ທະນາຄານໂລກຊີ້ ກວ່າຈະຟື້ນຟູເສດຖະກິດໂລກກັບມາສູ່ສະພາບປົກກະຕິ ອາດໃຊ້ເວລາເຖິງ 5 ປີ

117

ທ່ານ ນາງ ຄາເມນ ໄຣຮາດ ຫົວໜ້ານັກເສດຖະສາດປະຈຳທະນາຄານໂລກ ກ່າວວ່າ: ການລະບາດຂອງພະຍາດໂຄວິດ – 19 ສົ່ງຜົນກະທົບຕໍ່ເສດຖະກິດໂລກຢ່າງໜັກໜ່ວງກວ່າທີ່ຄາດການໄວ້ ແລະ ຈະໃຊ້ເວລາຢ່າງໜ້ອຍອີກ 5 ປີ ຈຶ່ງຈະຟື້ນຟູໃຫ້ກັບມາສູ່ສະພາວະປົກກະຕິໄດ້.

ຫົວໜ້ານັກເສດຖະສາດປະຈຳທະນາຄານໂລກ ກ່າວອີກວ່າ: ອາດຈະມີການຟື້ນຕົວໄວຂຶ້ນ ຫາກມາດຕະການລັອກດາວຖືກຍົກເລີກໄວ ແຕ່ການຟື້ນຟູຢ່າງເຕັມສ່ວນອາດໃຊ້ເວລາຢ່າງໜ້ອຍ 5 ປີ.

ທ່ານກ່າວອີກວ່າ: ການທົດຖອຍດ້ານເສດຖະກິດທີ່ມີສາເຫດຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ນັ້ນ ບາງປະເທດຍັງຈະໃຊ້ເວລາອີກດົນກວ່າຈະຟື້ນຕົວໄດ້ ແຕ່ກໍອາດຄ່ອຍໆຟື້ນຄືນມາ ເຊິ່ງສະຖານະການແບບນີ້ຍິ່ງຈະເຮັດໃຫ້ຄວາມແຕກໂຕນດ້ານການພັດທະນາຍັບຫ່າງອອກຈາກກັນອີກ, ໃນຂະນະທີ່ຄົນທຸກທີ່ສຸດໃນປະເທດຮັ່ງມີ ກໍຈະໄດ້ຮັບຜົນກະທົບຈາກວິກິດການຄັ້ງນີ້ ແລະ ປະເທດທີ່ທຸກຍາກທີ່ສຸດໃນໂລກ ຍິ່ງຈະປະເຊີນຄວາມຫຍຸ້ງຍາກລຳບາກຫຼາຍກວ່າປະເທດທີ່ຮັ່ງມີ.