ທົ່ວປະເທດບໍລິຈາກເລືອດໄດ້ພຽງ 61,24% ຂອງແຜນປີ

188

ການປຸກລະດົມບໍລິຈາກເລືອດໃນທົ່ວປະເທດ ປີ 2020 ແມ່ນພົບຄວາມຫຍຸ້ງຍາກ ເນື່ອງຈາກການລະບາດຂອງພະຍາດໂຄວິດ – 19 ແລະ ການລະບາດຂອງພະຍາດໄຂ້ຍຸງລາຍ ເຮັດໃຫ້ຈັດຕັ້ງປະຕິບັດບໍລິຈາກເລືອດໄດ້ພຽງ 61,24% ຂອງແຜນປີ.

ໃນວັນທີ 18 ກັນຍາ 2020 ສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມກັບ ບໍລິສັດ ເບຍລາວ ຈໍາກັດ ໄດ້ຈັດກິດຈະກໍາບໍລິຈາກເລືອດ ຂຶ້ນທີ່ສູນການຄ້າລາວ – ໄອເຕັກ ນະຄອນຫຼວງວຽງຈັນ ພາຍໃຕ້ໂຄງການ ” ໃຫ້ເລືອດໃຫ້ຊີວິດ ” ເພື່ອແກ້ໄຂການຂາດແຄນເລືອດໃນປັດຈຸບັນ ເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະກຳເພື່ອສັງຄົມ ແລະ ບໍລິຫານ ບໍລິສັດເບຍລາວ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ຄຳຮຸ່ງ ເຮືອງວົງສີ ກ່າວວ່າ: ສູນເລືອດໃນທົ່ວປະເທດ ກໍໄດ້ສຸມໃສ່ຈັດຕັ້ງປຸກລະດົມເຊີນຊວນທຸກຊັ້ນຄົນຕ່າງໆເຂົ້າຮ່ວມບໍລິຈາກເລືອດຢ່າງເປັນຂະບວນການຟົດຟື້ນ ແລະ ໄດ້ຮັບຜົນດີພໍສົມຄວນ ໃນ 8 ເດືອນຂອງປີ 2020 ທົ່ວປະເທດເຈາະເກັບເລືອດໄດ້ພຽງ 37.178 ຖົງ ຖ້າທຽບໃສ່ແຜນການປີປະຕິບັດໄດ້ພຽງແຕ່ 61,24% ຂອງແຜນການປີ.

ແນວໃດກໍຕາມ, ເມື່ອອີງໃສ່ຄວາມຕ້ອງການແລ້ວຍັງເຫັນວ່າມີຄວາມຈຳເປັນຕ້ອງໄດ້ເພີ່ມທະວີການເອົາໃຈໃສ່ ໃນການປຸກລະດົມເຊີນຊວນການບໍລິຈາກເລືອດໃຫ້ຫຼາຍຂຶ້ນ ເນື່ອງຈາກວ່າປັດຈຸບັນຢູ່ຫຼາຍແຂວງ ບໍ່ສາມາດອອກເຄື່ອນໄຫວຮັບບໍລິຈາກເລືອດໄດ້ຕາມເປົ້າໝາຍທີ່ວາງໄວ້ຮ່ວມກັນຍ້ອນການລະບາດຂອງພະຍາດໂຄວິດ – 19 ແລະ ການລະບາດຂອງພະຍາດໄຂ້ຍຸງລາຍຢູ່ແຂວງຕ່າງໆ.

ທ່ານ ສິດທິໄຊ ເກດຕະວົງ ກ່າວວ່າ: ເພື່ອໃຫ້ມີການປະກອບສ່ວນໃນສັງຄົມທາງບໍລິສັດ ຈັດສັນງົບ 70 ລ້ານກວ່າກີບ ເພື່ອປະກອບສ່ວນໃນກິດຈະກຳການບໍລິຈາກເລືອດໃນຄັ້ງນີ້ ເພື່ອເຮັດໃຫ້ທຸກຄົນທົ່ວສັງຄົມເຫັນໄດ້ວ່າການບໍລິຈາກເລືອດນີ້ສຳຄັນ, ຢາກໃຫ້ມີການຕໍ່ເນື່ອງ, ຍືນຍົງ ແລະ ພ້ອມຮຽກຮ້ອງໃຫ້ອົງການຈັດຕັ້ງຕ່າງໆບັນດາຊ່າວໜຸ່ມ ຕະຫຼອດຮອດຜູ້ອາຍຸສູງທີ່ມີສຸຂະພາບແຂງແຮງຮ່ວມກັນບໍລິຈາກເລືອດຊ່ວຍກັນຄົນລະໄມ້ຄົນລະມື ເຮັດແນວໃດເພື່ອໃຫ້ພວກເຮົາຜ່ານຜ່າໄລຍະວິກິດນີ້ໃຫ້ໄດ້.