ທໍາລາຍຜັກນໍາເຂົ້ານໍ້າໜັກ 1 ໂຕນ

150

ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ທໍາລາຍສິນຄ້າຫ້າມນໍາເຂົ້າທີ່ຜິດກົດໝາຍ ( ປະເພດຜັກ ) ລວມນໍ້າໜັກທັງໝົດ 1.060 ກິໂລກຣາມ, ຢູ່ເດີ່ນຫ້ອງຕໍາຫຼວດ ປກສ ນວ ໃນວັນທີ 16 ກັນຍາ 2020 ໂດຍມີ ທ່ານ ພັນໂທ ຄໍາພອນ ພົມມະຈັນ ຮັກສາການຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນໂທ ຄໍາພອນ ພົມມະຈັນ ໄດ້ໃຫ້ຮູ້ວ່າ: ໃນເວລາ 16:00 ໂມງ ຂອງວັນທີ 15 ກັນຍາ 2020 ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດໄດ້ຮັບການລາຍງານຈາກພົນລະເມືອງດີວ່າມີລົດຕູ້ສີຂາວ ໝາຍເລກທະບຽນ ກລ 8364 ກຳແພງນະຄອນ ໄດ້ແກ່ສິນຄ້າປະເພດຜັກ ມາຈາກປະເທດເພື່ອນບ້ານ ໂດຍການຂົນສົ່ງມາທາງເຮືອ ເຂດບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ອອກຕິດຕາມກວດກາພົບເຫັນລົດຄັນດັ່ງກ່າວມຸ່ງໜ້າໄປທາງເຂດບ້ານທ່ານາ ( ບໍ່ໂອ ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜ່ານການກວດກາຂອງເຈົ້າໜ້າທີ່ ຈຶ່ງພົບເຫັນສິນຄ້າປະເພດຜັກບົ່ວໃບ ຈໍານວນ 53 ເປົາ, ນໍ້າໜັກ 1.060 ກິໂລກຣາມ ທີ່ບໍ່ມີເອກະສານອະນຸຍາດຈາກພາກສ່ວນກ່ຽວຂ້ອງ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຢຶດລົດ ແລະ ນໍາສິນຄ້າດັ່ງກ່າວມາທໍາລາຍຖິ້ມ ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ ລົງວັນທີ 30/8/2019 ວ່າດ້ວຍການສົ່ງເສີມການຜະລິດ ຊົມໃຊ້ຜະລິດຕະພັນພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ – ບໍລິໂພກ ເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ປະຊາຊົນລາວບໍລິໂພກ ເນື່ອງຈາກຜັກດັ່ງກ່າວບໍ່ໄດ້ຮັບການກວດກາຫາສານເຄມີປົນເປື້ອນເກີນມາດຕະຖານ  ກໍານົດ ຫຼື ບໍ່?. ທັງນີ້, ເພື່ອ ຄວາມປອດໄພຂອງຜູ້ບໍລິໂພກ ຈຶ່ງເຫັນຄວນຢຶດສິນຄ້າດັ່ງກ່າວມາທໍາລາຍຖິ້ມ.

ຕໍ່ກັບເຈົ້າຂອງລົດ ແລະ ລົດເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ.

[ ຂໍ້ມູນ – ຮູບ ປກສ ນວ ]