ທະນາຄານຮ່ວມທຸລະກິດລາວຫວຽດ ກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຂ່ງຂັນກີລາມິດຕະພາບ

184

ໃນຕອນແລງວັນສຸກ ທີ 18 ກັນຍາ 2020 ເວລາ 17:00 ໂມງ ທະນາຄານຮ່ວມທຸລະກິດລາວຫວຽດ ຮ່ວມກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກິດຈະກໍາກີລາມິດຕະພາບ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ, ທັງເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຂອງພັກ ແລະ ສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 75 ປີ (2 ກັນຍາ 1945 ຫາ 2 ກັນຍາ 2020) ທີ່ຜ່ານມານີ້.

ຄະນະຜູ້ບໍລິຫານ ທະນາຄານຮ່ວມທຸລະກິດລາວຫວຽດ ໃຫ້ກຽດນຳພາໂດຍ ທ່ານ ຫງຽນ ດຶກ ຫວູ, ຮອງຜູ້ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ; ທ່ານ ວຽງວິໄລ ແສງຄຳຢອງ, ຮອງຜູ້ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທ່ານ ຫວຽນ ບາ ຟອງ, ຮອງຜູ້ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ; ພ້ອມດ້ວຍພະນັກຫຼັກແຫຼ່ງ ແລະ 3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ກໍາມະບານ ແລະ ສະຫາພັນແມ່ຍິງ) ຂອງທະນາຄານເຂົ້າຮ່ວມ.

ສ່ວນຄະນະພັກ-ຄະນະນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ກຽດນຳພາໂດຍ ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ; ທ່ານ ສະຖິດ ເພັດສິງເລືອງ ຫົວໜ້າກົມຄົ້ນຄວ້າ-ສັງລວມ, ຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ທ່ານ ສີສູນໄທ ແກ້ວໂພໄຊ ຮັກສາການຫົວໜ້າກົມເລຂາ, ເລຂາທ່ານນາຍົກລັດຖະ ມົນຕີ ພ້ອມດ້ວຍເລຂາຊາວໜຸ່ມ; ປະທານກໍາມະບານ ແລະ ປະທານສະຫາພັນແມ່ຍິງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບການແຂ່ງຂັນກີລາມິດຕະພາບ ໄດ້ແບ່ງອອກເປັນ 3 ລາຍການຄື: ກີລາບານເຕະຊາຍ, ກີລາບານເຕະຍິງ ແລະ ກີລາຕີບູນຊາຍ. ເຊິ່ງການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຟົດຟື້ນ-ມ່ວນຊື່ນ ບົນພື້ນຖານຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານສອງປະເທດລາວ-ຫວຽດນາມ.

ກິດຈະກໍາດັ່ງກ່າວ, ໄດ້ຈັດຂຶ້ນທີ່ເດີ່ນບານຫຍ້າທຽມ ເຟີຣາລີ, ບ້ານຮ່ອງແກ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ