ສຸດໃຈທ່ອງທ່ຽວ ປັບກົນລະຍຸດຫັນມາບໍລິການນັກທ່ອງທ່ຽວພາຍໃນ

299

ໃນປັດຈຸບັນ ສປປ ລາວ ເຮົາກຳລັງສຸມໃສ່ສົ່ງເສີມການທ່ອງທ່ຽວພາຍໃນຄື “ ລາວທ່ຽວລາວ ” ເພື່ອກະຕຸ້ນໃຫ້ສັງຄົມມີການໃຊ້ຈ່າຍເງິນຫຼາຍຂຶ້ນ ໂດຍມີການປັບປ່ຽນສູ່ “ ສະພາບປົກກະຕິແບບໃໝ່ ” ຫຼື “ New Normal ” ເຊັ່ນດຽວກັນກັບ ບໍລິສັດ ສຸດໃຈທ່ອງທ່ຽວ ແມ່ນໄດ້ມີຄວາມພ້ອມທາງດ້ານພາຫະນະ ເພື່ອເຮັດການຕະຫຼາດທ່ອງທ່ຽວຢູ່ພາຍໃນ ແນໃສ່ສົ່ງເສີມ ລາວທ່ຽວລາວ.

ຄໍລຳສຳພາດພິເສດໃນມື້ນີ້ ພວກເຮົາໄດ້ມີໂອກາດສຳພາດຜູ້ອຳນວຍ ບໍລິສັດສຸດໃຈທ່ອງທ່ຽວ ກ່ຽວກັບ ຄວາມພ້ອມ ແລະ ການມີສ່ວນຮ່ວມໃນການສົ່ງເສີມລາວທ່ຽວລາວ ໃຫ້ມີບັນຍາກາດຟົດຟື້ນ ພາຍຫຼັງທຸລະກິດທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກຍ້ອນໂຄວິດ – 19 ເຖິງວ່າຈະສາມາດເປີດກິດຈະກຳເປັນປົກກະຕິແລ້ວກໍຕາມ ແຕ່ບັນຍາກາດການທ່ອງທ່ຽວຍັງງຽບເຫງົາຢູ່.

ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສຸດໃຈ ທ່ອງທ່ຽວ ຈຳກັດ ຜູ້ດຽວ ກ່າວວ່າ: ກ່ອນໂຄວິດ – 19 ສະພາບການທ່ອງທ່ຽວໃນ ສປປ ລາວ ຖືວ່າມີຄວາມຄຶກຄັກຫຼາຍ ໂດຍສະເພາະມີນັກທ່ອງທ່ຽວຕ່າງປະເທດທີ່ມາໃຊ້ບໍລິການຜ່ານບໍລິສັດສຸດໃຈ ກວມເອົາ 80%, ໃນນັ້ນນັກທ່ອງທ່ຽວຈາກຈີນ ກວມເອົາ 50% ແລະ ນັກທ່ອງທ່ຽວຈາກ ສ.ເກົາຫຼີ 30%, ສ່ວນອີກ 20% ມີທັງລູກຄ້າພາຍໃນ ແລະ ຕ່າງປະເທດຈຳນວນໜຶ່ງ.

ພາຍຫຼັງທີ່ພະຍາດໂຄວິດ – 19 ລະບາດໃນຕົ້ນປີ 2020 ພາກທຸລະກິດໄດ້ຮັບຜົນກະທົບຢ່າງໜັກໜ່ວງ ໂດຍສະເພາະຕໍ່ທຸລະກິດທ່ອງທ່ຽວ ແລະ ທຸລະກິດປິ່ນອ້ອມ ເຊັ່ນ: ຮ້ານອາຫານ, ໂຮງແຮມ, ທຸລະກິດຂົນສົ່ງ ແລະ ອື່ນໆ ສ່ວນທຸລະກິດທ່ອງທ່ຽວຖືວ່າໄດ້ຮັບຜົນກະທົບໂດຍກົງ ເຊິ່ງບໍລິສັດ ສຸດໃຈທ່ອງທ່ຽວ ກໍເປັນໜຶ່ງໃນຫຼາຍບໍລິສັດທີ່ໄດ້ຮັບຜົນກະທົບ ແລະ ຂາດລາຍຮັບຈາກການທ່ອງທ່ຽວຢ່າງມະຫາສານ.

ໃນປັດຈຸບັນເຖິງວ່າລັດຖະບານ ແຫ່ງ ສປປ ລາວ ຈະມີການຜ່ອນຜັນຫຼາຍມາດຕະການ ເພື່ອໃຫ້ບັນດາຮ້ານອາຫານ, ໂຮງແຮມ, ບໍລິສັດທ່ອງທ່ຽວ ແລະ ອື່ນໆ ສາມາດເປີດໃຫ້ບໍລິການປົກກະຕິໃນໄລຍະ 2 – 3 ເດືອນຜ່ານມາ ແຕ່ລູກຄ້າພາຍໃນຍັງບໍ່ສາມາດອັດສ່ວນທີ່ຂາດຈາກນັກທ່ອງທ່ຽວຕ່າງປະເທດໄດ້ ເພາະນັກທ່ອງທ່ຽວພາຍໃນຍັງມີຈຳນວນໜ້ອຍຫຼາຍຕອບສະໜອງໄດ້ເທົ່າທີ່ຄວນ ຖືວ່າມີເປັນຈຳນວນໜ້ອຍຫຼາຍ.

ທ່ານ ເຄນ ວົງທອງຈິດ ກ່າວຕື່ມວ່າ: ໃນປັດຈຸບັນ ສປປ ລາວ ເຮົາໄດ້ເປີດການສົ່ງເສີມທ່ອງທ່ຽວພາຍໃນຄື “ ລາວທ່ຽວລາວ ” ເພື່ອກະຕຸ້ນໃຫ້ສັງຄົມມີການໃຊ້ຈ່າຍເງິນຫຼາຍຂຶ້ນ ໂດຍມີການປັບປ່ຽນສູ່ “ ສະພາບປົກກະຕິແບບໃໝ່ ” ຫຼື “ New Normal ” ຖືເປັນໂຄງການທີ່ດີ ເພາະນອກຈາກຈະສ້າງເງື່ອນໄຂໃຫ້ທຸລະກິດທ່ອງທ່ຽວຜູ້ທີ່ມີຄວາມພ້ອມໄດ້ມີສ່ວນຮ່ວມໃນການປະກອບສ່ວນເຮັດໃຫ້ໂຄງການ “ ລາວທ່ຽວລາວ ” ມີຟົດຟື້ນ. ເຖິງຢ່າງໃດກໍຕາມ, ເພື່ອເຮັດໃຫ້ໂຄງການດັ່ງກ່າວ ສາມາດຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າໄດ້ ຕ້ອງຈັດແພັກເກັດ ຫຼື ໂປໂມຊັນພິເສດ ໂດຍສະເພາະສະຖານທີ່ພັກ, ອາຫານການກິນ ແລະ ສະຖານທີ່ທ່ອງທ່ຽວຕ່າງໆຕ້ອງມີຄວາມສະອາດປອດໄພ ແລະ ໃຫ້ຄຳແນະນຳ ເພື່ອໃຫ້ຂໍ້ມູນແກ່ນັກທ່ອງທ່ຽວ ເນື່ອງຈາກກ່ອນທີ່ລູກຄ້າຈະໄປທ່ອງທ່ຽວບັນດາສະຖານທີ່ຕ່າງໆ ແມ່ນຄຳນຶງເຖິງຄວາມປອດໄພມາກ່ອນ. ສ່ວນລາຄາຢູ່ໃນເກນທີ່ເໝາະສົມ ເພື່ອໃຫ້ຜູ້ໃຊ້ບໍລິການສາມາດຊື້ໄດ້ ແລະ ຜູ້ປະກອບການສາມາດໃຫ້ບໍລິການໄດ້.

ທ່ານ ເຄນ ວົງທອງຈິດ ກ່າວຕໍ່ວ່າ: ສຳລັບບໍລິສັດ ສຸດໃຈທ່ອງທ່ຽວ ມີ ຄວາມພ້ອມໃຫ້ບໍລິການເຕັມທີ່ບໍ່ວ່າຈະເປັນທາງດ້ານພາຫະນະ, ບຸກຄະລາກອນ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ພວກເຮົາກຳລັງເຮັດການຕະຫຼາດທ່ອງທ່ຽວຢູ່ພາຍໃນ ແນໃສ່ສົ່ງເສີມ ລາວທ່ຽວລາວ ໂດຍຈະໄດ້ຈັດເປັນແພັກເກັດເຊົ່າລົດ + ທີ່ພັກ + ອາຫານ ແລະ ອື່ນໆ ເຮັດໃຫ້ນັກທ່ອງທ່ຽວພາຍໃນມີເລືອກທີ່ຫຼາກຫຼາຍໃນການໃຊ້ບໍລິການການໄປທ່ອງທ່ຽວຕາມສະຖານທີ່ຕ່າງໆ. ພ້ອມດຽວກັນນັ້ນ, ທາງບໍລິສັດຍັງມີບໍລິການລົດເຊົ່າ ນັບຕັ້ງແຕ່ 12 ບ່ອນນັ່ງເຖິງ 45 ບ່ອນນັ່ງ ໃຫ້ລູກຄ້າສາມາດເລືອກບໍລິການໄດ້.

ບໍລິສັດ ສຸດໃຈທ່ອງທ່ຽວ ໄດ້ມີການປັບຕົວເຂົ້າກັບຍຸກການດຳລົງຊີວິດແບບໃໝ່ ການບໍລິການທ່ອງທ່ຽວແບບເກົ່າ ແມ່ນບໍ່ສາມາດໃຊ້ໄດ້ໃນຍຸກປັດຈຸບັນ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ຫັນຈາກການໃຫ້ບໍລິການນັກທ່ອງທ່ຽວຕ່າງປະເທດ ມາໃຫ້ບໍລິການນັກທ່ອງທ່ຽວຢູ່ພາຍໃນ ແລະ ໄດ້ປັບປຸງຂອດບໍລິການຕ່າງໆ ລວມທັງລາຄາແນໃສ່ການບໍລິການໃຫ້ມີຄຸນນະພາບ ແລະ ດີຂຶ້ນເລື້ອຍໆ. ຄຽງຄູ່ກັນນັ້ນ, ທາງບໍລິສັດຍັງໄດ້ປັບປຸງຊ່ອງທາງເພື່ອໃຫ້ລູກຄ້າຄົນລາວສາມາດເຂົ້າເຖິງການບໍລິການຂອງພວກເຮົາໄດ້ງ່າຍ, ສະດວກ ແລະ ສາມາດສະໜອງໄດ້ ເປັນຕົ້ນໄດ້ປັບປຸງເວັບໄຊ, ແອັບພລິເຄເຊິນຕ່າງໆ.

ທ່ານ ເຄນ ວົງທອງຈິດ ກ່າວຕໍ່ວ່າ: ຖ້າເສັ້ນທາງດ່ວນວຽງຈັນ – ວັງວຽງ ແລະ ເສັ້ນທາງລົດໄຟລາວ – ຈີນ ສຳເລັດການທ່ອງທ່ຽວຂອງລາວຍິ່ງຈະມີຄວາມສະດວກຫຼາຍຍິ່ງຂຶ້ນ ເຊິ່ງຈະເປັນຈຸດເດັ່ນ ແລະ ຈຸດດີ ເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວຢູ່ບ້ານເຮົານັບມື້ຫຼາຍຂຶ້ນ ໂດຍສະເພາະນັກທ່ອງທ່ຽວຈາກ ສປ ຈີນ ຈະມາເພີ່ມຂຶ້ນ ເນື່ອງຈາກຈະຫຼຸດຄ່າໃຊ້ຈ່າຍໃນການເດີນທາງ, ປະຢັດເວລາ, ການເດີນທາງຈະຍິ່ງມີຄວາມສະດວກ ແລະ ວ່ອງໄວຍິ່ງຂຶ້ນ.