ລັດຖະບານຕັ້ງເປົ້າສູ້ຊົນໃຫ້ເສດຖະກິດເຕີບໂຕ, ສ່ວນ ເອດີບີ ປະເມີນຫຼ້າສຸດອາດຕິິດລົບ

146

ແຜນປີ 2020 ເບື້ອງຕົ້ນ ລັດຖະບານວາງຄາດໝາຍສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 6,5% ແຕ່ເມື່ອໂລກເກີດການລະບາດຂອງພະບາດໂຄວິດ – 19 ເຮັດໃຫ້ລັດຖະບານປັບຫຼຸດການຂະຫຍາຍຕົວລົງມາຢູ່ໃນລະດັບ 3,3% ຫາ 3,6% ດ້ວຍການອອກຫຼາຍມາດຕະການ ແລະ ນະໂຍບາຍເພື່ອຍູ້ການເຕີບໂຕຂອງເສດຖະກິດທ່າມກາງຄວາມທ້າທາຍນາໆປະການທີ່ເກີດຂຶ້ນຈາກວິກິດໂຄວິດ – 19.

ຂະນະທີ່ບົດລາຍງານຫຼ້າສຸດຂອງທະນາຄານພັດທະນາອາຊີ ຫຼື ເອດີບີປະເມີນວ່າເສດຖະກິດທະວີບອາຊີ ຈະຕິດລົບ 0,7% ໃນປີນີ້ ເຊິ່ງເປັນການຫົດຕົວເປັນຄັ້ງທຳອິດໃນຮອບ 60 ປີ, ກ່ອນຈະກັບມາຂະຫຍາຍຕົວ 6,8% ໃນປີ 2021 ແຕ່ເປັນການຂະຫຍາຍຕົວຕໍ່າກວ່າທີ່ຄາດການໄວ້ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19.

ເອດີບີ ລະບຸວ່າ: ເສດຖະກິດຂອງທະວີບອາຊີຈະກັບມາຂະຫຍາຍຕົວໃນປີໜ້າ ແຕ່ອາດຈະຂະຫຍາຍຕົວຊ້າກວ່າທີ່ຄາດການໄວ້ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງບົ່ງຊີ້ໃຫ້ເຫັນວ່າເສດຖະກິດອາຊີຈະຄ່ອຍໆຟື້ນຕົວເປັນລັກສະນະຮູບໂຕ L ຫຼາຍກວ່າຈະເປັນລັກສະນະຮູບໂຕ V ໂດຍຈະມີການຟື້ນຕົວພຽງບາງສ່ວນເທົ່ານັ້ນ.

ເອດີບີ ຍັງຄາດຄະເນອັດຕາການຂະຫຍາຍຕົວທາງເສດຖະກິດ ສປປ ລາວ ຈະຕິດລົບ 2,5% ໃນປີນີ້ ເຊິ່ງເປັນການເຕີບໂຕທາງເສດຖະກິດທີ່ຕິດລົບຄັ້ງທຳອິດ ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ, ທຽບໃສ່ -0,5% ຂອງການຄາດຄະເນໃນເດືອນມິຖຸນາທີ່ຜ່ານມາ. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນຕົວມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຊີ້ໃຫ້ເຫັນເຖິງການຟື້ນຕົວຊ້າຍ້ອນວ່າການແຜ່ລະບາດຂອງພະຍາດ ຄາດວ່າຈະຫຼຸດລົງຢ່າງຊ້າໆ.

ທ່ານ ຢະຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: “ ການແຜ່ລະບາດພະຍາດໂຄວິດ – 19 ບໍ່ພຽງແຕ່ເຮັດໃຫ້ອັດຕາການເຕີບໂຕຂອງເສດຖະ ກິດໃນປີ 2020 ຫຼຸດລົງເທົ່ານັ້ນ ແຕ່ມັນຍັງເປັນການກີດຂວາງ ຄວາມຄາດຫວັງຂອງລັດຖະບານໃນການຈັດເກັບລາຍຮັບ, ສະຖານະການນີ້ຈະເຮັດໃຫ້ການຂາດດຸນງົບປະມານເພີ່ມຂຶ້ນ ແລະ ເພີ່ມຄວາມກົດດັນຕໍ່ການຊໍາລະໜີ້ສາທາລະນະ; ບາດກ້າວຕໍ່ໄປລັດຖະບານຈຳເປັນຕ້ອງປັບປຸງຂອບງົບປະມານມະຫາພາກ ແລະ ເລັ່ງລັດການປັບປຸງການເງິນພາກລັດ ເພື່ອສ້າງຊ່ອງທາງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຫຼາຍຂຶ້ນ ເພື່ອຮອງຮັບກັບສະຖານະການທີ່ເກີດຂຶ້ນຢ່າງກະທັນຫັນ ”.

ຂະນະທີ່ລັດຖະບານໄດ້ພະຍາຍາມສູ້ຊົນທີ່ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວ ທ່າມກາງທີ່ເສດຖະກິດບັນດາປະເທດຕ່າງໆມີສັນຍານຕິດລົບເປັນສ່ວນໃຫຍ່ ໂດຍໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ລັດຖະບານໄດ້ສະເໜີດັດແກ້ຕົວເລກອັດຕາການເຕີບໂຕຂອງເສດຖະກິດ ( GDP ) ຈາກແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງ 6,5% ມາເປັນ 3,3% ຫາ 3,6% ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.

ດັ່ງນັ້ນ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດ ສາມາດຮັບຮອງເອົາຕາມທີ່ສະເໜີມານີ້, ທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ກ່າວວ່າ: ລັດຖະບານຈະສຸມໃສ່ຈັດຕັ້ງປະຕິບັດ 11 ມາດຕະການ ເປັນຕົ້ນແມ່ນສືບຕໍ່ຈັດຕັ້ງປະຕິບັດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ທີ່ໄດ້ປະກາດໄປແລ້ວໃຫ້ເປັນຮູບປະທໍາ.

ສູ້ຊົນເກັບລາຍຮັບຈາກບັນດາຫົວໜ່ວຍທຸລະກິດ ທີ່ບໍ່ຖືກຜົນກະທົບຫຼາຍປານໃດຈາກພະຍາດໂຄວິດ – 19 ແລະ ຫົວໜ່ວຍອື່ນໆ ພາຍຫຼັງມີມາດຕະການຜ່ອນຜັນໃຫ້ໄດ້ຄົບຖ້ວນຕາມກົດໝາຍກໍານົດຢ່າງເຂັ້ມງວດ ແລະ ປະຕິບັດລາຍຈ່າຍທີ່ຈໍາເປັນໃຫ້ໄດ້ຕາມແຜນການ ລວມທັງການສືບຕໍ່ຊໍາລະໃຫ້ແກ່ການລົງທຶນຂອງລັດ ເພື່ອສ້າງສະພາບຄ່ອງໃນການດໍາເນີນທຸລະກິດ ແລະ ການຈ້າງງານ; ສືບຕໍ່ປະຢັດ – ຈໍາກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດທີ່ສາມາດປະຕິບັດໄດ້ ແລະ ຄົ້ນຄວ້າຊອກແຫຼ່ງລາຍຮັບ ເພື່ອເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ໂດຍການສົ່ງເສີມການສົ່ງອອກ, ຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ; ສືບຕໍ່ກວດກາບັນດາໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ ແລະ ຕໍ່ລອງມູນຄ່າໂຄງການຄືນໃໝ່ ( ໃຫ້ຖືກຄວາມເປັນຈິງ ແລະ ເປັນທໍາ ) ໃຫ້ສໍາເລັດ ຫຼື ເປັນຮູບປະທໍາໂດຍໄວ ແລະ ອື່ນໆ.

ສຸມໃສ່ຊຸກຍູ້ການຜະລິດກະສິກໍາ, ການປູກຝັງ, ການລ້ຽງສັດ ເພື່ອທົດແທນການນໍາເຂົ້າ, ຊຸກຍູ້ການຜະລິດສິນຄ້າອຸປະ   ໂພກ – ບໍລິໂພກ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ມີມາດຕະການຫຼຸດຜ່ອນການນໍາເຂົ້າ, ຄຸ້ມຄອງ ແລະ ດັດສົມລາຄາສິນຄ້າທີ່ມີຄວາມອ່ອນໄຫວຕໍ່ການດໍາລົງຊີວິດປະຈໍາວັນຂອງປະຊາຊົນໃຫ້ສົມເຫດສົມຜົນ; ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ເພື່ອຊຸກຍູ້ສົ່ງເສີມ ແລະ ໃຫ້ຄໍາແນະນໍາບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ປັບປຸງ ແລະ ສ້າງເງື່ອນໄຂຄົບຖ້ວນໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ສະດວກ ແລະ ວ່ອງໄວກວ່າເກົ່າ.

ຫຼ້າສຸດໃນກອງປະຊຸມລັດ ຖະບານສະໄໝສາມັນ ປະຈຳເດືອນສິງຫາ 2020 ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ສະມາຊິກລັດຖະບານສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ 4 ເດືອນທ້າຍປີ 2020 ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຫຼື ຍັບໃກ້ເຂົ້າແຜນຫຼາຍທີ່ສຸດ; ສືບຕໍ່ຕິດຕາມ ແລະ ຄຸ້ມຄອງການແລກປ່ຽນເງິນຕາ, ອັດຕາເງິນເຟີ້ໃຫ້ຢູ່ໃນເກນທີ່ສາມາດຄວບຄຸມໄດ້, ແກ້ໄຂບັນຫາໜີ້ສິນ ແລະ ຜົນກະທົບຂອງການຈັດອັນດັບຄວາມໜ້າເຊື່ອຖືດ້ານການເງິນຂອງ ສປປ ລາວ ຈາກສະຖາບັນການເງິນສາກົນ; ປັບປຸງບັນດານະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SMEs ) ແລະ ນິຕິກໍາທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບສະພາບຕົວຈິງຂອງຂະແໜງການ ເປັນຕົ້ນ: ການປັບປຸງອັດຕາດອກເບ້ຍເງິນກູ້, ເງື່ອນໄຂ ແລະ ຂອດຂັ້ນການເຂົ້າເຖິງກອງທຶນສົ່ງເສີມ SMEs ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ພ້ອມທັງເອົາໃຈໃສ່ຕິດຕາມກວດກາ ແລະ ວາງແຜນການຈັດຕັ້ງປະຕິບັດຊ່ວຍຜູ້ປະກອບການໃຫ້ດໍາເນີນທຸລະກິດຢ່າງມີຜົນກໍາໄລ ແລະ ເພື່ອຫຼີກເວັ້ນບໍ່ໃຫ້ຜູ້ປະກອບການລົ້ມລະລາຍ ແລະ ບໍ່ສາມາດຊໍາລະຕົ້ນທຶນ ແລະ ດອກເບ້ຍໄດ້.