ເອດີບີ ປະເມີນເສດຖະກິດອາຊີ ຈະຕິດລົບ 0,7%

135

ທະນາຄານພັດທະນາອາຊີ ( ADB ) ໄດ້ເປີດເຜີຍບົດລາຍງານ ລະບຸວ່າ: ເສດຖະກິດທະວີບອາຊີຈະຫົດຕົວປະມານ 0,7% ໃນປີ 2020 ເຊິ່ງເປັນການຫົດຕົວຄັ້ງທຳອິດໃນຮອບ 60 ປີ, ກ່ອນຈະກັບມາຂະຫຍາຍຕົວ 6,8% ໃນປີ 2021 ແຕ່ເປັນການຂະຫຍາຍຕົວຕໍ່າກວ່າທີ່ຄາດການໄວ້ ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19.

ເອດີບີ ລະບຸວ່າ: ເສດຖະກິດຂອງທະວີບອາຊີຈະກັບມາຂະຫຍາຍຕົວໃນປີໜ້າ ແຕ່ອາດຈະຂະຫຍາຍຕົວຊ້າກວ່າທີ່ຄາດການໄວ້ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ເຊິ່ງບົ່ງຊີ້ໃຫ້ເຫັນວ່າ ເສດຖະກິດອາຊີຈະຄ່ອຍໆຟື້ນຕົວເປັນລັກສະນະຮູບໂຕ L ຫຼາຍກວ່າຈະເປັນລັກສະນະຮູບໂຕ V ໂດຍຈະມີການຟື້ນຕົວພຽງບາງສ່ວນເທົ່ານັ້ນ.

ລາຍງານລະບຸວ່າ: ເສດຖະກິດສ່ວນໃຫຍ່ຂອງອາຊີ – ປາຊີຟິກ ຍັງປະເຊີນກັບຄວາມຫຍຸ້ງຍາກ ສຳລັບໄຕມາດສຸດທ້າຍຂອງປີນີ້ ນັ້ນສະແດງໃຫ້ເຫັນວ່າການແຜ່ລະບາດຂອງພະຍາດໂຄວິດ – 19 ຍັງສົ່ງຜົນກະທົບຕໍ່ກິດຈະກຳດ້ານເສດຖະກິດໃນລະດັບສູງ ເນື່ອງຈາກຫຼາຍປະເທດໄດ້ເກີດການແຜ່ລະບາດຮອບ 2 ເຊິ່ງຈຳເປັນຕ້ອງໄດ້ວາງມາດຕະການຄວບຄຸມຢ່າງເຂັ້ມງວດອີກຄັ້ງ.

ລາຍງານລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ຍືດເຍື້ອ ຍັງເປັນຄວາມສ່ຽງສູງທີ່ສຸດຕໍ່ທ່າອ່ຽງການຂະຫຍາຍຕົວເສດຖະກິດຂອງອາຊີ – ປາຊີຟິກໃນປີນີ້ ແລະ ປີໜ້າ ເພື່ອຫຼຸດຄວາມສ່ຽງເຫຼົ່ານັ້ນ ລັດຖະບານແຕ່ລະປະເທດຕ້ອງວາງນະໂຍບາຍທີ່ດີເພື່ອຮັບມື ເຊິ່ງສ່ວນໃຫຍ່ຈະເປັນການສ້າງລາຍໄດ້ ເຊິ່ງຄາດວ່າຈະເປັນມູນຄ່າປະມານ 3.600 ຕື້ໂດລາສະຫະລັດ ຫຼື ເທົ່າກັບ 15% ຂອງຈີດີພີ ຂອງທະວີບອາຊີ, ສ່ວນຄວາມສ່ຽງອື່ນໆອາດເກີດຈາກຄວາມເຄັ່ງຕຶງຂອງປະເທດມະຫາອຳນາດ ລວມເຖິງຄວາມຜັນຜວນດ້ານການເງິນທີ່ອາດທະວີຄວາມຮຸນແຮງຂຶ້ນ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ເອດີບີ ຍັງລະບຸວ່າ ຈີນເປັນໜຶ່ງໃນບໍ່ພໍເທົ່າໃດປະເທດໃນພູມີພາກທີ່ເສດຖະກິດກັບມາຟື້ນຕົວຢ່າງໄວວາ ເຊິ່ງຄາດວ່າຈະຂະຫຍາຍຕົວ 1,8% ໃນປີນີ້ ກ່ອນຈະຂະຫຍາຍຕົວເພີ່ມຂຶ້ນເປັນ 7,7% ໃນປີໜ້າ ໂດຍໄດ້ແຮງຍູ້ຈາກຜົນສຳເລັດຂອງຂະແໜງສາທາລະນະສຸກທີ່ສາມາດຄວບຄຸມການແຜ່ລະບາດໄດ້ໄວ ກວ່າທີ່ຄາດໄວ້.

ໃນຂະນະທີ່ເສດຖະກິດອິນເດຍ ຈະຕິດລົບ 9% ໃນປີນີ້ ກ່ອນຈະກັບມາຂະຫຍາຍຕົວ 8% ໃນປີໜ້າ, ເອດີບີ ຍັງລະບຸວ່າປະເທດທີ່ເພິ່ງພາການຄ້າ ແລະ ການທ່ອງທ່ຽວ ໂດຍສະເພາະອາຊີປາຊີຟິກ ແລະ ອາຊີໃຕ້ ຈະຕິດລົບເຖິງສອງຕົວເລກໃນປີນີ້.