ພາຍຸໂນອຶນ ກຳລັງກະທົບໜັກຢູ່ພາກໃຕ້, ອຸຕຸເຜີຍຈະແກ່ຍາວຮອດວັນທີ 20

236

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ມີການແຈ້ງເຕືອນກ່ຽວກັບພາຍຸ ໂນອຶນ ທີ່ຈະພັດເຂົ້າມາ ສປປ ລາວ ໂດຍໃຫ້ພໍ່ແມ່ປະຊາຊົນໃນຂອບເຂດດັ່ງກ່າວກຽມຮັບມືກັບພາຍຸໂນອຶນ ຫຼ້າສຸດ ໃນເວລາ 12:30 ທີ່ເທດສະບານ ນະຄອນປາກເຊ ແລະບໍລິເວນໃກ້ຄຽງດັ່ງກ່າວໄດ້ຮັບຜົນກະທົບ ເຮັດໃຫ້ນ້ຳຖ້ວມເສັ້ນທາງພາຍໃນເຂດເທດສະບານ ແລະ ບໍລິເວນໃກ້ຄຽງດັ່ງກ່າວ ເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກລຳບາກພໍສົມຄວນ.

ນອກຈາກນີ້ ໃນວັນທີ 18 ກັນຍາ 2020 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງການຕື່ມວ່າ: ພາຍຸໝຸນເຂດຮ້ອນ ໂນອຶນ (Noul) ຫົວທີ 11 ປະຈຳປີ 2020 ຊຶ່ງໃນເວລາ 7 ໂມງ 00 ນາທີ ຂອງວັນທີ 18 ກັນຍາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 16.4 ອົງສາເໜືອ ແລະ ເສັ້ນແວງທີ 108.1 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ໄດ້ເຂົ້າຜ່ານພາກກາງຂອງ ສສ ຫວຽດນາມໃນຄືນຂອງວັນທີ 17 ກັນຍາ 2020 ແລະ ໃນຕອນເຊົ້າຂອງມຶ້ນີ້ຍັງຈະສືບຕໍ່ເຄື່ອນທີ່ຜ່ານແຂວງພາກໃຕ້ ຂຶ້ນໄປພາກກາງ ແລະ ພາກເໜືອຂອງປະເທດລາວ. ຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປຼຊັນ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກໜັກພ້ອມຈະມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 20 ກັນຍາ 2020 ນີີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງ ທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້ ເຊັ່ນ: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.