ເສດຖະກິດຈີນດີຂຶ້ນຕໍ່ເນື່ອງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກເພີ່ມຂຶ້ນ

132

ສຳນັກງານສະຖິຕິແຫ່ງຊາດຈີນ ເປີດເຜີຍວ່າ: ຍອດບໍລິການຄ້າຂາຍຍ່ອຍສິນຄ້າອຸປະ ໂພກ – ບໍລິໂພກໂດຍລວມ ປະຈຳເດືອນສິງຫາຢູ່ທີ່ປະມານ 3.360 ຕື້ຢວນ ເພີ່ມຂຶ້ນ 0,5% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ແຕ່ຖ້າລວມ 8 ເດືອນຂອງປີນີ້ ຍອດບໍລິການຄ້າຂາຍຍ່ອຍສິນຄ້າອຸປະໂພກ – ບໍລິໂພກຢູ່ທີ່ປະມານ 23.800 ຕື້ຢວນ ຫຼຸດລົງ 8,6% ເມື່ອທຽບກັບປິຜ່ານມາ.

ທັງນີ້, ເຖິງແມ່ນວ່າຈີນຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ແລ້ວ ແຕ່ວ່າໄລຍະທຳອິດຜູ້ບໍລິໂພກຍັງບໍ່ກ້າໃຊ້ຈ່າຍຫຼາຍ ເນື່ອງຈາກຍັງມີຄວາມກັງວົນ ຄວາມບໍ່ແນ່ນອນຂອງສະຖານະການການແຜ່ລະບາດທົ່ວໂລກ, ແຕ່ຫຼັງຈາກນັ້ນຍອດການຊົມໃຊ້ພາຍໃນກໍຄ່ອຍໆປັບຂຶ້ນ ຈົນນັກເສດຖະສາດເຊື່ອວ່າການຟື້ນຕົວຂອງເສດຖະກິດດີຂຶ້ນຢ່າງແຂງແຮງ, ດ້ານຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ເຊິ່ງເປັນຕົວຊີ້ບອກສຳຄັນເພີ່ມຂຶ້ນ 0,5% ໃນເດືອນສິງຫາ.

ທັງໝົດນັ້ນໄດ້ແຮງຍູ້ຈາກລັດຖະບານທີ່ໃຊ້ມາດຕະການຫຼາຍຢ່າງ ເພື່ອສົ່ງເສີມການບໍລິໂພກພາຍໃນປະເທດ, ເນື່ອງຈາກ ຄວາມຕ້ອງການຂອງຄູ່ຄ້າຫຼັກຂອງຈີນ ຍັງອ່ອນແອ ເພາະທຸ່ມເທຕໍ່ການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ລັດຖະບານຈີນ ຈຶ່ງກະຕຸ້ນໃຫ້ຜູ້ສົ່ງອອກຫັນມາເນັ້ນຕະຫຼາດພາຍໃນແທນການສົ່ງອອກ.