ມູນນິທິມາຣຸເບນີ ມອບເຄື່ອງຊ່ວຍເຫຼືອໂຮງຮຽນສາມັນກິນນອນຊົນເຜົ່າ

173

ມູນນິທິມາຣຸເບນີ ມອບເຄື່ອງຊ່ວຍເຫຼືອໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ມູນຄ່າ 85 ລ້ານກວ່າກີບ.

ໃນວັນທີ 17 ກັນຍາ 2020 ທີ່ຫ້ອງປະຊຸມຂອງມະຫາວິທະຍາໄລສະຫວັນນະເຂດ ໄດ້ຈັດພິທີມອບ – ຮັບເຄື່ອງຊ່ວຍເຫຼືອຊຸດເຄື່ອງແບບນັກຮຽນ ແລະ ອຸປະກອນການຮຽນໃຫ້ແກ່ໂຮງຮຽນສາມັນກິນນອນຊົນເຜົ່າ     ແຂວງສະຫວັນນະເຂດ ຄັ້ງທີ 13 ລວມມູນຄ່າ 85.848.000 ກີບ ມອບໂດຍ ທ່ານ ຄາຊຸມິເນະ ຄິຄຸຕະ ຄະນະບໍລິຫານງານຂອງມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ ທັງເປັນຜູ້ຈັດການຂອງຫ້ອງການຜູ້ຕາງໜ້າ ບໍລິສັດ ມາຣຸເບນີ ປະຈຳນະຄອນຫຼວງວຽງຈັນ ແລະ ຮັບໂດຍ ທ່ານ ສົມລິດ ອຸ່ນທະວີ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າ.

ທ່ານ ສົມລິດ ອຸ່ນທະວີ ກ່າວວ່າ: ປັດຈຸບັນພາຍໃນໂຮງຮຽນມີພະນັກງານ,    ຄູ – ອາຈານທັງໝົດ 55 ຄົນ ຍິງ 37 ຄົນ ( ຄູສອນ 45 ຄົນ ຍິງ 22 ຄົນ ), ມີນັກຮຽນທັງໝົດ 622 ຄົນ ຍິງ 255 ຄົນ. ໃນນີ້, ມີນັກຮຽນນອນໃນທີ່ເປັນຄົນຊົນເຜົ່າມາຈາກເຂດຫ່າງໄກສອກຫຼີກຈຳນວນທັງໝົດ 420 ຄົນ ຍິງ 159 ຄົນ, ຜ່ານມາມູນນິທິມາຣຸເບນີ ໄດ້ໃຫ້ການອຸປະຖຳຊ່ວຍເຫຼືອແກ່ໂຮງຮຽນສາມັນກິນນອນຊົນເຜົ່າຂອງພວກເຮົາ ນັບແຕ່ປີ 2008 ຈົນເຖິງປີ 2020 ລວມ 13 ສົກຮຽນ, ມີມູນຄ່າລວມທັງໝົດ 2,32 ຕື້ກວ່າກີບ, ສະເພາະປີ 2020 ນີ້ ມີມູນຄ່າ 85 ລ້ານກວ່າກີບ.

ທ່ານ ຄິຄຸຕະ ຄາຊຸມິເນະ ກ່າວວ່າ: ໃນປີນີ້ມູນນິທິພວກເຮົາໄດ້ປະກອບສ່ວນຊ່ວຍເຫຼືອປຶ້ມຕຳລາຮຽນ ແລະ ເຄື່ອງແບບນັກຮຽນໃຫ້ແກ່ໂຮງຮຽນ 1 ແຫ່ງ ຄື: ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສະຫວັນນະເຂດ ເພື່ອຊ່ວຍເຫຼືອແກ່ນັກຮຽນໃນໂຮງຮຽນແຫ່ງນີ້ ຈຳນວນ 420 ຄົນ ຍິງ 159 ຄົນ ລວມມູນຄ່າທັງໝົດ 85.848.000 ກີບ ແລະ ຄາດຫວັງວ່າອຸປະກອນການຮຽນເຫຼົ່ານີ້ຈະເປັນປະໂຫຍດ ແລະ ຊ່ວຍໃຫ້ພວກນ້ອງນັກຮຽນນຳໃຊ້ເຂົ້າໃນການພັດທະນາສັງຄົມຂອງ ສປປ ລາວ.