ເຊກອງ ເປີດຂະບວນການສໍາຫຼວດຖານຂໍ້ມູນລາຍຮັບຫົວໜ່ວຍທຸລະກິດ

204

ກົມສ່ວຍສາອາກອນ ກະຊວງການເງິນ ຮ່ວມກັບ ສ່ວຍສາອາກອນແຂວງເຊກອງ ຈັດພິທີເປີດຂະບວນການສໍາຫຼວດຖານຂໍ້ມູນລາຍຮັບຫົວໜ່ວຍທຸລະກິດຕາມກົດໝາຍຂະແໜງສ່ວຍສາອາກອນ, ເກັບຂໍ້ມູນພາຫະນະ, ເກັບຂໍ້ມູນທີ່ດິນ ຂຶ້ນໃນວັນທີ 17 ກັນຍາ 2020 ທີ່ຫ້ອງປະຊຸມພະແນກການເງິນແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ຂັນຕີ ສີລະວົງສາ ກຳມະການປະຈໍາພັກແຂວງ ແລະ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີກະຊວງການເງິນ.

ທ່ານ ທໍາມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ ກ່າວວ່າ: ຈຸດປະສົງເພື່ອເປັນການຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດການກຳນົດເງື່ອນໄຂການຈັດແບ່ງຂະໜາດຂອງວິສາຫະກິດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ສ້າງຄວາມສະດວກໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມການເກັບລາຍຮັບສ່ວຍສາອາກອນ ພ້ອມທັງຊຸກຍູ້ຫົວໜ່ວຍວິສາຫະກິດເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ໂດຍສອດຄ່ອງຕາມກົດໝາຍ ແລະ ລະບຽບການໄດ້ກໍານົດ, ຫຼຸດຊ່ອງວ່າງການສວຍໃຊ້ໂອກາດຕ່າງໆ ແລະ ຫາງສຽງຂອງສັງຄົມໃຫ້ຫຼຸດລົງເທື່ອລະກ້າວ ແລະ ຫັນເຂົ້າສູ່ການປະຕິບັດລະບຽບກົດໝາຍໃຫ້ຫຼາຍຂຶ້ນຂອງຫົວໜ່ວຍວິສາຫະກິດໃນຂອບເຂດທົ່ວປະເທດ.

ຄຽງຄູ່ກັນນັ້ນ, ກໍປຸກລະດົມ ແລະ ສ້າງຄວາມເຂົ້າໃຈໃຫ້ແຕ່ລະພາກສ່ວນ ບໍ່ວ່າຈະເປັນຂະແໜງສ່ວຍສາອາກອນ, ຂະແໜງການກ່ຽວຂ້ອງ, ການປົກຄອງທ້ອງຖິ່ນຕະຫຼອດຮອດຫົວໜ່ວຍວິສາຫະກິດຮັບຮູ້ການຫັນເປັນທັນສະໄໝ ໃນການແຈ້ງມອບພັນທະອາກອນ ແລະ ພັນທະອື່ນໆ ຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການຊຳລະເປັນເງິນສົດ.