ວິທະຍາຄານ ກົມມະດໍາ ແຂ່ງຂັນກິລາມິດຕະພາບ ກັບ ກົມຈັດຕັ້ງພັກ – ກົມພະນັກງານ

169

ວັນທີ 18 ກັນຍາ 2020 ຢູ່ເດີ່ນກິລາເຕະບານ 111 ວິທະຍາຄານ ໄດ້ຈັດກິດຈະ ກໍາແຂ່ງຂັນກິລາມິດຕະພາບລະຫວ່າງທີມການນຳວິທະຍາຄານ ນໍາໂດຍ ທ່ານ ພັນເອກ ຖາວອນ ແກ້ວອິນທະວົງ ຫົວຫນ້າການເມືອງ ວິທະຍາຄານກົມມະດຳ ພ້ອມດ້ວຍ ຄະນະນັກກິລາ ກັບ ທີມກົມຈັດຕັ້ງພັກ – ກົມພະນັກງານ ນໍາທີມໂດຍ ທ່ານ ພັນເອກ ໂສລາວັນ ທໍາມະເທວາ ຮອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດພ້ອມດ້ວຍ ຄະນະ.

ການແຂ່ງຂັນກິລາມິດຕະພາບຄັ້ງນີ້ແມ່ນ ເພື່ອແນໃສ່ເສີມສ້າງສາຍພົວພັນມິດຕະພາບ ແລະ ຜູກແຫນ້ນຄວາມສາມັກຄີວຽກງານຂະບວນການກິລາກັບພະນັກງານ – ນັກຮົບ ໃຫ້ມີສຸຂະພາບແຂງແຮງ ທັງເປັນການແລກປ່ຽນບົດຮຽນວຽກງານຂະບວນການກິລາ.

ຜ່ານການແຂ່ງຂັນເຕະບານມິດຕະພາບ ເຫັນວ່າເປັນໄປດ້ວຍບັນຍາກາດເບີກບານ ມ່ວນຊື່ນ ລະຫວ່າງຜູ້ຊົມ, ຜູ້ເຊຍ ຢູ່ຂອບສະຫນາມຜົນການແຂ່ງຂັນຕົວຈິງ ທີມກົມ ຈັດຕັ້ງພັກ – ກົມພະນັກງານເອົາຊະນະ 4 ປະຕູ ຕໍ່ 3.

ໂອກາດດັ່ງກ່າວນັກກິລາກົມຈັດຕັ້ງພັກ – ກົມພະນັກງານ ໄດ້ນໍາເອົາເຄື່ອງນຸ່ງ ກິລາຈໍານວນ 30 ຊຸດ ລວມມູນຄ່າ 3.825.000 ກີບ ມາມອບໃຫ້ການນໍາ ວິທະຍາຄານ ກົມມະດໍາ; ກ່າວມອບເຄື່ອງກິລາໂດຍ ທ່ານ ພັນເອກ ໂສລາວັນ ທໍາມະເທວາ ຮອງກົມພະນັກງານ ແລະ ກ່າວຮັບເຄື່ອງກິລາໂດຍ ທ່ານ ພັນເອກ ຖາວອນ ແກ້ວອິນທະວົງ ຫົວຫນ້າການເມືອງ ວິທະຍາຄານກົມມະດຳ ໂດຍຊ່ອງຫນ້ານັກກິລາເຂົ້າ ຮ່ວມ. ຈາກນັ້ນ ວິທະຍາຄານໄດ້ໃຫ້ກຽດຂຶ້ນກ່າວມອບໃບກຽດຕິຄຸນໃຫ້ແກ່ກົມຈັດຕັ້ງ ພັກ ແລະ ກົມພະນັກງານນໍາອີກ.

ຂ່າວ: ວັນນະເລດ ລໍວັນໄຊ ພາບ: ນ. ຂັນທະລີ ທໍາມະວົງ