ວາລະສານໄອຊີທີລາວ ຂອງກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຮັບອະນຸຍາດສືບຕໍ່ພີມຈຳໜ່າຍຈາກກົມສື່ມວນຊົນ ກະຊວງ ຖວທ

198

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການເຖິງ ບັນດາຫົວໜ້າ ບັນນາທິການ ວາລະສານ ເລື່ອງການໂຈະ ແລະ ຖອນໃບອະນຸຍາດວາລະສານ ສະບັບເລກທີ 243/ທກ ນະຄອນຫຼວງວຽງຈັນ, ລົງວັນທີ 9 ກັນຍາ 2020 ໂດຍອີງຕາມກົດໝາຍສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ, ລົງວັນທີ 4 ພະຈິກ 2016; ອີງຕາມແຈ້ງການຂອງຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 159/ຫກ, ລົງວັນທີ 20 ເມສາ 2018 ກ່ຽວກັບການຕໍ່ໃບອະນຸຍາດວາລະສານ; ອີງຕາມການຕົກລົງເຫັນດີຂອງຄະນະນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂໍແຈ້ງມາຍັງຫົວໜ້າບັນນາທິການວາລະສານຊາບວ່າ: ການປະຕິບັດຕາມກົດໝາຍສື່ມວນຊົນ ມາດຕາ 42 ການໂຈະ, ການຖອນໃບອະນຸຍາດການເຄື່ອນໄຫວວຽກງານສື່ມວນຊົນຂອງວາລະສານຈຳນວນ 36 ສະບັບ ເນື່ອງຈາກວ່າວາລະສານຈະນວນດັ່ງກ່າວນີ້ບໍ່ມີການເຄື່ອນໄຫວ, ຊອກຫາຕົວຕົນບໍ່ພົບ ແລະ ບໍ່ມາຕໍ່ໃບອະນຸຍາດ 3 ປີແລ້ວ ສະນັ້ນ ວາລະສານຈຳນວນດັ່ງກ່າວແມ່ນບໍ່ມີສິດເຄື່ອນໄຫວວຽກງານສື່ມວນຊົນ ຖ້າພົບເຫັນແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍຢ່າງເຄັ່ງຄັດ.

ຢ່າງໃດກໍຕາມ ໃນຈຳນວນ36 ສະບັບນັ້ນມີ 1 ວາລະສານ ທີ່ມີຊືຄືກັນ ໃນນັ້ນຄືວາລະສານ ໄອຊີທີລາວ ເຊິ່ງວາລະສານທີ່ຖືກໂຈະແລະ ຖອນໃບອະນຸຍາດນັ້ນແມ່ນວາລະສານ ໄອຊີທີລາວ ຂອງສະມາຄົມການຄ້າໄອຊີທີລາວ.

ສ່ວນວາລະສານໄອຊີທີລາວ ຂອງກະຊວງໄປສະນີ ໂທລະຄົມມະນາຄົມມະນາຄົມ ແລະ ການສື່ສານ ແມ່ນໄດ້ຮັບອະນຸຍາດພີມຈຳໜ່າຍຕໍ່ ຕາມໃບອະນຸຍາດເລກທີ088/ສມຊ ລົງວັນທີ19 ມີນາ 2020 ຈາກກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ)

ໃນນາມຄະນະບັນນາທິການ ຕ້ອງຂໍອະໄພທີ່ໄດ້ນຳເອົາຮູບພາບວາລະສານໄອຊີທີລາວ ຂອງກະຊວງໄປສະນີໂທລະຄົມມະນາຄົມມະນາຄົມ ແລະ ການສື່ສານ ອອກໃນບົດຂ່າວຫົວຂໍ້(ແຈ້ງການ!! ໂຈະ ແລະ ຖອນໃບອະນຸຍາດວາລະສານຈຳນວນ 36 ສະບັບ) ເຊິ່ງເຮັດໃຫ້ສັງຄົມເຂົ້າໃຈຜິດ ວ່າວາລະສານດັ່ງກ່າວຖືກການໂຈະ ແລະ ຖອນໃບອະນຸຍາດ. ແຕ່ໃນຄວາມຈິ່ງແລ້ວວາລະສານສະບັບດັ່ງກ່າວ ຫາກໍໄດ້ຮັບການຕໍ່ໃບອະນຸຍາດ ເມື່ອເດືອນມິຖຸນາຜ່ານມາ.