ທະນາຄານກາງຍີ່ປຸ່ນ ມີມະຕິຮັກສາດອກເບ້ຍຕ່ຳກວ່າ 0%

111

ຄະນະກຳມະການທະນາຄານກາງຍີ່ປຸນ ຫຼື ບີໂອເຈ ( BOJ ) ມີມະຕິຍັງຮັກສາອັດຕາດອກເບ້ຍນະໂຍບາຍໄວ້ທີ່ -0,1% ພ້ອມກັບຍັງຮັກສາອັດຕາຕອບແທນພັນທະບັດຂອງລັດຖະບານ ອາຍຸ 10 ປີ ໄວ້ທີ່ 0%. ນອກຈາກນີ້, ຍັງຈະຈັດສັນເງິນກູ້ໃຫ້ແກ່ບໍລິສັດເອກະຊົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ພາຍໃຕ້ໂຄງການຊື້ສິນຊັບຂະໜາດໃຫຍ່ ບີໂອເຈ ຍັງຈະຊື້ພັນທະບັດຂອງລັດຖະບານ ຈາກສະຖາບັນການເງິນຕ່າງໆ ໂດຍບໍ່ຈຳກັດຈຳນວນ ແລະ ເຂົ້າຊື້ກອງທຶນ ETF ລາຍປີໃນອັດຕາ 12 ລ້ານລ້ານເຢນ ຫຼື ປະມານ 1,14 ແສນລ້ານໂດລາສະຫະລັດຕໍ່ປີ.

ນອກຈາກນີ້, ບີໂອເຈ ຍັງສະໜັບສະໜູນເງິນທຶນໃຫ້ແກ່ບໍລິສັດເອກະຊົນ ເຊິ່ງລວມເຖິງການຊອກຫາເງິນກູ້ດອກເບ້ຍຕ່ຳ ໂດຍໃຫ້ທະນາຄານທຸລະກິດຂະຫຍາຍວົງເງິນກູ້ແບບບໍ່ມີດອກເບ້ຍໃຫ້ແກ່ບໍລິສັດເອກະຊົນ ພາຍໃຕ້ໂຄງການຂອງລັດຖະບານຕະຫຼອດຮອດການເຂົ້າຊື້ຫຸ້ນກູ້ ແລະ ກາສານໜີ້ຂອງພາກເອກະຊົນໄລຍະສັ້ນ ( Commercial Paper ) ມູນຄ່າ 20.000 ຕື້ເຢນ ຈາກສະຖາບັນການເງິນຕ່າງໆ ເພື່ອສ້າງຄວາມເຊື່ອໝັ້ນວ່າສະພາບຄ່ອງໃນທະນາຄານຍັງມີຢ່າງພຽງພໍ.