ເດືອນສິງຫາ ສປປ ລາວ ຂາດດຸນການຄ້າເຖິງ 7ລ້ານໂດລາສະຫະລັດ

124

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ບັນລຸໄດ້ປະມານ 762 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 384 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 7 ລ້ານໂດລາສະຫະລັດ.

ພາບປະກອບຂ່າວເທົ່ານັ້ນ

ດ້ານບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາ. ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີຄ່ື ໄທ 204 ລ້ານໂດລາສະຫະລັດ, ຈີນ 84 ລ້ານໂດລາສະຫະລັດ, ຫວຽດນາມ 44 ລ້ານໂດລາສະຫະລັດ, ຢີ່ປຸ່ນ 21 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 10 ລ້ານໂດລາສະຫະລັດ.

ພາບປະກອບຂ່າວເທົ່ານັ້ນ

ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ຄຳປະສົມ ແລະ ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ກາເຟ ແລະ ຢາງພາລາ.

ພາບປະກອບຂ່າວເທົ່ານັ້ນ

ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ຝຸ່ນ (ປຸຍ) ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ.

ທີ່ມາ: Lao youth radio fm 90.0 mhz