ສາຍຊົນ ຍິງຟຣີຄິກສຸດງາມຊ່ວຍ ມາສເຕີ 7 ເອັຟຊີ ເຂົ້າຮອບບານເຕະຊີງຂັນ ສຕລ (ມີຄລິບ)

124

ການແຂ່ງຂັນບານເຕະ ສຕລ ຄອນມານໂດ 2020 ຮອບ 16 ທີມສຸດທ້າຍແຂ່ງຂັນເມື່ອທ້າຍອາທິດທີ່ຜ່ານມາ ຄູ່ຂອງ ມາສເຕີ 7 ເອັຟຊີ ທີມເຕັງຈາກລາວລີກ 1 ພົບກັບ ກະຣູດາ ເອັຟຊີ ທີມຈາກລາວລີກ 2 ຜົນປາກົດວ່າ: ການແຂ່ງຂັນຕົວຈິງບໍ່ງ່າຍສໍາລັບ ທີມເຕັງເມື່ອຖືກ ກະຣູດາ ເອັຟຊີ ຂຶ້ນນໍາໄປກ່ອນ 2-0 ກ່ອນທີ່ ມາສເຕີ 7 ເອັຟຊີ ຈະສາມາດພິກຂຶ້ນນໍາ 3-2 ແຕ່ໄລຍະທ້າຍເກມ ກະຣູດາ ເອັຟຊີ ມາຕີສະເໝີເປັນ 3-3.

ເກມທໍາທ່າວ່າຈະຈົບທີ່ຜົນສະເໝີ 3-3 ໃນເວລາ 90 ແຕ່ໃນການຕໍ່ເວລາບາດເຈັບ 4 ນາທີ ມາສເຕີ 7 ເອັຟຊີ ມາໄດ້ລູກໄໝໜ້າເຂດໂທດໄລຍະ 20 ກວ່າແມັດ ເຊິ່ງ ສາຍຊົນ ຂຸນສໍານານ ກອງຫຼັງຕົວເກັ່ງຂອງ ມາສເຕີ 7 ເອັຟຊີ ຮັບບົດບາດຍິງບານສຽບເສົາໜຶ່ງເຂົ້າໄປຢ່າງສວຍງາມ ຊ່ວຍໃຫ້ມາສເຕີ 7 ເອັຟຊີ ພິກເອົາຊະນະໄປຫວຸດຫວິດ 4-3 ຜ່ານເຂົ້າຮອບ 8 ທີມສຸດທ້າຍໄປພົບກັບ ລາວໂຕໂຢຕ້າ ເອັຟຊີ.
ສໍາລັບ ການແຂ່ງຂັນຮອບ 8 ທີມສຸດທ້າຍຈະກັບມາແຂ່ງຂັນໃນກາງເດືອນຕຸລາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ທັງໝົດຄື:

-ວັນທີ 17 ຕຸລາ 2020: ຊ້າງນ້ອຍ ເອັຟຊີ ພົບ ປກສ ເອັຟຊີ ສະໜາມນອກ ແລະ ເອັສຣາ ເອັຟຊີ ພົບ ລາວ-ທ໊ອບ ເອັຟຊີ ທີ່ສະໜາມໃນ.
-ວັນທີ 18 ຕຸລາ 2020: ເອັສບີທີ 941 ເອັຟຊີ ພົບ ເມືອງຮາດ ຢູໄເນຕັດ ສະໜາມນອກ ແລະ ມາສເຕີ 7 ເອັຟຊີ ພົບ ລາວໂຕໂຢຕ້າ ເອັຟຊີ ສະໜາມໃນ.