ວັນນະສອນ ນັກເຕະຈາກຕ່າງແຂວງທີ່ຕ້ອງສູ້ກັບຫຼາຍຢ່າງ ກ່ອນຈະກ້າວສູ່ນັກເຕະທີມຊາດ-ທີມຊັ້ນນໍາ

151

ວັນນະສອນ ດວງໄມຕີ ເປັນອີກໜຶ່ງນັກເຕະຈາກຄອບຄົວທຸກຍາກ ທີ່ໄດ້ສູ້ຊົນຜ່ານຜ່າອຸປະສັກຫຼາຍຢ່າງເພື່ອເດີນຕາມຄວາມຝັນຂອງຕົນເອງ ຈົນໃນທີ່ສຸດກໍສາມາດແຈ້ງເກີດກັບທີມຊາດລາວ ແລະ ສະໂມສອນຊັ້ນນໍາໃນລີກສູງສຸດຂອງ ສປປ ລາວ ໄດ້ສໍາເລັດ; ມື້ໆນີ້ທີມຂ່າວເສດຖະກິດ-ການຄ້າ ຈະພາຜູ້ອ່ານໄປຮູ້ຈັກກັບນັກເຕະຄົນນີ້.

ວັນນະສອນ ເລົ່າວ່າ: ເສັ້ນທາງການເປັນນັກເຕະ ບໍ່ໄດ້ປູດ້ວຍຄວາມສວຍງາມໆ ເພາະນ້ອງຕ້ອງສູ້ກັບຫຼາຍໆສິ່ງຫຼາຍຢ່າງ ເພາະມາຈາກຄອບຄົວທີ່ທຸກຍາກ. ຢ່າງໃດກໍຕາມ ທາງຄອບຄົວກໍສະໜັບສະໜູນ ແລະ ເປັນກໍາລັງໃຈໃຫ້ກັບຄວາມຝັນຂອງນ້ອງ ຄືການໄດ້ເປັນນັກເຕະອາຊີບໃນອະນາຄົດ ເຊິ່ງນ້ອງໄດ້ອົດທົນ ແລະ ທຸ່ມເທຫຼາຍກວ່າຄົນອື່ນໆຫຼາຍເທົ່າ ເພື່ອສ້າງໂອກາດໃຫ້ຕົນເອງ.

“ ນ້ອງເລີ່ມຫຼິ້ນບານເຕະແຕ່ອາຍຸ 12 ປີ ຕອນຮຽນຢູ່ຊັ້ນປະຖົມ ດ້ວຍການໄປຄັດເປັນນັກເຕະ ທີມປະສົມແຂວງອັດຕະປື ແລະ ສາມາດຕິດທີມຊຸດດັ່ງກ່າວ ໄປແຂ່ງຂັນບານເຕະຊີງຂັນທ່ານນາຍົກລັດຖະມົນຕີ ຢູ່ແຂວງສະຫວັນນະເຂດ, ຕໍ່ດ້ວຍການຄັດເປັນນັກເຕະນັກຮຽນແຂວງອັດຕະປື ໄປແຂ່ງຂັນທີ່ຈໍາປາສັກ ແລະ ປີ 2014 ກໍໄປແຂ່ງຂັນໃຫ້ກັບ ທີມແຂວງອັດຕະປື ໃນກີລາແຫ່ງຊາດ ຄັ້ງທີ 10 ທີ່ແຂວງອຸດົມໄຊ ສາມາດພາທີມຍາດໄດ້ອັນດັບ 3 ”, ວັນນະສອນ ກ່າວ.

ວັນນະສອນ ກ່າວອີກວ່າ: ສະໂມສອນທໍາອິດຂອງນ້ອງແມ່ນ ສະໂມສອນ ຜະເມືອງ ( PMC ) ທີ່ແຂ່ງອັດຕະປື; ກ່ອນທີ່ຈະຮຽນຈົບມັດທະຍົມຖືໂອກາດຄັ້ງຍິ່ງໃຫຍ່ທີ່ສຸດຂອງນ້ອງ ແມ່ນໄດ້ກ້າວຂາຂຶ້ນມາຢູ່ໃນນະຄອນຫຼວງວຽງຈັນ ໂດຍ ທ່ານ ຄໍາໄຜ່ ປຣະເສີດ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ເປັນຜູ້ດຶງຕົວມາຫຼິ້ນໃຫ້ກັບ ຊ້າງນ້ອຍ ເອັຟຊີ ເມື່ອປີ 2018 ຈາກນັ້ນກໍຫຼິ້ນ ໃຫ້ກັບ ດີເຄ ເອັຟຊີ

ວັນນະສອນ ກ່າວປິດທ້າຍວ່າ: ຄວາມຝັນຂອງນ້ອງເປັນຈິງ ແມ່ນຕິດທີມຊາດລາວ ຢູ 23 ໃນປີ 2019 ໄປແຂ່ງຂັນບານເຕະຊີງແຊັມອາຊີ ຢູ 23 ນ້ອງໄດ້ລົງສະໜາມແຂ່ງຂັນ 3 ນັດສາມາດຍິງໄດ້ 1 ປະຕູໃນນັດທີ່ຊະນະ ຟິລິບປິນ 3-2, ສ່ວນນັດທີ່ປະທັບໃຈທີ່ສຸດກັບທີມຊາດລາວ ແມ່ນນັດທີ່ນ້ອງຍິງໄດ້ 1 ປະຕູ ແລະ ສົ່ງໃຫ້ໝູ່ຮ່ວມທີມຍິງອີກ 1 ປະຕູຊ່ວຍໃຫ້ ທີມຊາດລາວ ເອົາຊະນະ ສີລັງກາ 2-1 ໃນປີ 2019 ເຊິ່ງເປັນນັດທໍາອິດຂອງຕົວເອງໃນທີມຊາດລາວ, ສ່ວນປະຕູທີ່ປະທັບໃຈທີ່ສຸດໃນສະໂມສອນແມ່ນນັດທີ່ຫຼິ້ນໃຫ້ກັບ ຊ້າງນ້ອຍ ເອັຟຊີ ທີ່ຕົວເອງສາມາດຍິງ 2 ປະຕູຊ່ວຍໃຫ້ ຊ້າງນ້ອຍ ເອັຟຊີ ຊະນະ ລາວໂຕໂຢຕ້າ ເອັຟຊີ 2-1 ໃນເປບຊີ ລາວພຣີເມຍລີກ 2019.

ຫຼັງຈາກນັ້ນ ວັນນະສອນ ກາຍເປັນທີ່ຮູ້ຈັກຂອງຄົນໃນວົງການບານເຕະ ແຕ່ມາເຖິງເຄິ່ງລະດູການ 2019 ວັນນະສອນ ໄດ້ຮັບບາດເຈັບຂ້ອນຂ້າງໜັກບໍລິເວນຫົວເຂົ່າ ເຮັດໃຫ້ຊື່ຂອງ ວັນນະສອນ ເກືອບວ່າຈະຫາຍຈາກສະໜາມໄປເລີຍ ເພາະຕ້ອງໄດ້ພັກຟື້ນ ຈົນມາເຖິງລາວລີກ 1 ລະດູການ 2020 ວັນນະສອນ ເລີ່ມດີຂຶ້ນ ແລະ ສາມາດຮຽກຟອມເກັ່ງມາໄດ້ອີກຄັ້ງ ໄດ້ຮັບໂອກາດສະໜາມໄປແລ້ວ 6 ນັດ ( ລົງຕົວຈິງ 4 ນັດ ) ຍິງໄປແລ້ວ 4 ປະຕູ ໂດຍສະເພາະນັດທີ່ພາ ຊ້າງນ້ອຍ ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟທີ ໄປຂາດລອຍ 7-1 ເມື່ອວັນທີ 9 ສິງຫາ 2020 ວັນນະສອນ ສາມາດເຮັດແຮັດທຣິກໄດ້ສໍາເລັດ ແລະ ກາຍເປັນຄົນທີ 2 ທີ່ຍິງ 3 ປະຕູໃນນັດດຽວຕໍ່ຈາກ ແກ້ວວຽງເພັດ ລິດທິເດດ ນັກເຕະຂອງ ມາສເຕີ 7 ເອັຟຊີ.

ສໍາລັບ ວັນນະສອນ ດວງໄມຕີ ເກີດວັນທີ 15 ມີນາ 1997 ທີ່ແຂວງອັດຕະປື ແຈ້ງເກີດກັບວົງການບານເຕະລາວຢ່າງເຕັມຕົວ ໃນປີ 2018 ເມື່ອລົງສະໜາມນັດທໍາອິດໃຫ້ກັບ ທີມຊາດລາວ ນັດອຸ່ນເຄື່ອງທີ່ຊະນະ ສີລັງກາ 2-1 ເຊິ່ງລາວສາມາດຍິງໄດ້ 1 ປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງອີກ 1 ປະຕູ ແລະ ໃນນາມສະໂມສອນແມ່ນຍິງ 2 ປະຕູຊ່ວຍໃຫ ຊ້າງນ້ອຍ ເອັຟຊີ ເອົາຊະນະ ລາວໂຕໂຢຕ້າ ເອັຟຊີ ແຊັມເກົ່າ 2-1 ໃນເປບຊີ ລາວພຣີເມຍລີກ 2019.