8 ເດືອນ ເມືອງຈັນທະບູລີ ເກັບລາຍຮັບເຂົ້າງົບປະມານໄດ້ 40 ຕື້ກວ່າກີບ

217

ຫ້ອງການ – ການເງິນເມືອງຈັນທະບູລີ ເປີດເຜີຍວ່າ: ປີ 2020 ໄດ້ຮັບມອບໝາຍຕົວເລກຈັດເກັບລາຍຮັບ 82,82 ຕື້ກີບ, ແຜນດັດແກ້ 67,72 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດ 8 ເດືອນ ສາມາດເກັບລາຍຮັບ 40,77 ຕື້ກີບ ເທົ່າກັບ 49,23% ຂອງແຜນການປີ ເທົ່າກັບ 60,20% ຂອງແຜນດັດແກ້.

ທ່ານ ນາງ ສົມບັດ ວົງພັກດີ ຫົວໜ້າຫ້ອງການ – ການເງິນເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່າວວ່າ: ນັບແຕ່ວັນທີ 1 ມັງກອນ ຮອດວັນທີ 31 ສິງຫາ 2020 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 40,77 ຕື້ກີບ ເທົ່າກັບ 49,23% ຂອງແຜນການປີ ເທົ່າກັບ 60,20% ຂອງແຜນດັດແກ້. ໃນນັ້ນ, ສ່ວຍສາອາກອນປະຕິບັດໄດ້ 40,45 ຕື້ກີບ ເທົ່າກັບ 49,18% ຂອງແຜນການປີ ເທົ່າກັບ 60,23% ຂອງແຜນດັດແກ້; ລາຍຮັບຈາກ  ຊັບສິນຂອງລັດ ປະຕິບັດໄດ້ 322,33 ລ້ານກີບ ເທົ່າກັບ 56,55% ຂອງແຜນການປີ.

ສຳລັບເມືອງຈັນທະບູລີ ເປັນເມືອງທີ່ເກີນດຸນໃນສົກປີ 2020 ແຜນດຸນໃຫ້ນະຄອນຫຼວງວຽງຈັນແມ່ນ 76,37 ຕື້ກີບ, ແຜນດັດແກ້ 61,27 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນ ໄດ້ດຸນດ່ຽງໃຫ້ນະຄອນຫຼວງວຽງຈັນແລ້ວ ຈໍານວນ 37,70 ຕື້ກີບ ເທົ່າກັບ 49,37% ຂອງແຜນການດຸນດ່ຽງປະຈໍາປີ ເທົ່າກັບ 61,53% ຂອງແຜນດັດແກ້.

ສ່ວນສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບບໍ່ບັນລຸຍ້ອນການລະບາດຂອງພະຍາດໂຄວິດ – 19 ບວກກັບການຍົກເວັ້ນອາກອນລາຍໄດ້ຕ່າງໆ, ຂະແໜງການບໍລິການ ໂດຍສະເພາະບໍລິສັດທ່ອງທ່ຽວ, ກິດຈະການໂຮງແຮມ, ຮ້ານອາຫານ, ຂາຍປີ້ຍົນຈໍານວນໜຶ່ງຍັງປິດຊົ່ວຄາວ, ຫົວໜ່ວຍຄ່າເຊົ່າ ສ່ວນຫຼາຍເປັນຊາວຈີນເຊົ່າບໍ່ສາມາດຕໍ່ສັນຍາເຊົ່າໄດ້ ເນື່ອງຈາກບໍ່ສາມາດເດີນທາງເຂົ້າ ສປປ ລາວ ໄດ້.

ຄາດຄະເນຈະປະຕິບັດການຈັດເກັບລາຍຮັບໝົດປີ 2020 ໃຫ້ໄດ້ 75,13% ເທົ່າກັບ 62,22 ຕື້ກີບ ແລະ ເທົ່າກັບ 91,87% ຂອງແຜນດັດແກ້; ແຕ່ແຜນສູ້ຊົນໃຫ້ໄດ້ 85,15% ເທົ່າກັບ 70,52 ຕື້ກີບ ແລະ ເທົ່າກັບ 104,13% ຂອງແຜນດັດແກ້.

[ ຮູບ: ຈັນທະລາ ]