ແຈ້ງປັບລົງລາຄານ້ຳມັນເຊື້ອໄຟ ທົ່ວປະເທດມື້ອື່ນເປັນຕົ້ນໄປ

320

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 0850/ຄອ.ກຄພນ, ລົງວັນທີ 17 ກັນຍາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດເຊົ້າວັນທີ 18 ກັນຍາ 2020 ເປັນຕົ້ນໄປ.

ການປັບລາຄາຄັ້ງນີ້ ແມ່ນເພີ່ມຄັງແຮຂຶ້ນ 50 ກີບ/ລິດ/ຊະນິດ; ປັບລາຄານ້ຳມັນ ແອັດຊັງພິເສດ ແລະ ແອັດຊັງທຳມະດາ ລົງ 170 ກີບ/ລິດ, ສ່ວນກາຊວນ ປັບລົງ 240 ກີບ/ລິດ.

ໃນນັ້ນ ແອັດຊັງພິເສດ ປັບລົງ 170 ກີບ/ລິດ (ຈາກ 8.720 ກີບ/ລິດ ເປັນ 8.550 ກີບ/ລິດ); ແອັດຊັງທຳມະດາ ປັບລົງ 170 ກີບ/ລິດ (ຈາກ 8.300 ກີບ/ລິດ ເປັນ 8.130 ກີບ/ລິດ); ກາຊວນ ປັບລົງ 240 ກີບ/ລິດ (ຈາກ 7.610 ກີບ/ລິດ ເປັນ 7.370 ກີບ/ລິດ).

ພ້ອມນີ້ ໃນແຈ້ງການກໍ່ໄດ້ກໍານົດລາຄາຂາຍຍ່ອຍໃໝ່ ໃນເຂດເທດສະບານແຂວງ ແລະ ນະຄອນຫຼວງໄວ້ ເປັນຕົ້ນ: ນະຄອນຫຼວງວຽງຈັນ ໃຫ້ຂາຍແອັດຊັງພິເສດໃນລາຄາ 8.550 ກີບຕໍ່ລິດ, ແອັດຊັງທໍາມະດາ 8.130 ກີບຕໍ່ລິດ, ກາຊວນ 7.370 ກີບຕໍ່ລິດ; ແຂວງບໍ່ແກ້ວ ແອັດຊັງພິເສດ 8.650 ກີບຕໍ່ລິດ, ແອັດຊັງທໍາມະດາ 8.230 ກີບຕໍ່ລິດ, ກາຊວນ 7.470 ກີບຕໍ່ລິດ; ແຂວງຫຼວງພະບາງ ແອັດຊັງພິເສດ 8.950 ກີບຕໍ່ລິດ, ແອັດຊັງທໍາມະດາ 8.530 ກີບຕໍ່ລິດ, ກາຊວນ 7.770 ກີບຕໍ່ລິດ; ແຂວງສະຫວັນນະເຂດ ແອັດຊັງພິເສດ 8.580 ກີບຕໍ່ລິດ, ແອັດຊັງທໍາມະດາ 8.160 ກີບຕໍ່ລິດ, ກາຊວນ 7.400 ກີບຕໍ່ລິດ; ແຂວງຈຳປາສັກ ແອັດຊັງພິເສດ 8.610 ກີບຕໍ່ລິດ, ແອັດຊັງທຳມະດາ 8.190 ກີບຕໍ່ລິດ, ກາຊວນ 7.430 ກີບຕໍ່ລິດ.

ໃຫ້ບັນດາບໍລິສັດນ້ຳມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້ຳຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0808/ອຄ.ກຄພນ, ລົງວັນທີ 3 ກັນຍາ 2020.