ແຈ້ງການ!! ໂຈະ ແລະ ຖອນໃບອະນຸຍາດວາລະສານຈຳນວນ 36 ສະບັບ

680

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການເຖິງ ບັນດາຫົວໜ້າ ບັນນາທິການ ວາລະສານ ເລື່ອງການໂຈະ ແລະ ຖອນໃບອະນຸຍາດວາລະສານ ສະບັບເລກທີ 243/ທກ ນະຄອນຫຼວງວຽງຈັນ, ລົງວັນທີ 9 ກັນຍາ 2020 ໂດຍອີງຕາມກົດໝາຍສື່ມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ, ລົງວັນທີ 4 ພະຈິກ 2016; ອີງຕາມແຈ້ງການຂອງຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 159/ຫກ, ລົງວັນທີ 20 ເມສາ 2018 ກ່ຽວກັບການຕໍ່ໃບອະນຸຍາດວາລະສານ; ອີງຕາມການຕົກລົງເຫັນດີຂອງຄະນະນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂໍແຈ້ງມາຍັງຫົວໜ້າບັນນາທິການວາລະສານຊາບວ່າ: ການປະຕິບັດຕາມກົດໝາຍສື່ມວນຊົນ ມາດຕາ 42 ການໂຈະ, ການຖອນໃບອະນຸຍາດການເຄື່ອນໄຫວວຽກງານສື່ມວນຊົນຂອງວາລະສານຈຳນວນ 36 ສະບັບ ເນື່ອງຈາກວ່າວາລະສານຈະນວນດັ່ງກ່າວນີ້ບໍ່ມີການເຄື່ອນໄຫວ, ຊອກຫາຕົວຕົນບໍ່ພົບ ແລະ ບໍ່ມາຕໍ່ໃບອະນຸຍາດ 3 ປີແລ້ວ ສະນັ້ນ ວາລະສານຈຳນວນດັ່ງກ່າວແມ່ນບໍ່ມີສິດເຄື່ອນໄຫວວຽກງານສື່ມວນຊົນ ຖ້າພົບເຫັນແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍຢ່າງເຄັ່ງຄັດ, ເຊິ່ງມີລາຍຊື່ວາລະສານດັ່ງຕໍ່ໄປນີ້:

1 ວາລະສານ ຊື້-ຂາຍ.

2 ວາລະສານ ວຽງຈັນທິດນີ້.

3 ວາລະສານ ຕະຫຼາດລາວ.

4 ວາລະສານ ຊີວິດ-ທຸລະກິດ.

5 ວາລະສານ ມິດຕະພາບ.

6 ວາລະສານ ວັດທະນະທຳລາວ.

7 ວາລະສານ ບັນເທີງ Lifestyle.

8 ວາລະສານ ໂທລະພາບຄອບຄົວບັນເທີງ.

9 ວາລະສານ ສ້າງສັນ.

10 ວາລະສານ ລີເດີຣ.

11 ວາລະສານ ສະບາຍດີ.

12 ວາລະສານ ທຸລະກິດໂຄສະນາ.

13 ວາລະສານ ມີໄຟ.

14 ວາລະສານ ຄອບຄົວ.

15 ວາລະສານ ນານາ(ມວນຊົນ).

16 ວາລະສານ ຊາໂດ.

17 ວາລະສານ ສະບາຍດີລາວ.

18 ວາລະສານ ເພື່ອຊາວກະສິກອນ.

19 ວາລະສານ ນັກທຸລະກິດໝຸ່ມ.

20 ວາລະສານ ທ່ອງທ່ຽວລາວ.

21 ວາລະສານ ຈຳປາເມືອງລາວ.

22 ວາລະສານ ໂຊກດີ.

23 ວາລະສານ ວິໄສທັດ.

24 ວາລະສານ ຢູ່ສະບາຍເຮືອນ ແລະ ສວນ.

25 ວາລະສານ ລູກ.

26 ວາລະສານ ໂອ້.

27 ວາລະສານ ດິສຄາເວີລາວ.

28 ວາລະສານ ລານຄຳ.

29 ວາລະສານ ໄອຊີທີລາວ ຂອງສະມາຄົມການຄ້າໄອຊີທີລາວ

30 ວາລະສານ ຄູ່ມືແຫຼ່ງທ່ອງທ່ຽວ.

31 ວາລະສານ ເທັສທ ອອບ ລາວ.

32 ວາລະສານ ສູນລວມແບບລາວ.

33 ວາລະສານ ລາວກ້າວໄປ.

34 ວາລະສານ ປຶ້ມຄູ່ມືນຳທ່ຽວ.

35 ວາລະສານ ທຸລະກິດລ້ຽງງົວ.

36 ວາລະສານ ຍິນດີຕ້ອນຮັບສູ່ປະເທດລາວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວນີ້ດ້ວຍ.

ໜ້າເສຍດາຍທຸກສະບັບລ້ວນມີຄວາມໝາຍຂອງໂຕເອງ