ຫົວໜ່ວຍທຸລະກິດທີ່ມີລາຍຮັບ 400 ລ້ານຂຶ້ນໄປ ຈະຕ້ອງເຂົ້າລະບົບອາກອນມູນຄ່າເພີ່ມ

387

ຄະນະວິຊາການຂອງກະຊວງການເງິນ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມ ກວດກາການຈັດຕັ້ງປະຕິບັດວຽກງານງົບປະມານ 6 ເດືອນຕົ້ນປີ ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ທີ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍອາກອນກະຊວງການເງິນ; ເຂົ້າຮ່ວມຂອງ ທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງໄຊເສດຖາ.

ທ່ານ ສົມພານ ອ້ວນຄໍາຈັນ ຫົວໜ້າສ່ວຍອາກອນປະຈໍາເມືອງໄຊເສດຖາ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານໃນ 6 ເດືອນຕົ້ນປີ 2020 ແລະ ແຜນດັດແກ້ 6 ເດືອນທ້າຍປີ 2020 ສະບັບເລກທີ 2086/ກງ ລົງວັນທີ 5 ສິງຫາ 2020 ເຊິ່ງການຈັດຕັ້ງປະຕິບັດຂອງເມືອງໄຊເສດຖາ ປະກອບມີ: ການແຈ້ງມອບອາກອນຜ່ານລະບົບ taxris; ການປະເມີນລາຍຮັບ 50 ລ້ານລົງມາ; ລາຍຮັບ 50 ລ້ານກີບ ຫາ 400 ລ້ານກີບຂຶ້ນໄປ; ຫົວໜ່ວຍທີ່ມີລາຍຮັບ 400 ລ້ານຂຶ້ນໄປ ແມ່ນຕ້ອງຈົດເຂົ້າລະບົບອາກອນມູນຄ່າເພີ່ມ

ລວມທັງຫົວໜ່ວຍທີ່ນໍາໃຊ້ເຄື່ອງ POS; ການຄຸ້ມຄອງສາງນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ; ກວດກາບັນຊີປະຈໍາປີແບບຄົບຊຸດ 2019; ສຸມໃສ່ຕິດຕາມການຈັດເກັບພາສີທີ່ດິນຄ່າທໍານຽມ ແລະ ອາກອນລາຍໄດ້ຈາກການໂອນກໍາມະສິດນໍາໃຊ້ທີ່ດິນ; ການເກັບອາກອນຈາກນໍ້າມັນເຊື້ອໄຟແຕ່ລະປໍ້າ ແລະ ການສ້າງແຜນຈັດເກັບລາຍຮັບສ່ວຍອາກອນປີ 2020.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 17 ກັນຍາ 2020 ນີ້ ທີ່ສຳນັກງານປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.