ນວ ສ້າງຄອບຄົວວັດທະນະທໍາໄດ້ກວ່າ 86%

255

ນະຄອນຫຼວງວຽງຈັນ ( ນວ ) ສາມາດສ້າງຄອບຄົວວັດທະນະທຳໄດ້ 86,63% ທຽບໃສ່ແຜນການທີ່ວາງໄວ້ 95%, ສ້າງບ້ານວັດທະນະທຳໄດ້ 95,04% ເຊິ່ງປະຕິບັດໄດ້ລື່ນແຜນການທີ່ວາງໄວ້; ໄດ້ສຳເລັດການຕິດຕັ້ງໂທລະໂຄ່ງໃຫ້ 23 ບ້ານ ແລະ ສຳເລັດໂຄງການກໍ່ສ້າງສະຖານີໂທລະພາບ ນວ.

ວັນທີ 15 ກັນຍາ 2020, ທ່ານ ນາງ ເກດມະນີ ບັນດາສັກ ຄະນະປະຈຳ, ປະທານຄະນະກຳມະການວັດທະນະທຳ – ສັງຄົມ ແລະ ບັນດາເຜົ່າສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈຳປີ 2020 ແລະ ການປະຕິບັດລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍໃນຂົງເຂດວຽກງານວັດທະນະທຳ – ສັງຄົມ ແລະ ເກັບກຳບັນຫາ, ສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ, ບັນຫາຜົນກະທົບ ແລະ ຂໍ້ສະເໜີຕ່າງໆຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນວ ເຂົ້າຮ່ວມໂດຍ ທ່ານ ນາງ ຄຳຟອງ ພູມວົງໄຊ ຮອງປະທານສະພາປະຊາຊົນ ນວ ຜູ້ຊີ້ນຳວຽກງານວັດທະນະທຳ – ສັງຄົມ ແລະ ບັນດາເຜົ່າສະພາປະຊາຊົນ ນວ ແລະ ໃຫ້ກຽດຕ້ອນຮັບຂອງ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນວ.

ໂອກາດດັ່ງກ່າວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ແຕ່ປີ 2016 – 2020 ດ້ານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງທ່ານໄດ້ໃຫ້ຮູ້ວ່າໄລຍະຜ່ານມານະຄອນຫຼວງວຽງຈັນ ສາມາດສ້າງຄອບຄົວວັດທະນະທຳໄດ້ 86,63% ທຽບໃສ່ແຜນການທີ່ວາງໄວ້ 95%, ສ້າງບ້ານວັດທະນະທຳ ໄດ້ 95,04% ເຊິ່ງປະຕິບັດໄດ້ລື່ນແຜນການທີ່ວາງໄວ້; ໄດ້ສຳເລັດການຕິດຕັ້ງໂທລະໂຄ່ງໃຫ້ 23 ບ້ານ ແລະ ສຳເລັດໂຄງການກໍ່ສ້າງສະຖານີໂທລະພາບ ນວ ປີ 2017 ທີ່ສາມາດກະຈາຍໄປທົ່ວປະເທດ ແລະ ປະເທດໃກ້ຄຽງຈໍານວນໜຶ່ງ.

ນອກຈາກນີ້, ຍັງສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວນະຄອນຫຼວງວຽງຈັນ ສະເລ່ຍໄດ້ 1 ລ້ານກວ່າຄົນຕໍ່ປີ ທຽບໃສ່ແຜນການປະຕິບັດໄດ້ 84,90% ສະເລ່ຍລາຍຮັບຈາກນັກທ່ອງທ່ຽວໄດ້ໜຶ່ງຮ້ອຍກວ່າລ້ານໂດລາຕໍ່ປີ ທຽບໃສ່ແຜນການປະຕິບັດໄດ້ 72,81%.