ກອງປະຊຸມລັດຖະບານ ເຫັນດີດ້ານຫຼັກການຮັບເອົາຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2021 ຕາມການສະເໜີຂອງກະຊວງພາຍໃນ

552

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ 2020 ໄດ້ເປີດໃນຕອນເຊົ້າວັນທີ 17 ແລະ ປິດລົງໃນຕອນແລງວັນທີ 18 ກັນຍາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ດັ່ງນີ້:


1. ກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະເທດ, ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸປະຕິເຫດຕາມທ້ອງຖະໜົນ, ສື່ມວນຊົນລາວຕ້ອງເປັນກະບອກສຽງທີ່ແຫຼມຄົມ ເພື່ອຕອບຕ້ານການອອກຂ່າວທີ່ບໍ່ມີມູນຄວາມຈິງ ຫຼື ໃສ່ຮ້າຍປ້າຍສີ. ກ່ຽວກັບສະພາບການຂອງສາກົນ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດ ເຖິງຜົນກະທົບທີ່ອາດມີຕໍ່ປະເທດເຮົາ ເພື່ອກຳນົດນະໂຍບາຍ ໃຫ້ສອດຄ່ອງກັບສະພາບປະຈຸບັນ. ສຳລັບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດຕະການ ຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຜ່ລາມ ແລະ ສ້າງຄວາມເສຍຫາຍໃຫ້ແກ່ສຸຂະພາບ, ຊີວິດ ແລະ ຊັບສິນ ຂອງພົນລະເມືອງລາວ, ພ້ອມກັນນັ້ນ ກໍ່ແກ້ໄຂບັນຫາການແຜ່ລະບາດ ພະຍາດໄຂ້ເລືອດອອກ ໃຫ້ທັນການ.


2. ກອງປະຊຸມ ເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານ ກ່ຽວກັບການຊຸກຍູ້ ການຈັດເກັບລາຍຮັບ ແລະ ການຈັດຕັ້ງປະຕິບັດແຜນງົບປະມານ ໃນໄລຍະທ້າຍປີ 2020. ມອບໃຫ້ກະຊວງການເງິນ ເປັນເຈົ້າການ ສົມທົບກັບຂະແໜງການ ກ່ຽວຂ້ອງ ແລະ ທ້ອງຖິ່ນ ສືບຕໍ່ສູ້ຊົນເກັບລາຍຮັບ ໃຫ້ບັນລຸຕາມຕົວເລກທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ກະກຽມລາຍງານຕໍ່ກອງປະຊຸມກົມການເມືອງໃນທ້າຍເດືອນກັນຍາ 2020.

  1. ກອງປະຊຸມໄດ້ຮັບຟັງ ແລະ ພິຈາລະນາຮ່າງບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 6 ເດືອນຕົ້ນປີ, ຄາດຄະເນ 9 ເດືອນ ແລະ ໝົດປີ, ວຽກຈຸດສຸມ 3 ເດືອນທ້າຍປີ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2021. ກອງປະຊຸມ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບ ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບົດລາຍງານ ສະບັບດັ່ງກ່າວ ໃຫ້ເປັນການສະຫຼຸບ 9 ເດືອນ ແລະ ຄາດຄະເນແຜນວຽກຈຸດສຸມ 3 ເດືອນທ້າຍປີ 2020 ແລະ ປັບປຸງຄືນບັນດາຕົວເລກຄາດໝາຍ ຂອງຂະ ແໜງການ ໂດຍຍົກໃຫ້ເຫັນຜົນສໍາເລັດ ແລະ ຂໍ້ຄົງຄ້າງ ຂອງມະຕິ 7,8,9 ແລະ ມະຕິ 10 ເພື່ອກະກຽມລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ໃນທ້າຍເດືອນກັນຍາ ແລະ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ໃນກາງເດືອນຕຸລາ 2020.


4. ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາແຜນແມ່ບົດເສດຖະກິດດີຈີຕອນ ແຫ່ງຊາດ 5 ປີ (2021-2025), ຊຶ່ງເສດຖະກິດດີຈີຕອນ ແມ່ນເສດຖະກິດຮູບແບບໃໝ່ ບົນພື້ນຖານທີ່ມີການນໍາໃຊ້ເຕັກໂນໂລຊີດີຈີຕອນ (Internet) ເປັນເຄື່ອງມືໃນການຂັບເຄື່ອນການພັດທະນາວຽກງານຕ່າງໆ, ເພີ່ມປະສິດທິພາບ-ປະສິດທິຜົນ ຂອງວຽກງານທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ປອດໄພ, ສ້າງມູນຄ່າເພີ່ມໃຫ້ແກ່ການຜະລິດ, ການຄ້າ ແລະ ການບໍລິການຕ່າງໆ ເພື່ອສ້າງໂອກາດທາງທຸລະກິດ ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຶ່ງເປັນຄວາມຈຳເປັນພາວະວິໄສ ທີ່ພວກເຮົາຕ້ອງໄດ້ປັບຕົວ ໄປຕາມຍຸກສະໄໝ, ສາມາດແຂ່ງຂັນໄດ້. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງແຜນແມ່ບົດ ສະບັບດັ່ງກ່າວ ແລະ ມອບໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວ ຂ້ອງປັບປຸງຄືນໂຄງສ້າງ, ເນື້ອໃນ ແລະ ບາງຄໍາສັບໃຫ້ລະອຽດ, ຈະແຈ້ງ ໂດຍກໍານົດເປັນແຜນແມ່ບົດ 5 ປີ, ເປັນແຜນຍຸດທະສາດ 10 ປີ ແລະ ວິໄສທັດ 20 ປີ. ພ້ອມນີ້, ໃຫ້ກວດກາຄືນບັນດານິຕິກໍາ ທີ່ໄດ້ປະກາດນໍາໃຊ້ໃນໄລຍະຜ່ານມາ ເພື່ອໃຫ້ມີຄວາມສອດຄ່ອງກົມກຽວກັນ ແລະ ບັນຫາອື່ນໆ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ພ້ອມນັ້ນກໍ່ໃຫ້ຄົ້ນຄວ້າ ສ້າງນິຕິກໍາ ເຊັ່ນ ດໍາລັດ ຂອງນາຍົກ ເພື່ອເປັນບ່ອນອີງໃນການຄຸ້ມຄອງການຈັດຕັ້ງປະຕິບັດ ແລ້ວນໍາໄປຜ່ານກອງປະຊຸມກົມການເມືອງສູນກາງພັກ ພິຈາລະນາຮັບຮອງ.


5. ສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ພະນັກງານ-ລັດຖະກອນ ປະຈໍາປີ 2020 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປະຈໍາປີ 2021. ກອງປະຊຸມ ເຫັນດີດ້ານຫຼັກການຮັບເອົາຕົວເລກລັດຖະກອນໃໝ່ (ໂກຕ້າ) ປີ 2021 ຕາມການສະເໜີຂອງກະຊວງພາຍໃນ ເພື່ອໃຫ້ສອດຄ່ອງກັບການປັບປຸງກົງຈັກ ໃຫ້ກະທັດຮັດ, ສົມເຫດສົມຜົນ, ສົມຄູ່ກັບການກໍານົດຕໍາແໜ່ງການ. ພ້ອມກັນນີ້, ໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຈັດແບ່ງຕົວເລກ ໃຫ້ຂະແໜງການ ແລະ ທ້ອງຖິ່ນ ຕາມຄວາມເໝາະສົມ, ຈາກນັ້ນ ໃຫ້ນໍາມາພິຈາລະນາໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ. ນອກຈາກນີ້, ເພື່ອຕອບສະໜອງຄວາມຕ້ອງການດ້ານບຸກຄະລາກອນຄູ ແລະ ແພດໝໍ ໃຫ້ພວກສ່ວນກ່ຽວຂ້ອງ ຄົ້ນຄວ້າສ້າງກອງທືນ ເພື່ອຊຸກຍູ້ຄູອາສາສະໝັກ ແລະ ແພດຝຶກຫັດ ໂດຍບໍ່ມີພັນທະ ຫຼື ຄໍາໝັ້ນສັນຍາ ຮັບເຂົ້າເປັນລັດຖະກອນ ຊື່ງຈະຊ່ວຍແກ້ໄຂຄວາມຕ້ອງພະນັກງານໄດ້ໃນລະດັບທີ່ແນ່ນອນ.

  1. ຮ່າງຍຸດທະສາດແຫ່ງຊາດ ເພື່ອການສົ່ງເສີມວຽກເຮັດງານທໍາໃນຊົນນະບົດ: ຈຸດປະສົງ ເພື່ອສົ່ງເສີມການສ້າງວຽກເຮັດງານທໍາ ຂອງການພັດທະນາເສດຖະກິດ ທັງພາກລັດ ແລະ ເອກະຊົນ ເຮັດໃຫ້ແຮງງານທີ່ວ່າງງານ, ແຮງງານທີ່ເຮັດວຽກ ເພື່ອການຊົມໃຊ້ໃນຄົວເຮືອນ ມີວຽກເຮັດງານທໍາທີ່ໝັ້ນຄົງ, ມີຜະລິດຕະພາບແຮງງານ, ມີລາຍຮັບສູງຂຶ້ນ, ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ ຢູ່ຊົນນະບົດຂອງປະເທດເຮົາ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຊຶ່ງກອງປະຊຸມ ໄດ້ມີທິດຊີ້ນຳ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳໄປປັບປຸງຄືນບາງດ້ານຕື່ມ ເປັນຕົ້ນ ໂຄງຮ່າງບົດ ໃຫ້ເປັນລະບົບຄົບຊຸດ ກວມເອົາທຸກດ້ານທີ່ກ່ຽວຂ້ອງ, ເນື້ອໃນບົດ ໃຫ້ກະທັດຮັດ, ກຳນົດຈຸດປະສົງ ແລະ ຄາດໝາຍ ໃຫ້ຈະແຈ້ງ ໂດຍສ່ອງແສງໄດ້ ຈິດໃຈທີ່ຢາກປະຕິບັດ, ການກຳນົດກິດຈະກຳ ຫຼື ໂຄງການ ແມ່ນໃຫ້ສົ່ງເສີມດ້ານທີ່ມີທ່າແຮງ ແລະ ສາມາດປະຕິບັດໄດ້, ກຳນົດທິດທາງ ແລະ ໜ້າທີ່ລວມ ໃຫ້ຖືກທິດການພັດທະນາ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາ ໃນແຕ່ລະໄລຍະ, ດ້ານທີ່ຕັ້ງ ຕ້ອງໃຫ້ຊົນນະບົດ ໄດ້ຮັບຜົນປະໂຫຍດ, ພ້ອມນີ້ ກໍ່ໃຫ້ມີການກຳນົດແຜນການຄຸ້ມຄອງດ້ານຕ່າງໆ ໂດຍສະເພາະ ແຮງງານ, ຜູ້ມີສ່ວນຮ່ວມໃນການພັດທະນາ.

ແຫຼງທີ່ມາ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ