ດ່ວນ ບໍ່ແກ້ວສັ່ງໂຈະນຳເຂົ້າໝູທຸກຊະນິດ ຫ່ວງພະຍາດອະຫິວາໝູອາຟຣິກາ

192

ພະຍາດອະຫິວາໝູອາຟຣິກາທີ່ລະບາດກ່ອນໜ້ານີ້ ກັບມາອີກແລ້ວໄດ້ຂ່າວວ່າ ມີການກວດພົບຢູ່ປະເທດໄທ, ຈີນ ແລະ ສປປ ຫວຽດນາມ, ສ່ວນ ສປປ ລາວ ພົບຢູ່ແຂວງຫຼວງນ້ຳທາ ແຂວງບໍ່ແກ້ວທີ່ໃກ້ຄຽງກັບບັນດາປະເທດ ແລະແຂວງດັ່ງກ່າວຈິ່ງໃຫ້ໂຈະຊົ່ວຄາວການນຳເຂົ້າໝູທຸກຊະນິດນັບແຕ່ແນວພັນຮອດຜະລິດຕະພັນໝູໃນໄລຍະນີ້ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຜູ້ລ້ຽງໝູໃນແຂວງຂອງຕົນ.

ອີງຕາມແຈ້ງການ ກ່ຽວກັບການໂຈະຊົ່ວຄາວ ການນໍາເຂົ້າໝູຊີ້ນ, ໝູພໍ່ແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດ ຈາກແຂວງ ຫລວງນໍ້າທາ ຫລື ຜ່ານແຂວງຫລວງນໍ້າທາ ແລະ ປະເທດໄທ, ເລກທີ 713/ຫວຂ.ບກ, ລົງວັນທີ 04 ສິງຫາ 2020. ເພື່ອເປັນການສະກັດກັ້ນການແຜ່ລະບາດ ຂອງພະຍາດດັ່ງກ່າວ ເຂົ້າສູ່ແຂວງບໍ່ແກ້ວ, ເຊິ່ງຈະສ້າງຄວາມເສຍຫາຍ ຢ່າງມະຫາສານຕໍ່ເສດ ຖະກິດຂອງແຂວງ ແລະ ຈະເປັນຜົນກະທົບໂດຍກົງ ຢ່າງໃຫຍ່ຫລວງ ຕໍ່ຜູ້ປະກອບການລ້ຽງໝູ. ພ້ອມນີ້, ຈະມີຜົນກະທົບຕໍ່ການ ສະໜອງສະບຽງອາຫານ ຕໍ່ຜູ້ບໍລິໂພກຊີ້ນໝູດ້ວຍ.

ແຂວງບໍ່ແກ້ວ ອອກແຈ້ງການໂຈະຊົ່ວຄາວ ການນໍາເຂົ້າໝູຊີ້ນ, ໝູພໍ່ແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດ ຈາກແຂວງຫລວງນໍ້າທາ ຫລື ຈາກບັນດາ ແຂວງພາຍໃນ ແລະ ຕ່າງ ປະເທດ (ສປ ຈີນ, ສສ ຫວຽດນາມ) ຜ່ານແຂວງຫລວງນໍ້າທາ ແລະ ຈາກປະເທດໄທ ເຂົ້າມາ ແຂວງບໍ່ແກ້ວ, ເນື່ອງຈາກວ່າ ປັດຈຸບັນ, ມີການແຜ່ລະບາດຮ້າຍແຮງ ຂອງພະຍາດອະຫິວາໝູອາຟຣິກາ ທີ່ ສປ ຈີນ, ສສ ຫວຽດນາມ, ປະເທດໄທ, ມຽນມາ ແລະ ໃນປັດຈຸບັນ ກໍາລັງມີການ ລະບາດຢູ່ແຂວງ ຫລວງນໍ້າທາ.


ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດໃຫ້ເຂັ້ມງວດກວດກາ ບໍ່ໃຫ້ມີການລັກລອບນໍາເຂົ້າໝູຊີ້ນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູ ທຸກຊະນິດຈາກ ບັນດາແຂວງ, ປະເທດໃກ້ຄຽງ ທີ່ໄດ້ກ່າວມາຂ້າງເທິ່ງນັ້ນຢ່າງເຂັ້ມງວດ, ຫາກເຈົ້າໜ້າທີ່ກວດພົບ ເຫັນລົດຕ່າງໝູມີຊີວິດ ຕ້ອງສົ່ງກັບຄືນຕົ້ນທາງ, ຫາກແມ່ນ ຜະລິດຕະພັນ ກ່ຽວກັບໝູ ແມ່ນໃຫ້ຍຶດ ແລະ ທໍາລາຍກັບທີ່ ພ້ອມປັບໄໝ ແລະ ສຶກສາອົບ ຮົມຕາມລະບຽບການ.

ຖ້າຜູ້ປະກອບການ ຈະນໍາເຂົ້າໝູພໍ່ແມ່ພັນ, ໝູຊີ້ນ, ໝູນ້ອຍ ແລະ ຜະລິດຕະພັນໝູ ແມ່ນຕ້ອງໄດ້ຮັບອະນຸຍາດຈາກ ກົມລ້ຽງສັດ ແລະ ການປະມົງ ແລະ ຕ້ອງມີໃບຢັ້ງຢືນ ທີ່ມາຂອງໝູ ຈາກເຂດທີ່ປອດພະຍາດ ໝູອອກໃຫ້ໂດຍກົມລ້ຽງສັດ ແລະ ການປະມົງ, ຕ້ອງມີໃບຢັ້ງຢືນມາດຕະຖານຟາມຕົ້ນທາງ, ມີໃບຢັ້ງຢືນ ສຸຂະພາບຜົນກວດ ບໍ່ພົບເຊື້ອຂອງພະຍາດ FMD, ASF ແລະ PRRS ຈາກຫ້ອງວິໄຈຂອງພາກລັດເທົ່ານັ້ນ.

ຂ່າວຈາກ: Medialaos