ມອບໄຟເຍືອງທາງ ແລະ ງົບຄ່າໄຟຟ້າສາທາລະນະໃຫ້ຫ້ອງການ ຄບຕ ບໍລິຫານ

127

ບັນຫາໄຟໄຟ້າສາທາລະນະ ໂດຍສະເພາະໄຟເຍືອງທາງຢູ່ນະຄອນຫຼວງວຽງຈັນຜ່ານມາແມ່ນ ເປັນບັນຫາຄຸມເຄືອກ່ຽວເນື່ອງກັບຫຼາຍພາກສ່ວນ ຈົນຮອດວັນທີ 17 ກັນຍາ 2020 ຢູ່ທີ່ສໍານັກງານໃຫຍ່ ຝ່າຍປະຕິບັດການໄຟຟ້ານະຄອນຫຼວງ (ບ້ານໜອງບຶກ) ຈິ່ງໄດ້ມີພິທີມອບ-ຮັບການຄຸ້ມຄອງ ສ້ອມແປງ ປົກປັກຮັກສາລະບົບໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງວຽງຈັນ ໃຫ້ຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນ(ຄບຕ) ເປັນຜູ້ຮັບຜິດຊອບຢ່າງເປັນທາງການ ລະຫວ່າງ ທ່ານ ຈັນສົມ ພິລາລົມ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ແລະ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ມີທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນະຄອນຫຼວງ ເຂົ້າຮ່ວມເປັນສັກຂີພະຍານ.


ໄຟເຍືອງທາງ ແລະ ໄຟອໍານາດ ໃນນະຄອນຫຼວງທັງໝົດ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ຄຸ້ມຄອງ ສ້ອມແປງ ຕິດຕັ້ງ ແລະ ປົກປັກຮັກສາໃນນັ້ນມີ: ເສັ້ນທາງທີ່ຕິດຕັ້ງໄຟ 109 ເສັ້ນທາງ, ເສົາໄຟເຍືອງທາງຖາວອນ 6.219 ຕົ້ນ, ດອກໄຟເຍືອງທາງ 10.506 ດອກ, ຕູ້ຄວບຄຸມໄຟ 338 ໜ່ວຍ, ໝໍ້ນັບໄຟ 382 ໜ່ວຍ, ໝໍ້ແປງໄຟຟ້າ 44 ໜ່ວຍ, ລະບົບໄຟອໍານາດ 39 ຈຸດ.

ເຊັ່ນດຽວກັນກັບດ້ານງົບປະມານຄ່າກະແສໄຟຟ້າສາທາລະນະ ແມ່ນມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນເປັນຜູ້ຮັບຜິດຊອບເລີ່ມ ເດືອນກໍລະກົດ 2020 ເປັນຕົ້ນໄປ ແລະ ລັດວິສາຫະກິດໄຟຟ້າລາວ ຈະຊ່ວຍໃຫ້ຄໍາແນະນໍາດ້ານເຕັກນິກ.


#ພາບແລະຂ່າວ:ລັດວິສາຫະກິດໄຟຟ້າລາວ ສຳນັກງານໃຫ່ຍ