ອັງກິດ ສະເໜີຮ່າງກົດໝາຍໃໝ່ ບໍ່ສົນການທັກທ້ວງຂອງ ອີຢູ

99

ສະພາອັງກິດ ໄດ້ລົງມະຕິເຫັນດີຮັບຮອງເອົາຮ່າງກົດໝາຍ Internal Market Bill ດ້ວຍຄະແນນ 340 ສຽງຕໍ່ 326 ສຽງ ແຕ່ຈະເປີດໂອກາດໃຫ້ສະມາຊິກສະພາປະກອບຄຳຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເປັນເວລາ 4 ມື້, ກ່ອນຈະນຳໄປແກ້ໄຂ ແລະ ປະກາດນຳໃຊ້ຕໍ່ໄປ.


ຮ່າງກົດໝາຍດັ່ງກ່າວຈະມາແທນຂໍ້ຕົກລົງບາງສ່ວນຂອງສົນທິສັນຍາວ່າດ້ວຍການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ ( ແບຣັກຊິດ ) ທີ່ອັງກິດໄດ້ເຊັນໄວ້ກັບ ອີຢູ ເມື່ອປີຜ່ານມາ. ຈາກບັນຫາດັ່ງກ່າວໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ອີຢູ ແລະ ອີຢູ ຖືວ່າເປັນການລະເມີດກົດໝາຍລະຫວ່າງປະເທດ ແລະ ມີໂອກາດໜ້ອຍລົງທີ່ຈະເຮັດໃຫ້ອັງກິດ ແລະ ອີຢູ ບັນລຸຂໍ້ຕົກລົງສັນຍາການຄ້າເສລີຮ່ວມກັນ ກ່ອນຈະຮອດກຳນົດແບຣັກຊິດຂອງອັງກິດໃນເດືອນທັນວາຈະເຖິງນີ້.

ທັງນີ້, ນາຍົກລັດຖະມົນຕີອັງກິດ ໄດ້ຮຽກຮ້ອງໃຫ້ສະມາຊິກສະພາໃຫ້ການສະໜັບສະໜູນຮ່າງກົດໝາຍດັ່ງກ່າວ ເພື່ອປົກປ້ອງເສດຖະກິດຂອງອັງກິດ, ໃນຂະນະທີ່ ອີຢູ ຂູ່ຈະຍື່ນຟ້ອງຕໍ່ສານ ເນື່ອງຈາກຮ່າງກົດໝາຍດັ່ງກ່າວຂັດຕໍ່ຂໍ້ຕົກລົງແບຣັກຊິດ ທີ່ອັງກິດລົງນາມໄວ້ກ່ອນໜ້ານີ້.