ໄດ້ແລ້ວ! ຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1 

0
299

 

ດ່ານຂົວມິດຕະພາບລາວ-ໄທ1 ຖືເປັນໜຶ່ງດ່ານຊາຍແດນຫຼັກທີ່ມີຄົນເຂົ້າ-ອອກຫຼາຍທີ່ສຸດ ແລະໄດ້ປະກອບສ່ວນຢ່າງຕັ້ງໜ້າແກ່ການສ້າງສາພັດທະນາປະເທດຊາດກໍ່ຄືການສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ຈິ່ງຕ້ອງມີຄະນະພັກຮາກຖານຂອງຕົນເປັນຫົວຈັກຫຼັກແຫຼ່ງໃນການຊີ້ນຳ ນຳພາການເຄື່ອນໄຫວເຮັດວຽກໃຫ້ມີຄວາມຄ່ອງຕົວ, ຮັດກຸມ ແລະຮັບປະກັນຄວາມເປັນລະບຽບຮຽບຮ້ອຍ.


ໃນຕອນຂອງເຊົ້າວັນທີ 19 ກັນຍາ 2020, ຢູ່ຫ້ອງປະຊຸມດ່ານສາກົນຂົວມິດຕະພາບລາວ-ໄທທີ 1 ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ກໍາມະການປະຈໍາພັກ ນວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີ ທ່ານ ບຸນເພັງ ສີນະວົງພອນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ, ພັອ ພິມມະສອນ ທໍາມະວົງ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ນວ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ສະມາຊິກພັກ ທີ່ກ່ຽວຂ້ອງ ລວມມີ 58 ສະຫາຍ, ຍິງ 14 ສະຫາຍ ເຂົ້າຮ່ວມ.


ໃນພິທີ ທ່ານ ຄໍາມາ ແສງມີໄຊ ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 836/ຄພ.ນວ, ລົງວັນທີ 15 ກັນຍາ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1; ໃນນີ້ ໄດ້ບົ່ງຕົວແຕ່ງຕັ້ງ


1. ສະຫາຍ ພັອ ປອ ຄໍາພອນ ເທບພະວົງ ເປັນເລຂາຄະນະພັກຮາກຖານ
2. ສະຫາຍ ພັທ ກິດ່ອນ ກິວົງໄຊ ເປັນຮອງເລຂາຄະນະພັກຮາກຖານ
3. ສະຫາຍ ບຸນແອງ ພັນທະວົງ ເປັນກໍາມະການພັກ, ທັງເປັນປະທານກວດກາພັກ
4. ສະຫາຍ ສົມລິດ ພັນທະຈັກ ເປັນກໍາມະການພັກ.
5. ສະຫາຍ ພັທ ເຕີ້ນ ພົມໂສພາ ເປັນກໍາມະການພັກ, ທັງເປັນຮອງປະທານກວດກາ
6. ສະຫາຍ ຖະໝອມສິດ ຂາວພິບານ ເປັນກໍາມະການພັກ.
7. ສະຫາຍ ພັທ ພູມີ ອິນທະວົງ ເປັນກໍາມະການພັກ.
8. ສະຫາຍ ນາງ ສົມພອນພິດ ເທບພະວົງສາ ເປັນຮອງປະທານກວດກາພັກ.


ແລະ ໄດ້ບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທ 1 ມີຄື:
ຄະນະໜ່ວຍພັກ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ມີ:
1. ສະຫາຍ ພັທ ກິດ່ອນ ກິວົງໄຊ ເປັນເລຂາໜ່ວຍພັກ
2. ສະຫາຍ ພັທ ພູມີ ອິນທະວົງ ເປັນຮອງເລຂາໜ່ວຍພັກ
3. ສະຫາຍ ພັທ ເຕີ້ນ ພົມໂສພາ ເປັນກໍາມະການພັກ, ທັງເປັນປະທານຄະນະກວດກາໜ່ວຍພັກ.
4. ສະຫາຍ ພັຕ ຄໍານ້ອຍ ພົງວິໄລ ເປັນກໍາມະການພັກ, ທັງເປັນຮອງປະທານຄະນະກວດກາໜ່ວຍພັກ.
5. ສະຫາຍ ພັຕ ບຸນແສງ ແສງມະນີ ເປັນກໍາມະການພັກ.
6. ສະຫາຍ ພັຕ ສົມປາດຖະໜາ ນໍເພັງວານິດ ເປັນຮອງປະທານຄະນະກວດກາໜ່ວຍພັກ.

  1. ສະຫາຍ ສົມລິດ ພັນທະຈັກ ເປັນເລຂາໜ່ວຍພັກ
  2. ສະຫາຍ ຄໍາຫວານ ຫຼ້າທອງສະຫວັນ ເປັນຮອງເລຂາໜ່ວຍພັກ
  3. ສະຫາຍ ນາງ ສົມພອນພິດ ເທບພະວົງສາ ເປັນກໍາມະການພັກ, ທັງເປັນປະທານກວດກາໜ່ວຍພັກ
  4. ສະຫາຍ ນາງ ຄໍາແຜ່ນ ຖາວອນ ເປັັນຮອງປະທານກວດກາໜ່ວຍພັກ.


ໃນພິທີ ຍັງໄດ້ມີການປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນຫຼວງວຽງຈັນ; ໃນນີ້ ເລືອກໄດ້ ສະຫາຍ ພັອ ປອ ຄໍາພອນ ເທບພະວົງ, ສະຫາຍ ບຸນແອງ ພັນທະວົງ (ຜູ້ແທນສົມບູນ) ແລະ ສະຫາຍ ສົມລິດ ພັນທະຈັກ (ຜູ້ແທນສໍາຮອງ).


ຂອບໃຈຂ່າວຈາກ: ປ້ອງກັນຄວາມສະຫງົບນະຄອນຫຼວງ

LEAVE A REPLY

Please enter your comment!
Please enter your name here