8 ປີ ປະເທດເຮົາມີຜູ້ເສຍຊີວິດ 39 ຄົນຈາກຖືກໝາກັດ

198

ນັບແຕ່ປີ 2012 – 2020 ສປປ ລາວ ຖືກໝາກັດຈຳນວນ 284 ກໍລະນີ ແລະ ເສຍຊີວິດ 39 ກໍລະນີ. ທຸກໆປີໃນທົ່ວໂລກຈະມີຜູ້ເສຍຊີວິດຈາກພິດວໍ້ປະມານ 59 ພັນຄົນ ຜູ້ທີ່ເສຍຊີວິດສ່ວນໃຫຍ່ແມ່ນຜູ້ຄົນທີ່ທຸກຍາກທີ່ອາໄສຢູ່ໃນເຂດຊົນນະບົດ ແລະ ສັດສ່ວນຜູ້ທີ່ເສຍຊີວິດສ່ວນຫຼາຍແມ່ນເດັກອາຍຸຕ່ຳກວ່າ 15 ປີ.

ພິທີຖະແຫຼງເພື່ອສະເຫຼີມສະຫຼອງວັນພະຍາດວໍ້ໂລກໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020 ທີ່ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະ  ສິກຳ ແລະ ປ່າໄມ້; ໂດຍມີຜູ້ຕາງໜ້າຈາກອົງການອະນາໄມໂລກ ປະຈຳ ສປປ ລາວ, ຈາກອົງການອາຫານ ແລະ ການກະເສດ ( FAO ) ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພູທອນ ເມືອງປາກ ກ່າວວ່າ: ວັນຕ້ານພະຍາດວໍ້ໂລກ ເປັນວັນທີ່ທົ່ວໂລກໄດ້ເລີ່ມມີມາດຕະການ ແລະ ຕື່ນຕົວຕໍ່ກັບການປ້ອງກັນພະຍາດວໍ້ ມັນເປັນໂອກາດທີ່ຊຸມຊົນ, ພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກພື້ນສ່ວນກ່ຽວຂ້ອງໄດ້ເຮັດວຽກ ແລະ ແລກປ່ຽນບົດຮຽນຮ່ວມກັນ. ອົງກອນສາກົນໃນການຄວບຄຸມພະຍາດວໍ້ໂລກ ໄດ້ປະສານງານໃນການຈັດຕັ້ງໂຮມຊຸມນຸມ ເພື່ອຕ້ານພະຍາດວໍ້ທີ່ຈະໄດ້ຈັດຂຶ້ນໃນວັນທີ 28 ກັນຍາ ຂອງທຸກໆປີ ໂດຍສຸມໃສ່ບັນດາປະເທດທີ່ມີການລະບາດແບບບົ່ມຊ້ອນ ເພື່ອເພີ່ມຄວາມຕື່ນຕົວໃຫ້ແກ່ປະຊາຊົນໃນຊຸມຊົນຮູ້ກ່ຽວກັບພະຍາດ ແລະ ວິທີປ້ອງກັນພະຍາດວໍ້, ວັນຕ້ານພະຍາດວໍ້ຍັງໄດ້ຍົກໃຫ້ເຫັນແຜນງານໂຄງການຄວບຄຸມພະຍາດວໍ້ທີ່ໄດ້ມີການຍົກລະດັບຄວາມອາດສາມາດທາງດ້ານວິຊາການ ແລະ ເຜີຍແຜ່ຂໍ້ມູນໃຫ້ປະຊາຊົນໄດ້ມີຄວາມຕື່ນຕົວ.

ທ່ານ ພູທອນ ເມືອງປາກ ກ່າວຕື່ມວ່າ: ຈາກການລາຍ ງານຂອງສູນວິເຄາະ ແລະ ລະບາດວິທະຍາ ໃຫ້ຮູ້ວ່ານັບແຕ່ປີ 2012 – 2020 ສປປ ລາວ ມີຈຳນວນ 284 ກໍລະນີ ຖືກໝາກັດ ແລະ ມີ 39 ກໍລະນີເສຍຊີວິດ, ທຸກໆປີໃນທົ່ວໂລກຈະມີຜູ້ເສຍຊີວິດຈາກພິດວໍ້ ປະມານ 59 ພັນຄົນ ຜູ້ທີ່ເສຍຊີວິດສ່ວນໃຫຍ່ແມ່ນຜູ້ຄົນທີ່ທຸກຍາກທີ່ອາໄສຢູ່ໃນເຂດຊົນນະບົດ ແລະ ສັດສ່ວນຜູ້ທີ່ເສຍຊີວິດສ່ວນຫຼາຍແມ່ນເດັກອາຍຸຕ່ຳກວ່າ 15 ປີ. ເຖິງຢ່າງໃດກໍຕາມ, ພະຍາດວໍ້ເປັນພະຍາດທີ່ສາມາດປ້ອງກັນໄດ້ 100% ຖ້າໄດ້ຮັບການປິ່ນປົວໄວ ແລະ ປິ່ນປົວຢ່າງຖືກຕ້ອງ ໂດຍການລ້າງແຜທັນທີພາຍໃນ 15 ນາທີ ດ້ວຍສະບູ, ນ້ຳ ແລະ ນ້ຳຢາຂ້າເຊື້ອພະຍາດ.

ທ່ານ ບຸນຂວາງ ຄຳບຸນເຮືອງ ກ່າວວ່າ: ການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຈັດຂຶ້ນພາຍໃຕ້ຄຳຂວັນ “ ຮ່ວມແຮງຮ່ວມໃຈ ລົບລ້າງພະຍາດວໍ້ ໂດຍການສັກຢາກັນພະຍາດວໍ້ ” ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2020 ຢູ່ສວນເຈົ້າຟ້າງຸ່ມ ເລີ່ມແຕ່ເວລາ 8:30 ໂມງເປັນຕົ້ນໄປ ພາຍໃນງານແມ່ນຈະມີຫຼາຍກິດຈະກຳ ເຊັ່ນ: ການໂຮມຊຸມນຸມ, ກິດຈະກຳຖາມ – ຕອບກ່ຽວກັບພະຍາດວໍ້, ສັກຢາກັນພະຍາດວໍ້ ໂດຍບໍ່ເສຍຄ່າໃຫ້ກັບສັດລ້ຽງ ຈຳນວນ 2 ພັນເຂັມ.