9 ແສນກວ່າຄົນແລ້ວ ຍອດເສຍຊີວິດຈາກໂຄວິດ-19, ຝາກທຸກຄົນເປັນເຈົ້າການ

123

ການລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ທະລຸ 30 ລ້ານກວ່າຄົນ, ເສຍຊີວິດ 9 ແສນກວ່າຄົນ ແລະ ໃນຂະນະທີ່ປະເທດຄຽງກໍ່ພົບການລະບາດໃນຊຸມຊົນ. ສະນັ້ນ, ຄະນະສະເພາະກິດຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຮ່ວມເປັນເຈົ້າການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ.
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຂອງບັນດາປະເທດໃກ້ຄຽງ ແລະ ໃນໂລກ ມາຮອດວັນທີ 17 ກັນຍາ 2020 ມີລາຍງານການລະບາດທັງໝົດ 213 ປະເທດ/ເຂດ; ມີການຢັ້ງຢືນຜູ້ຕິດເຊື້ອ 30.000.372 ຄົນ; ເສຍຊິວິດ 944.210 ຄົນ ເຊິ່ງກວມເອົາ 3,15% ຂອງຜູ້ຕິດເຊື້ອ ແລະ ປີ່ນປົວຫາຍດີ 21.768.099 ຄົນ ກວມເອົາ 72,5% ຂອງຜູ້ຕິດເຊື້ອທັງໝົດ. ສ່ວນໃນບັນດາກຸ່ມປະເທດອາຊຽນ ມີຜູ້ຕິດເຊື້ອ 578.289 ຄົນ ແລະ ເສຍຊີວິດ 14.123 ຄົນ.

ສໍາລັບ ສປປ ລາວ ດ້ານການເຝົ້າລະວັງພະຍາດໂຄວິດ-19 ມາຮອດ 17 ໂມງຂອງວັນທີ 16 ກັນຍາ 2020 ໄດ້ຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆເຂົ້າມາລາວ ມີທັງໝົດ 2.473 ຄົນ. ໃນນັ້ນ, ຈຸດຜ່ານດ່ານ ລາວ-ໄທ 1.385 ຄົນ (ແຮງງານລາວກັບມາແຕ່ໄທ 224 ຄົນ); ຜ່ານດ່ານ ລາວ – ຈີນ 34 ຄົນ, ໃນນີ້ ມີແຮງງານລາວ 5 ຄົນ, ແຮງງານຈີນ 2 ຄົນ ຜ່ານດ່ານບໍ່ເຕັນ, ແຂວງຫຼວງນໍ້າທາ, ເຫຼືອນັ້ນ ແມ່ນ ຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ-ຫວຽດນາມ 890 ຄົນ (ໃນນັ້ນ ມີນັກສຶກສາ 18 ຄົນ, ນັກການທູດລາວ 8 ຄົນ, ແຮງງານຫວຽດນາມ 68 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ເຊິ່ງສ່ວນຫຼາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ); ຜ່ານດ່ານ ລາວ-ກຳປູເຈຍ 2 ຄົນ (ທັງໝົດແມ່ນຄົນລາວ); ເດີນທາງຜ່ານດ່ານ ລາວ-ມຽນມາ 6 ຄົນ (ເຮືອຂົນສົ່ງສິນຄ້າ ເດີນທາງເຂົ້າມາ 2 ລໍາ, ໄດ້ພົ່ນຢາຂ້າເຊື້ອ ດ້ວຍນໍ້າຢາຄໍລິນ ໃນເຮືອນັ້ນມີຄົນຂັບເຮືອ ແລະ ລູກເຮືອ ເຊິ່ງເປັນຄົນລາວທັງໝົດ.


ການຂົນສົ່ງສິນຄ້າທາງເຮືອນີ້ ແມ່ນໄດ້ສົ່ງຈາກດ່ານຜ່ານດ່ານບ້ານມອມ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ໄປຮອດ ດ່ານສົບໂຫຼຍ, ເມືອງຊຽງລາບ, ແຂວງທ່າຂີ້ເຫຼັກ, ປະເທດມຽນມາ, ຫຼັງຈາກນັ້ນຄົນຈີນ ຈະມາຮັບສິນຄ້າຕໍ່ ແຕ່ຄົນລາວ ແມ່ນບໍ່ໄດ້ລົງຈາກເຮືອ ຫຼັງຈາກຂົນສິນຄ້າແລ້ວໆມື້ຕໍ່ມາ ກໍ່ຈະລ່ອງເຮືອເປົ່າກັບມາຄືນ. ບັນດາຄົນຂັບເຮືອ ແລະ ລູກເຮືອ ແມ່ນນອນຢູ່ເທິງເຮືອເລີຍ ອາຫານ ແລະ ນໍ້າຈະມີຄົນເອົາມາສົ່ງຢູ່ເຮືອ); ເດີນທາງຜ່ານ ສະໜາມບິນສາກົນວັດໄຕ 156 ຄົນ (ທັງໝົດແມ່ນຄົນຈີນ) ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ດ້ານກວດວິເຄາະ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ວ່າ: ໃນວັນທີ 16 ກັນຍາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 285 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 64 ຕົວຢ່າງ, ແຮງງານຫວຽດນາມ 9 ຕົວຢ່າງ, ແຮງງານຈີນ 156 ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 5 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 48 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ ຜ່ານຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 16 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 45.897 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ ແລະ ມີພຽງ 1 ຄົນຄື ກໍລະນີ 23 ທີ່ຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ຈາກການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງເຫັນວ່າ ບັນດາປະເທດໃນອາຊຽນ ແລະ ທົ່ວໂລກ ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ແມ່ນມີທ່າອ່ຽງເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ. ປະເທດອ້ອມຂ້າງ ສປປ ລາວ ເຮົາ ບາງປະເທດ ກໍ່ກຳລັງມີການລະບາດໃນຊຸມຊົນເພີ່ມຂຶ້ນ. ຈາກສະພາບດັ່ງກ່າວ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ເປັນເຈົ້າການ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ໝັ່ນສັງເກດອາການຂອງຕົນເອງ ແລະ ຄອບຄົວ ຫາກທ່ານຮູ້ສຶກບໍ່ສະບາຍ ໃຫ້ຮີບຮ້ອນໄປພົບແພດ ເພື່ອປິ່ນປົວຮັກສາ ເພື່ອສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ກັບຄືນມາຮອບໃໝ່ໃນປະເທດເຮົາ.