ຢ່າລືມສຶກສາຫາຊ່ອງທາງການຂາຍໃໝ່ໆ ເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍ.

ທັງໝົດ 4 ເຕັກນິກໃນການຂາຍສິນຄ້າຕາມກະແສໃຫ້ລວຍ ຫວັງວ່າຈະເປັນປະໂຫຍດຕໍ່ບັນດາພໍ່ຄ້າແມ່ຄ້າຂາຍທຸກໆທ່ານ ລວມທັງຄົນທີ່ກຳລັງຊອກຫາຊ່ອງທາງການຂາຍສິນຄ້າ ເພື່ອຫາລາຍໄດ້ເສີມຢ່າເບິ່ງຂ້າມສິນຄ້າຕາມກະແສ.

ທີ່ມາ: thaismescenter.com