ອຸຕຸເຕືອນ! ໝົດອາທິດນີ້ ຝົນຍັງສືບຕໍ່ຕົກ ເຕືອນປະຊາຊົນເຝົ້າລະວັງ

113

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ປະຈໍາອາທິດນີ້ ນັບແຕ່ວັນທີ 21 ຫາ 27 ກັນຍາ ຍັງຈະມີຝົນສືບຕໍ່ຕົກປານກາງຫາຕົກໜັກ ເຕືອນປະຊາຊົນເຝົ້າລະວັງ.

ອີງຕາມບົດລາຍງານສະພາບອາກາດຂອງກົມອຸຕຸຍິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 1266/ກອຕທ, ລົງວັນທີ 21 ກັນຍາ 2020 ຄາດຄະເນສະພາບອາກາດປະຈໍາວັນທີ 21 ຫາ 27 ກັນຍາ 2020 ໄວ້ວ່າ: ໃນໄລຍະວັນທີ 21 ຫາ 22 ກັນຍາ 2020 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນວັນທີ 23 ຫາ 27 ກັນຍາ 2020 ຄວາມກົດດັນອາກາດສູງທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ບັນດາແຂວງພາກເໜືອຂອງປະເທດລາວ ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.