ເຕືອນຮອບສອງ ພາຍຸໂນອຶນ ຈະເຂົ້າລາວ 18-19 ກັນຍາ ຝາກທຸກຄົນມີສະຕິລະວັງຕົວ

343

ກ່ອນໜ້ານີ້ ກົມອຸຕຸນິບຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການເຕືອນກ່ຽວກັບພາຍຸໂນອຶນ ທີ່ຈະເຂື່ອນຕົວເຂົ້າລາວໃນອີກບໍ່ພໍເທົ່າໃດມື້ຂ້າງໜ້ານີ້, ຫຼ້າສຸດ ກົມດັ່ງກ້າວ ອອກແຈ້ງການເຕືອນຮອບສອງ ໂດຍໃຫ້ເຝົ້າລະວັງພາຍຸນີ້ຈະເຂົ້າລາວຜ່ານພາກໃຕ້ຂຶ້ນໄປພາກກາງ ແລະ ພາກເໜືອ ໃນວັນທີ 18-19 ກັນຍານີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນໄພພາຍຸໜູນເຂດຮ້ອນ ເລກທີ 1241/ກອຕທ, ນະຄອນຫຼວງວຽງຈັນ, ວັນທີ 17 ກັນຍາ 2020 ແຕ່ໄລຍະວັນທີ 18 ຫາ 20 ກັນຍານີ້ ສະບັບທີ 2 ເນື່ອງຈາກວ່າພາຍຸໝຸນເຂດຮ້ອນ ໂນອຶນ (Noul) ຫົວທີ່ 11 ປະຈຳປີ 2020 ໃນເວລາ 7:30 ໂມງຂອງວັນທີ 17 ກັນຍານີ້ ມີຈຸດສູນກາງຢູ່ເສັ້ນຂະໜານ14.4 ອົງສາເໜືອ ແລະ ເສັ້ນແວງທີ່ 114.0 ອົງສາຕາເວັນອອກ ກຳລັງເຄື່ອນທີ່ມາທາງທິດຕາເວັນຕົກ -ຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າພາຍຸຫົວນີ້ ຈະຂຶ້ນພາກກາງຂອງ ສສ ຫວຽດນາມ ໃນຕອນຄໍ່າຂອງວັນທີ 17 ກັນຍາ 2020 ແລະ ຈະສືບຕໍ່ເຄື່ອນທີ່ຜ່ານບັນດາແຂວງພາກໃຕ້ ຂຶ້ນໄປພາກກາງ ແລະ ພາກເໜືອ ໃນວັນທີ 18 ຫາ ຕອນເຊົ້າວັນທີ 19 ກັນຍາ 2020 ນີ້. ຈາກນັ້ນຈະອ່ອນກໍາລັງລົງເປັນພາຍຸດີເປຼເຊິນ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກພ້ອມຈະມີລົມພັດແຮງຢູ່ບັນດາແຂວງພາກເໜືອ ລົງຫາພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 20 ກັນຍາ 2020 ນີ້.

ສະນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງຫົວພັນ, ຊຽງຂວາງ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ. ພ້ອມນີ້ກໍ່ໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.